Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນ

0
4

ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື ໃນວັນທີ 2 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາການແກ້ບັນຫາຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບ ປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພ ໃນສັງຄົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ພ້ອມນີ້, ໃຫ້ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການກໍ່ສ້າງພັກ-ພະນັກງານ ຕາມທິດ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ທາງດ້ານສັງຄົມໃຫ້ຫລຸດລົງ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍ່ຄວາມບໍ່ສະຫງົບຜ່ານສື່ອອນລາຍ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ; ເອົາໃຈໃສ່ສົ່ງເສີມການສຶກສາ ໂດຍສະເພາະ ການຮຽນ-ການສອນ, ຄົ້ນຄວ້າແກ້ໄຂການຂາດບຸກຄະລາການຄູສອນ; ເອົາໃຈໃສ່ປັບປຸງ ແລະ ຍົກລະດັບການບໍລິການດ້ານສາທາລະນະສຸກ ພາຍໃນແຂວງ ໃຫ້ທົ່ວເຖິງປະຊາຊົນ, ການຍົກລະດັບພັດທະນາບຸກຄະລາກອນທາງການແພດ, ສະໜອງອຸປະ ກອນການແພດລົງສູ່ໂຮງໝໍຂັ້ນຕ່າງໆ ໂດຍສະເພາະ ຂັ້ນເມືອງ(ໂຮງໝໍນ້ອຍ); ສືບຕໍ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ຢ່າງເຂັ້ມງວດ ໂດຍສະເພາະບັນດາວຽກຈຸດສຸມ ໃຫ້ໄດ້ຮັບຜົນດີ, ພ້ອມທັງປະສານສົມທົບກັບຄະນະສະເພາະກິດ ເພື່ອສຸມໃສ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ; ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸ ມັດ, ໂຄງການໃດບໍ່ມີຄວາມຄືບໜ້າ ຫລື ມີຄວາມລ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກໍານົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫລື ຖອນເອົາໂຄງການຄືນ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ຍົກລະດັບຄຸນນະ ພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ພ້ອມນີ້, ການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ກໍຄື ບັນດານິຕິກໍາຂອງຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງໄດ້ກໍານົດວາງອອກ.

ໃນໂອກາດນີ້, ທ່ານ ຄໍາບູນ ດວງພະບາງ ຮອງເຈົ້າແຂວງອັດຕະປື ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2025 ແລະ ທິດທາງຈຸດສຸມວຽກງານໃນ 6 ເດືອນທ້າຍປີ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງ ໂດຍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງ ແລະ ປັບປຸງສອງກຳລັງ ປກຊ-ປກສ ຢ່າງຕໍ່ເນື່ອງ-ເປັນລະບົບ ສາມາດຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ພາຍໃນແຂວງໄດ້ເປັນຢ່າງດີ; ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ 5 ເມືອງ, ກອງບັນຊາການ ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກ ໃນທົ່ວແຂວງ ສໍາເລັດເປັນສ່ວນໃຫຍ່ແລ້ວ. ສຳລັບການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ແມ່ນໄດ້ຊີ້ນໍາແຕ່ລະອານຸກຳມະການຕ່າງໆ ສືບຕໍ່ປະຕິບັດວຽກງານຕາມແຜນຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະ ດ້ານເນື້ອໃນ ໄດ້ຮ່າງເນື້ອໃນສໍາຄັນຕ່າງໆສໍາເລັດໂດຍພື້ນຖານ ແລະ ໄດ້ລົງທາບທາມເນື້ອໃນຢູ່ບັນດາເມືອງ ແລະ ທາບທາມແຕ່ລະຂົງເຂດຢູ່ຂັ້ນແຂວງ, ພ້ອມທັງ ປັບປຸງຕາມຜົນການທາບທາມດັ່ງກ່າວສໍາເລັດ; ດ້ານບຸກຄະລາກອນ ໄດ້ສໍາເລັດແຜນຄາດຄະເນຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII, ແຜນຄາດຄະເນຈໍານວນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກແຂວງ ແລະ ແຜນການຄາດຄະເນການສັບຊ້ອນ ຈັດວາງກໍາມະການພັກແຂວງ ສະໄໝທີ XII ຕາມແຕ່ລະວຽກງານທີ່ເໝາະສົມ.

ສໍາລັບ ວຽກງານປັບປຸງກົງຈັກການຈັດຕັ້ງ ຍຸບ ແລະ ຮີບໂຮມ ບາງພະແນກການຂັ້ນແຂວງ ມາຮອດປັດຈຸບັນ ແມ່ນໄດ້ມີການກະກຽມເພື່ອຈະນໍາສະເໜີສະພາປະຊາຊົນແຂວງ ພິຈາລະນາຮັບຮອງ; ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ມາຮອດປັດຈຸບັນ ສາ ມາດເກັບລາຍຮັບໄດ້ທັງໝົດ 736 ຕື້ກວ່າກີບ ເທົ່າກັບ 69% ຂອງແຜນການປີ ແລະ ມີບາງໜ້າວຽກ ໄດ້ມີຜົນສໍາເລັດ ແລະ ລື່ນແຜນທີ່ວາງໄວ້.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here