Home ຂ່າວພາຍໃນ ເກົາຫລີ ສະໜັບສະໜູນ ການເພີ່ມທະວີຄວາມປອດໄພດ້ານການບິນ

ເກົາຫລີ ສະໜັບສະໜູນ ການເພີ່ມທະວີຄວາມປອດໄພດ້ານການບິນ

0
4

ລັດຖະບານ ສາທາລະນະລັດ ເກົາຫລີ (ສ ເກົາຫລີ) ໃຫ້ທຶນຊ່ວຍເຫລືອລ້າພາຍໃຕ້ໂຄງ ການແບ່ງປັນຄວາມຮູ້ໄລຍະທີ 2 (KSP) ໃນຫົວຂໍ້ “ໂຄງການປັບປຸງລະບົບການດຳເນີນງານດ້ານການ ບິນ ຢູ່ສະໜາມບິນສາກົນຫລວງພະບາງ” ຈັດພິທີເປີດໂຄງການຢ່າງເປັນທາງການ ໃນວັນທີ 2 ກໍລະ ກົດ 2025 ຢູ່ນະຄອນຫລວງວຽງຈັນ. ທັງນີ້ ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບກວດກາຄວາມປອດໄພດ້ານການບິນຂອງ ສ ປປ ລາວ ແລະ ເສີມສ້າງຄວາມສາມາດໄລຍະຍາວຂອງຜູ້ຊ່ຽວຊານດ້ານການບິນ ຕາມມາດຕະຖານສາກົນ.

ໂຄງການແບ່ງປັນຄວາມຮູ້ໄລຍະ 2 ນີ້, ແມ່ນສືບຕໍ່ມາຈາກຄວາມສຳເລັດຂອງໂຄງການໄລ ຍະທີ 1 ເຊິ່ງດຳເນີນໂຄງການແຕ່ປີ 2023-2024 ພາຍໄຕ້ຫົວຂໍ້ “ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ແລະ ສິ້ນສຸດລົງໃນເດືອນ ກັນຍາ ປີ 2024 ເຊິ່ງໂຄງການ KSP ໄລຍະ 1 ແມ່ນແນໃສ່ ການອອກແບບຄືນໃໝ່ຂອງລະບົບວົງຈອນບິນ ແລະ ການປັບຮູບແບບພື້ນທີ່ຄວບຄຸມ Terminal(TMA), ການຈັດຝຶກອົບຮົມ ແລະ ບັນດາໂຄງການລິເລີ່ມຕ່າງໆ ເພື່ອຊຸກຍູ້ການຮ່ວມມື ແລະ ສົ່ງເສີມຄວາມຊໍານານດ້ານວິຊາການ. ສ່ວນໄລຍະທີ 2 ແມ່ນສຸມໃສ່ສ້າງຄວາມເຂັ້ມແຂງດ້ານຄວາມສາມາດວິຊາການຂອງສະໜາມບິນ ໂດຍການສ້າງລະບົບການຝຶກອົບຮົມຜູ້ກວດກາຄວາມປອດໄພດ້ານການບິນ. ໂຄງການນີ້ ແມ່ນເພື່ອພັດທະນາຫລັກສູດການສອນ ທີ່ສອດຄ່ອງກັບມາດຕະ ຖານ ແລະ ແນວທາງທີ່ກຳນົດໂດຍອົງການການບິນພົນເຮືອນລະຫວ່າງປະເທດ (ICAO), ພ້ອມທັງ ວາງພື້ນຖານໃຫ້ແກ່ ການພັດທະນາໃນໄລຍະຍາວຂອງຜູ້ຊ່ຽວຊານດ້ານການບິນໃນລາວ. ໂຄງການດັ່ງກ່າວ ແມ່ນມີຄວາມສອດຄ່ອງກັບຄວາມຕ້ອງການ ຂອງກົມການບິນພົນລະເຮືອນຂອງລາວ ໂດຍສະເພາະໃນໄລຍະການກະກຽມຄວາມພ້ອມ ສຳລັບໂປແກຣມກວດສອບຄວາມປອດໄພສາກົນ ICAO (USOAP) ໃນປີ 2026.

ໂອກາດນີ້, ທ່ານ ຄິມ ຈອງ ຣອລ (Kim Jeong Ryeol) ທີ່ປຶກສາອາວຸໂສຂອງໂຄງການ KSP ອະດີດຮອງລັດຖະມົນຕີກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ການຂົນສົ່ງຂອງ ສ ເກົາຫລີ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງພື້ນຖານໂຄງລ່າງດ້ານການບິນ ທີ່ເປັນກຳລັງຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ການເຊື່ອມຕໍ່ທົ່ວໂລກ, ລະບົບຄວາມປອດໄພທີ່ເຂັ້ມແຂງແມ່ນກຸນແຈສຳຄັນໃນການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນຂອງຕ່າງປະເທດ.

ທ່ານ ຄຳຫລ້າ ພົມມະວັນ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ສ ເກົາຫລີ ແມ່ນຖືກຍອມຮັບໃນລະດັບສາກົນ ວ່າມີຂະແໜງການບິນທີ່ກ້າວ ໜ້າ. ການຮຽນຮູ້ຈາກ ສ ເກົາຫລີ ແມ່ນທິດທາງທີ່ຖືກຕ້ອງຂອງປະເທດລາວ. ການກວດສອບຂອງ ICAO ທີ່ຈະມາເຖິງ ໄດ້ຊີ້ໃຫ້ເຫັນຄວາມຕ້ອງການອັນຮີບດ່ວນ ສໍາລັບຜູ້ກວດກາການບິນທີ່ມີຄຸນວຸທິ ແລະ ໂຄງການນີ້ແມ່ນກົງກັບຄວາມຕ້ອງການດັ່ງກ່າວ. ມະຫາວິທະຍາໄລການບິນເກົາຫລີ ໄດ້ຖືກຄັດເລືອກໃຫ້ເປັນຜູ້ດຳເນີນໂຄງການນີ້.

ໂຄງການແບ່ງປັນຄວາມຮູ້ (KSP) ແມ່ນໂຄງການໃຫ້ແນວທາງດ້ານນະໂຍບາຍວິຊາການ ແລະ ການຮ່ວມມືພັດທະນາຂອງ ສ ເກົາຫລີ ທີ່ໄດ້ຮັບການສະໜັບສະໜູນຈາກກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ, ດຳເນີນງານໂດຍອົງການ KOTRA ເຊິ່ງໂຄງການດັ່ງກ່າວ ແມ່ນສົ່ງເສີມການຖ່າຍທອດປະສົບການການພັດທະນາ ແລະ ຄວາມຮູ້ ຂອງ ສ ເກົາຫລີ ໃຫ້ກັບບັນດາປະເທດຄູ່ຮ່ວມມືຍຸດທະສາດ ໂດຍເນັ້ນໃສ່ການເສີມສ້າງຄວາມອາດສາມາດແບບຍືນຍົງ.

ໂຄງການ KSP (2024-2025) ຄາດວ່າຈະສິ້ນສຸດໃນທ້າຍປີນີ້ ແລະ ຈະສາມາດສ້າງຄວາມເຂັ້ມແຂງ ໃຫ້ຂະແໜງການບິນ ໂດຍສະເພາະ ຫລັກສູດການຝຶກອົບຮົມ ແລະ ການກະກຽມຂອງຂະ ແໜງການບິນລາວ ສຳລັບການກະກຽມການກວດສອບດ້ານຄວາມປອດໄພ.

ໂຄງການນີ້ ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງ ສ ເກົາຫລີ-ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງສອງປະເທດໃນການສ້າງລະບົບການບິນທີ່ປອດໄພ, ຍືນຍົງ ແລະ ສອດຄ່ອງກັບລະບົບການບິນສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here