Home ຂ່າວໜ້າໜຶ່ງ ສະຫລອງການສ້າງຕັ້ງສາຍພົວພັນການທູດລາວ-ສະຫະລັດອາເມລິກາ ຄົບຮອບ 70 ປີ

ສະຫລອງການສ້າງຕັ້ງສາຍພົວພັນການທູດລາວ-ສະຫະລັດອາເມລິກາ ຄົບຮອບ 70 ປີ

0
4

ພິທີສະເຫລີມສະຫລອງ ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ແລະ ວັນຄົບຮອບ 249 ປີ ແຫ່ງການປະ ກາດເອກະລາດຂອງ ສ ອາເມລິກາ ຈັດຂຶ້ນໃນວັນທີ 2 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ, ມີ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ລາວ ເຂົ້າຮ່ວມ.

ໃນພິທີ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ແລະ ທ່ານ ເອກອັກຄະລັດຖະທູດ ນາງ ແຮັດເຕີ ວາເຣຍອາວາ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນ ໂດຍສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ອາເມລິກາ ຕະ ຫລອດໄລຍະ 70 ປີຜ່ານມາ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 10 ສິງຫາ 1955. ເຖິງແມ່ນວ່າ ສປປ ລາວ ແລະ ສ ອາເມລິກາ ຈະຜະເຊີນກັບຊ່ວງເວລາທີ່ຫຍຸ້ງຍາກໃນອະດີດກໍຕາມ, ແຕ່ສອງຝ່າຍກໍໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັກສາ ແລະ ສົ່ງເສີມສາຍພັນທີ່ດີຮ່ວມກັນ ຈົນນໍາໄປສູ່ການຍົກລະດັບສາຍພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືແບບກວມລວມ ໃນໄລຍະການເດີນທາງຢ້ຽມຢາມລັດຖະກິດ ຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງ ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2016. ນັບແຕ່ນັ້ນມາ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ພົວພັນເຊິ່ງກັນ ແລະ ກັນໃນຫລາຍລະດັບ ເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ບົນພື້ນຖານຄວາມເຄົາລົບ, ຄວາມເຂົ້າໃຈ, ສະໜັບສະໜູນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມທັງໄດ້ມີການສະໜັບສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ສປປ ລາວ ແລະ ສ ອາເມລິກາ ໄດ້ມີການພົວພັນຮ່ວມມືກັນໃນຫລາຍຂົງເຂດ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ, ການບັງຄັບໃຊ້ກົດໝາຍ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການຄົ້ນຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ແລະ ອື່ນໆ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານມະນຸດສະທໍາໃຫ້ແກ່ ອາເມລິກາ, ມາຮອດປັດຈຸບັນ ສອງຝ່າຍສາມາດຄົ້ນພົບສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມແລ້ວ 294 ກໍລະນີ ໃນຈໍານວນທັງໝົດ 576 ກໍລະນີ. ນອກຈາກການຮ່ວມມືສອງຝ່າຍແລ້ວ, ລາວ ແລະ ອາເມລິ ກາ ຍັງໄດ້ເຮັດວຽກຮ່ວມກັນ ເພື່ອສົ່ງເສີມການຮ່ວມມືພາກພື້ນ ແລະ ສາກົນ ໂດຍຜ່ານຫລາຍຂອບການຮ່ວມມື ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ ແລະ ຂອບການຮ່ວມມື ແມ່ຂອງ-ອາເມລິກາ ອີກດ້ວຍ.

ຂ່າວ-ພາບ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here