Home ຂ່າວໜ້າໜຶ່ງ ເຜີຍແຜ່ຄວາມຮູ້ໃນແຈ້ງເຕືອນໄພລ່ວງໜ້າສຳລັບຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ

ເຜີຍແຜ່ຄວາມຮູ້ໃນແຈ້ງເຕືອນໄພລ່ວງໜ້າສຳລັບຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ

0
4

ອົງການອາຫານໂລກ ຮ່ວມກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມສະຫວັດດີການສັງຄົມຈັດເຜີຍແຜ່ຄວາມຮູ້ກ່ຽວກັບແຈ້ງເຕືອນໄພລ່ວງໜ້າ ສຳລັບຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ ໃນວັນທີ 3 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ເຊິ່ງການຈັດຝຶກອົບຮົມນີ້, ເກີດຂຶ້ນຈາກຄຳແນະນຳໃນລາຍງານ ການສຳຫລວດຄວາມຮັບຮູ້ລະບົບແຈ້ງເຕືອນໄພພິບັດ ທີ່ສະເໜີໃຫ້ມີການພັດທະ ນາລະບົບແຈ້ງເຕືອນ ທີ່ປະກອບດ້ວຍຄວາມຫລາກຫລາຍ, ເຂົ້າເຖິງໄດ້ສະດວກ ແລະ ໃຫ້ຄວາມສຳ ຄັນກັບຜູ້ທີ່ເປັນກຸ່ມສ່ຽງ ແລະ ບອບບາງທີ່ສຸດ ເຊິ່ງຜົນການສຳຫລວດພົບວ່າຜູ້ພິການຫລາຍຄົນໃນ ສປປ ລາວ ປະສົບກັບອຸປະສັກໃນການຮັບຂໍ້ມູນຂ່າວສານ, ຄວາມເຂົ້າໃຈ ແລະ ການປະຕິບັດຕາມຂໍ້ ຄວາມແຈ້ງເຕືອນ. ຊ່ອງວ່າງເຫລົ່ານີ້, ບໍ່ພຽງແຕ່ເປັນອັນຕະລາຍຕໍ່ຕົວບຸກຄົນ, ແຕ່ຍັງບັນທອນຄວາມສາມາດຂອງຊຸມຊົນ ໃນການຕອບສະໜອງຕໍ່ສະຖານະການຈຳເປັນອີກດ້ວຍ.

ປັດຈຸບັນ, ສປປ ລາວ ກຳລັງຜະເຊີນກັບໄພພິບັດ ເຊັ່ນ: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຄວາມຮ້ອນ ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ນ້ຳຖ້ວມໃນປີ 2024 ໃນແຂວງຫລວງນໍ້າທາ ທີ່ເກີດຄວາມເສຍຫາຍໜັກ ເປັນຕົວຢ່າງທີ່ຊັດເຈນຂອງຄວາມຈຳເປັນຢ່າງຮີບດ່ວນ ໃນການກະກຽມຄວາມພ້ອມ ໃນການຮັບມືກັບໄພພິບັດຢ່າງມີປະສິດທິພາບ, ການຮັບປະກັນວ່າ ຂໍ້ຄວາມແຈ້ງເຕືອນໄພພິບັດສາມາດ ເຂົ້າເຖິງຄົນທຸກຄົນ ລວມທັງຜູ້ພິການ ແມ່ນສິ່ງສຳຄັນຫລາຍໃນການປົກປ້ອງຊຸມຊົນ, ລວມທັງການສ້າງຄວາມພ້ອມ ແລະ ຂີດຄວາມສາມາດໃຫ້ແກ່ລັດຖະບານ ໃນການຄຸ້ມຄອງປະຊາຊົນໄດ້ດີຂຶ້ນ.

ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກະສາດ ໄດ້ກ່າວວ່າ: ກົມອຸຕຸນິຍົມ ແລະ ອຸທົກກະສາດ(DMH) ມຸ່ງໝັ້ນທີ່ຈະເຮັດໃຫ້ການຄາດຄະເນ ແລະ ການເຕືອນໄພ ຢ່າງກວ້າງຂວາງ ແລະ ເຂົ້າເຖິງໄດ້ຫລາຍຂຶ້ນ. ພວກເຮົາຮັບຮູ້ວ່າ ຜູ້ພິການ ຜະເຊີນກັບສິ່ງທ້າທາຍຫລາຍຢ່າງ ໃນລະຫວ່າງໄພພິບັດເກີດຂຶ້ນ ເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກປະຖິ້ມໄວ້ເບື້ອງຫລັງ. ໃນກອງປະຊຸມຄັ້ງນີ້, ຈະຮັບຟັງ, ຮຽນຮູ້ ແລະ ເສີມສ້າງການບໍລິການເຕືອນໄພລ່ວງໜ້າ ໂດຍການລວມເອົາສຽງ ແລະ ປະສົບການຂອງຜູ້ພິການ.

ທ່ານ ກິນດາວົງ ຫລວງລາດ ຮອງຫົວໜ້າາກົມສັງຄົມສົງເຄະ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນບາດກ້າວສຳຄັນ ໃນການແລກປ່ຽນບົດຮຽນທີ່ດີ, ສິ່ງທ້າທາຍ, ທິດທາງແກ້ໄຂໃນຕໍ່ໜ້າ ແລະ ເປັນການຍົກສູງບົດບາດການມີສວ່ນຮ່ວມຂອງຜູ້ພິການ ເຂົ້າມີສ່ວນຮ່ວມໃນການຫລຸດດຜ່ອນຄວາມສ່ຽງໄພພິບັດ ເພື່ອພັດທະນາໃຫ້ລະບົບເຕືອນໄພລ່ວງໜ້າ ໃຫ້ທຸກພາກສວ່ນ, ທຸກຄົນໃນສັງຄົມໄດ້ຮັບຂໍ້ມູນຂ່າວສານຢ່າງທົ່ວເຖິງ.

ທ່ານ ນາໂອກິ ມາເອະກາວາ ຮອງຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ກໍໄດ້ກ່າວວ່າ: ໃນຖານະທີ່ເປັນອົງການມະນຸດສະທຳ ທີ່ໃຫຍ່ທີ່ສຸດໃນໂລກ, ອົງການອາຫານໂລກ ມຸ່ງໝັ້ນວ່າຈະບໍ່ປະຖິ້ມໃຜໄວ້ຂ້າງຫລັງ ໂດຍສະເພາະໃນເວລາວິກິດ. ໃນ ສປປ ລາວ, ພວກເຮົາກຳລັງຊ່ວຍລັດຖະ ບານ ສ້າງລະບົບ ເພື່ອຈັດການຄວາມສ່ຽງຈາກການປ່ຽນແປງຂອງສະພາບອາກາດ ແລະ ເຫດການສຸກເສີນອື່ນໆ ໂດຍໃຫ້ຄວາມສຳຄັນກັບການເຂົ້າເຖິງຂໍ້ມູນທີ່ທັນເວລາ, ຊັດເຈນ ແລະ ປະຕິບັດໄດ້ ເພື່ອຊ່ວຍຊີວິດຜູ້ຄົນໃຫ້ໄດ້ຫລາຍທີ່ສຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here