ຊາວໂລກຕ່າງກໍປາຖະໜາຢາກໄດ້ສັນຕິພາບ ແລະ ຄວາມສະຫງົບສຸກມາໄວ້ຢູ່ອອ້ມກອດ, ຄວບຄູ່ກັບການຮ່ວມມືກັນສ້າງສາພັດທະນາປະເທດຊາດ, ອຸທິດສະຕິປັນຍາມັນສະໝອງ ປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມໃຫ້ຈະເລີນກ້າວໜ້າ, ໄປມາຫາສູ່ກັນ ສະດວກສະບາຍ, ເປີດໂອກາດໃໝ່ໆໃນການ ຮ່ວມມືແລ້ວກ້າວໄປຫາຄວາມຈະເລີ່ນຮຸ່ງເຮືອງ ແລະ ກິນອິ່ມນຸ່ງອຸ່ນຢ່າງແທ້ຈິງ.ແຕ່ບາງຄັ້ງອາດບໍ່ເປັນຄືສິ່ງທີ່ຫລາຍຄົນຄິດເຫັນໄດ້ນັບແຕ່ຄົມໂລກຄັ້ງທີ 2 ສິ້ນສຸດລົງໃນປີ 1945, ມີຜູ້ເສຍຊີວິດປະມານ 70-80 ລ້ານກວ່າຄົນ ໃນນັ້ນພົນລະເມືອງຜູ້ບໍລິສຸດ,ແມ່ມານ, ເດັກນ້ອຍໄຮ້ດຽງສາເສຍຊີວິດ 50 ລ້ານກວ່າຄົນ, ທະຫານເສຍຊີວິດປະມານ 25 ລ້ານກວ່າຄົນ ແທນທີ່ສົງຄາມໂລກຄັ້ງທີ 2 ຈະເປັນບົດຮຽນປະຫວັດສາດອັນຂົມຂື່ນຍິ່ງໃຫຍ່ເຮັດໃຫ້ມະນຸດໄດ້ສຳນຶກເຖິງຄຸນຄ່າຂອງຊີວິດ ແລະ ຄວາມຈຳເປັນຂອງສັນຕິພາບ ແຕ່ບາງປະເທດຊໍ້າພັດຂະຫຍາຍອໍານາດນາບຄູ່, ກີດຂວາງການພັດທະນາ, ທໍາລາຍເສດຖະກິດ, ເຂັນຂ້າຜູ້ຄົນບໍລິສຸດ ແລະ ເຮັດໃຫ້ໂລກຂາດສັນຕິພາບເພີ່ມຂຶ້ນເລື້ອຍໆ.
ນັກວິເຄາະໃຫ້ທັດສະນະວ່າ: ໂລກຈະບໍ່ມີຄວາມສະຫງົບສຸກອີກຕໍ່ໄປ ຖ້າຫາກຍັງມີການກົດຂີ່ຂູດຮີດຂົ່ມເຫັງ, ໃຊ້ອໍານາດບາດໃຫຍ່ເໜືອອະທິ ປະໄຕຂອງຊາດອື່ນ, ຖືຊີວິດຂອງມຸດຄືກັບຂອງຫລິ້ນ, ຜູກຂາດອໍານາດຝ່າຍດຽວ ດັ່ງທີ່ຮັບຮູ້ຜ່ານມານັບແຕ່ສົງຄາມໂລກຄັ້ງທີ 1-2 ສິ້ນສຸດລົງ ແລະ ກ້າວສູ່ສົງຄາມເຢັນ ມວນມະນຸດຕ່າງກໍມືນຕາອ້າງປາກຂຶ້ນໄດ້ ເຮັດໃຫ້ທຸກໆຊາດກໍພ້ອມກັນພັດທະນາພື້ນ ຖານໂຄງລ່າງທັນສະໄໝເຊື່ອມໂຍງເຊື່ອມ ຈອດກັນວ່ອງໄວຂຶ້ນ, ຮ່ວມກັນພັດທະນາເຕັກໂນໂລຊີກ້າວໜ້າ ຮັບໃຊ້ເຂົ້າທຸກຂົງເຂດວຽກ ງານຢ່າງມີປະສິດທິຜົນ, ຄົນສ່ວນໃຫຍ່ເດີນ ທາງໄປມາສາສູ່ກັນສະດວກສະບາຍມີຄວາມສະຫງົບປອດໄພ, ການແລກປ່ຽນຊື້ຂາຍ ລະຫວ່າງ ພາກພື້ນ-ສາກົນພົ້ນເດັ່ນ, ຊີວິດການເປັນຢູ່ຂອງມວນມະນຸດໄດ້ຮັບປັບປຸງດີຂຶ້ນ ແລະ ທຸກໆຄົນກໍຫວັງວ່າສົງ ຄາມຈະບໍ່ກັບມາເປັນປະຫວັດສາດຊໍ້າຮອຍເກົ່າອີກ ແຕ່ບໍ່ມີໃຜຮູ້ວ່າພາຍໃຕ້ຄວາມສະຫງົບສຸກເກືອບ 100 ປີຂອງສອງສົງຄາມໂລກນັ້ນບາງປະເທດສືບຕໍ່ສະສົມອາວຸດ ແລະ ສະແຫວງຫາອໍານາດທີ່ເປັນໄພອັນຕະລາຍຮ້າຍແຮງເພື່ອບີບບັງຄັບນາບຄູ່ ແລະ ເຂັນຂ້າເພື່ອນຮ່ວມໂລກດຽວກັນ ເຊິ່ງບັນຫາດັ່ງກ່າວໄດ້ຈູດສະນວນໃຫ້ເກີດເປັນສົງຄາມຕົວ ແທນຈະຈາຍໄປໃນປະເທດຕ່າງໆທົ່ວໂລກ ໃນຈໍານວນທີ່ວ່ານັ້ນມີ ບາງປະເທດກໍບໍ່ຍອມກົ້ມຫົວຢູ່ພາຍໃຕ້ ແອກປົກຄອງຂອງປະເທດມະຫາ ອໍານາດເຫລົ່ານັ້ນຈິ່ງເກີດມີການສູ້ຢັນເອົາເປັນເອົາຕາຍເພື່ອຄວາມອິດສະຫລະພາບ,ຄວາມເປັນເອກະລາດ ແລະ ຄວາມຍຸຕິທໍາອັນຖືກຕ້ອງ.
ຫລ້າສຸດຢູ່ເຂດຕາເວັນອອກກາງກໍມີຄວາມເຄັ່ງຕຶງເພີ່ມຂຶ້ນ, ເລີ່ມແຕ່ວັນທີ 13 ມິຖຸນາ ນີ້, ກອງທັບອິດສະຣາແອນເປີດສາກໂຈມຕີປະເທດອີຣານ ແລະ ມີການຕອບໂຕ້ຄືນເປັນໄລຍະໆ ມາເຖິງປັດຈຸບັນນີ້ ມີການຄາດວ່າເຮັດໃຫ້ຊາວອີຣານເສຍຊີວິດລວມ 400 ກວ່າຄົນ, ບາດເຈັບ 3.000 ກວ່າຄົນ, ສ່ວນຝ່າຍອິດສະຣາແອນມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ແລະ ບາດຈໍານວນຫລາຍຮ້ອຍຄົນຕໍ່ສະພາບທີ່ເກີດຂຶ້ນນັ້ນບໍ່ພຽງເປັນໄພຂົ່ມຄູ່ຄວາມໝັ້ນຄົງພາກພື້ນ-ສາກົນ ແຕ່ຫາກຍັງຊໍ້າຕື່ມສະພາບເສດ ຖະກິດໂລກທີ່ບວມບາງຢູ່ ແລ້ວຍິ່ງຕົກລົງເຫວເລິກຕື່ມອີກໂດຍ ສະເພາະລາຄານໍ້າມັນໄດ້ຖີບຕົວສູງຂຶ້ນທັນທີ 18% ຫລື ປະມານ 70 ໂດລາຕໍ່ບາເຣວໄດ້ສັ້ນສະເທືອນໄປທົ່ວໂລກ. ຕໍ່ມາວັນທີ 21-22 ມິຖຸນາ 2025, ເລື່ອງສົງຄາມລະຫວ່າງອິດສະຣາແອນ ແລະ ອີຣານ ເບິ່ງຄືວ່ານັບມື້ນັບຮຸນແຮງຂຶ້ນເລື້ອຍໆຈົນເຮັດໃຫ້ຊາວໂລກ ມີຄວາມວິຕົກກັງວົນວ່າ ມັນອາດຈະພາໃຫ້ເກີດສົງຄາມໂລກຄັ້ງທີ 3 ຂຶ້ນຈິງ ຫລື ບໍ? ເມື່ອອາເມລິກາປະກາດວ່າຕົນໄດ້ປະສົບຜົນສໍາເລັດເປັນຢ່າງດີຕໍ່ການປະຕິບັດງານໂຈມຕີອີຣານ, ໂດຍໃຊ້ເຮືອບິນຍຸດທະສາດ(ບີ2)ໄປຖິ້ມລະເບີດ ໃສ່ສະຖານທີ່ສົງໃສເປັນໂຮງງານນີວເຄລຍ 3 ແຫ່ງໃນປະເທດອີຣານ ເຊິ່ງຈຸດນີ້ເອງເຮັດໃຫ້ໂລກຕັ້ງຂໍ້ສັງ ເກດວ່າສົງຄາມລະຫວ່າງອິດ ສະຣາແອນ ແລະ ອີຣານອາດດຶງອາເມລິກາ ເຂົ້າຮ່ວມສົງຄາມແບບອັດຕະໂນມັດແລ້ວ ເຊິ່ງຖືວ່າສັນຍານສົງຄາມ ໂລກຄັ້ງທີ 3 ເປີດກວ້າງອອກ.
ແຫລ່ງຂ່າວຕ່າງປະເທດຈາກຫລາຍສໍານັກ(ລອຍເຕີ,ອາຈາຊີຣາ,ບີບີຊີ)ໄດ້ລາຍງານໃນວັນທີ 23 ມິຖຸນາ ນີ້ວ່າ: ພາຍຫລັງອາເມລິກາເປີດສາກໂຈມຕີໂຮງງານນີວເຄລຍ 3 ແຫ່ງໃນປະເທດອີຣານ ເຊິ່ງຜົນຕາມມານັ້ນ ອີຣານປະກາດວ່າອາດປິດຊ່ອງແຄບຮໍມຸດເພື່ອເປັນການຕອບໂຕ້ຄືນຕໍ່ອາເມລິກາ-ອິດສະຣາແອນ ເຊິ່ງຊ່ອງແຄບຮໍມຸດນີ້ປຽບເໝືອນເສັ້ນ ເລືອດໃຫຍ່ເສດຖະກິດໂລກ ແລະ ເປັນຈຸດຍຸດທະສາດສໍາຄັນໃນການຂົນສົ່ງນໍ້າມັນໄປທົ່ວໂລກໂດຍສະເລ່ຍ 16-17 ລ້ານບາເຣວຕໍ່ວັນ, ກວມເອົາ 20%-30% ຂອງປະມານການສົ່ງອອກນໍ້າມັນທົ່ວໂລກ.
ຖ້າວ່າຄວາມຂັດແຍ່ງຍັງສືບຕໍ່ເພີ່ມຄວາມເຄັ່ງຕຶງຂຶ້ນເລື້ອຍໆຄາດວ່າລາຄານໍ້າມັນອາດຖີບຕົວສູງເຖິງ 100-120 ໂດລາຕໍ່ບາເຣວ ເຊິ່ງຈະສົ່ງຜົນກະທົບຮຸນແຮງໄປທົ່ວໂລກຢ່າງຫລີກລ່ຽງບໍ່ໄດ້.
ນັກວິເຄາະເສດຖະກິດໄດ້ລາຍງານວ່າ:ຖ້າສົງລຸກລາມເປັນວົງກວ້າງອອກໄປນັ້ນອາຊຽນອາດໄດ້ຮັບຜົນກະທົບບໍ່ໜ້ອຍໄປກວ່າຊາດອື່ນໃນໂລກເພາະ 85 % ຂອງບັນດາ 10 ປະເທດສະມາຊິກອາຊຽນທີ່ເພີ່ງອາໃສການ ນໍາເຂົ້ານໍ້າມັນຈາກເຂດຕາເວັນອອກກາງ ແລະ ທະວີບອື່ນໆ ສະເລ່ຍປະມານ 3-4 ລ້ານບາເຣວຕໍ່ວັນ ໃນນັ້ນປະເທດທີ່ນໍາເຂົ້ານໍ້າມັນຫລາຍທີ່ສຸດໃນອາຊຽນລວມມີ: ໄທມີປະມານ 9 ແສນບາເຣວຕໍ່ວັນ,ອິນໂດເນເຊຍມີປະມານ 5-6 ແສນບາເຣວຕໍ່ວັນ, ຫວຽດນາມມີປະມານ 4-5 ແສນບາເຣວຕໍ່ວັນ, ຟິລິປິນມີປະມານ 3-4 ບາເຣວຕໍ່ວັນ. ສ່ວນວ່າລາວ,ກໍາປູເຈຍ ແລະ ມຽນມານໍາເຂົ້ານໍ້າມັນໜ້ອຍກວ່າສະມາຊິກດ້ວຍກັນ ເຖິງແມ່ນວ່າລາວມີຕົວ ເລກນໍາເຂົ້າ ນໍ້າມັນໜ້ອຍເມື່ອປຽບທຽບກັບຊາດອື່ນໆກໍຕາມ ແຕ່ຢ່າລືມວ່າລາວກໍເພີ່ງພາການນໍາເຂົ້ານໍ້າມັນ 100% ຈາກຕ່າງປະເທດເພື່ອຂັບເຄື່ອນເສດຖະກິດຮອບດ້ານ. ຖ້າເບິ່ງຕົວເລກການນໍາເຂົ້ານໍ້າມັນສະເລ່ຍ 135-140 ລ້ານລິດຕໍ່ເດືອນ,ມູນຄ່າ 80-90 ລ້ານໂດລາຕໍ່ເດືອນ ເຊິ່ງນັ້ນຖືວ່າລາວກໍໄດ້ຮັບຜົນກະທົບເຕັມຮູບແບບເຊັ່ນກັນ.
ແຕ່ເຖິງແນວໃດກໍດີ ສົງຄາມອິດສະຣາແອນ ແລະ ອີຣານອາດມີສັນຍານຜ່ອນຄາຍເບົາບາງລົງ, ເມື່ອຊາວໂລກ ແລະ ສະມາຊິກຄວາມໝັ້ນຄົງຂອງອົງສະຫະປະຊາຊາດ ສະແດງຈຸດຢືນໃຫ້ທັງສ່ອງຝ່າຍ ຄູ່ຂັດແຍ່ງກັນລະຫວ່າງອິດສະຣາແອນ-ອີຣານຫັນມາໃຊ້ແນວທາງການ ທູດເປັນໃຈກາງໃນ ການຊອກຫາ ທາງອອກຢຸດຕິຂໍ້ຂັດແຍ່ງ. ຕໍ່ມາໃນວັນທີ 22 ມິຖຸນານີ້, ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດໄດ້ ເປີດເຜີຍເຖິງສະຖານະການ ຄວາມຂັດແຍ່ງກັນຢູ່ຕາເວັນອອກກາງວ່າ “ ຕົນເອງໄດ້ຮັບຂ່າວກໍມີວິຕົກກັງວົນເປັນ ຢ່າງຍິ່ງສໍາລັບການໃຊ້ກໍາລັງຂອງ ອາເມລິກາຕໍ່ອີຣານຖືເປັນການຍົກ ລະດັບຄວາມຮຸນແຮງທີ່ເປັນ ອັນຕະລາຍໃນພູມມີພາກທີ່ຢູ່ບົນຂອບເຫວແລ້ວ ແລະ ຍັງເປັນໄພຄຸກຄາມໂດຍກົງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະເທດດ້ວຍກັນ ”, ສະຖານະການປັດຈຸບັນນີ້ມີຄວາມ ສ່ຽງເພີ່ມຂຶ້ນຈະເຮັດໃຫ້ລຸກລາມ ເກີນການຄວບຄຸມໄດ້ຢ່າງວ່ອງໄວ ເຊິ່ງຈະສ້າງຄວາມຫາຍ ຍະນະຮ້າຍ ແຮງຕໍ່ພົນລະເມືອງ, ພູມມີພາກ ແລະ ໂລກ. ດັ່ງນັ້ນຈິງຮຽກຮ້ອງໃຫ້ປະເທດສະມາຊິກສະຫະປະຊາຊົນ ແລະ ປະເທດກ່ຽວຂ້ອງເດັດ ດ່ຽວກົດດັນຊ່ວຍກັນຫາທາງເຈລະຈາ ແລະ ປຶກສາຫາລືຢ່າງເໝາະສົມ ເພື່ອຫລຸດຜ່ອນຄວາມຮຸນແຮງລົງພາຍໃຕ້ພັນທະກໍລະນີທີ່ມີຕໍ່ກົດບັດສະຫະປະຊາຊົນ ແລະ ກົດໝາຍລະຫວ່າງປະເທດ.
ທ່ານ ເລຂາທິການໃຫຍ່ ອົງການສະຫະປະຊາຊາດຍັງເນັ້ນວ່າ “ ການໃຊ້ຄວາມຮຸນແຮງດ້ວຍກໍາລັງທະຫານ, ການໂຈມຕີດ້ວຍອາວຸດເຂັນຂ້າກັນບໍ່ແມ່ນທາງອອກໃນການແກ້ໄຂຂໍ້ຂັດແຍ່ງ ແລະ ບໍ່ສາມາດນໍາໄປສູສັນຕິພາບຢ່າງໝັ້ນຄົງ, ມີພຽງ ຫົນທາງດຽວທີ່ຈະກ້າວໄປຂ້າງໜ້າໄດ້ໃຫ້ເກີດມີຄວາມສະຫງົບສຸກ ແລະ ມີສັນຕິພາບໝັ້ນຄົງຄືທຸກຝ່າຍໆຕ້ອງຫັນໜ້າເຂົ້າຫາກັນຜ່ານການເຈລະຈາທາງການທູດເທົ່ານັ້ນ”.
ຫລ້າສຸດຕາມເວລາທ້ອງຖິ່ນ 18:00 ໂມງຂອງວັນທີ 24 ມິຖຸນາ 2025, ທ່ານ ໂດໂນທຣໍາ ປະທານາທິບໍດີຂອງອາເມລິກາໄດ້ປະກາດສັງຢຸດຍິງແບບກະທັນຫັນ,ໂດຍເອີ້ນວ່າ “ ສົງຄາມ 12 ວັນລະຫວ່າງອິດສະຣາແອນ ແລະ ອີຣານ ”ເພື່ອບໍ່ໃຫ້ສົງຄາມດັ່ງກ່າວສືບຕໍ່ບານປາຍຂະຫຍາຍຕົວກວ້າງອອກ. ແຕ່ແນວໃດກໍຕາມ ຄໍາສັ່ງຢຸດຍິງລະຫວ່າງອິດສະຣາແອນ-ອີຣານຂອງ ທ່ານ ໂດໂນທຣໍາປະກາດອອກໄປນັ້ນນໍ້າລາຍຍັງບໍ່ແຫ້ງຫ່າງກັນພຽງ 6 ຊົ່ວໂມງກໍ່ເກີດມີການຍິງຕອບໂຕ້ກັນໄປມາອີກລະຫວ່າງອິດສະຣາແອນ ແລະ ອີຣານ ເຊິ່ງຕ່າງຝ່າຍກໍຕູ່ຫາກັນວ່າອີຣານເປີດສາກຍິງໃສ່ອິດສະຣາແອນກ່ອນ ສ່ວນອີຣານອ້າງວ່າເມື່ອ ໃດ ອິດສະຣາແອນບໍ່ຢຸດໂຈມຕີອີຣານນັ້ນຕົນເອງກໍ່ບໍ່ຢຸດຕອບໂຕ້ຄືນເຊັ່ນກັນ. ໃນທີ່ສຸດ ຕອນເຊົ້າຂອງວັນທີ 25 ມິຖຸນາ ນີ້, ທ່ານ ທຣໍາໄດ້ໃຫ້ສໍາພາດສື່ມວນຊົນພ້ອມໃຫ້ຄໍາເຫັນດ້ວຍຄວາມບໍ່ພໍໃຈຕໍ່ພຶດຕິກໍາອິດສະຣາແອນ ແລະ ອີຣານ ວ່າ “ ປະເທດພວກເຈົ້າເກີດຄວາມວຸ້ນວາຍ, ຂັດແຍ່ງ ຕໍ່ສູ້ກັນ ແລະ ຍິງກັນໄປມາເປັນຫລາຍປີຫລາຍຊາດບໍ່ຢຸດບໍ່ເຊົາເຮັດໃຫ້ຄົນລົ້ມຕາຍຢ່າງຫລວງຫລາຍ, ຊັບສິນເສຍຫາຍບໍ່ໜ້ອຍ ແລະ ຂາດສັນຕິພາບຍາວນານຍັງບໍ່ເຂັດບໍ່ຫລາບອີກບໍ່? ຕົນຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ມີຄວາມສຸກຕໍ່ພຶດຕິກໍາແຂງກະດ້າງຮຸນແຮງເຫລົ່ານັ້ນ, ຕໍ່ໄປນີ້ຂໍໃຫ້ທັງສອງຝ່າຍຢຸດເຊົາຢ່າງຖາວອນແລ້ວ”.
ທ່ານ ດຣ ສະຣາວຸດ ອາຣີ ຜູ້ອໍານວຍການສູນມຸດສະລິມສຶກສາ, ມະຫາວິທະຍາໄລຈຸລາລົງກອນຂອງໄທໃຫ້ທັດສະນະຕໍ່ສົງຄາມ 12 ວັນລະຫວ່າງອິດສະຣາແອນ-ອີຣານວ່າ: ຄວາມຈິງແລ້ວຕາມນະໂຍບາຍຂອງ ທ່ານ ໂດໂນທຣໍານັ້ນລາວບໍ່ສະໜັບສະໜູນເອົາຄົນອາເມິກາ ຫລື ທະຫານອາເມລິກາອອກນອກປະເທດເພື່ອເຮັດສົງຄາມ, ດ້ວຍພາບທີ່ບໍ່ດີ ແລະ ຄວາມຮູ້ສຶກເຈັບປວດທີ່ເປັນຕົວຢ່າງດ້ານລົບເສຍຫລາຍກວ່າໄດ້ໃນອະດີດຜ່ານມານັ້ນມີທະຫານອາເມລິກາໄປເສຍຊີວິດຈໍານວນຫລາຍໃນເຫດການສົງຄາມນອກປະເທດເຊັ່ນ: ອັບການິສະຖານ, ອີຣັກ ແລະ ຊາດອື່ນໆ ນອກຈາກນັ້ນຍັງສູນເສຍງົບປະມານມະຫາສານ ແລະ ບໍ່ຕ້ອງການໃຫ້ສູນກາງພະລັງງານໂລກຖືກທໍາລາຍອີກດ້ວຍ.
ທ່ານ ດຣ ສະຣາວຸດ ອາຣີຍັງເນັ້ນບາງເນື້ອສໍາຄັນວ່າ: ການທີ່ ທ່ານ ທຣໍາສັ່ງເອົາເຮືອບິນໄປຖິ້ມລະເບີດໃສ່ເຂດສົ່ງໃສເປັນໂຮງງານນີວເຄລຍ 3 ແຫ່ງໃນອີຣານນັ້ນອາດເປັນຍ້ອນຄວາມກົດດັນຈາກອິດສະຣາແອນ ແລະ ບາງກຸ່ມພັກເມືອງຂອງອາເມລິກາເອງ. ຕໍ່ມາອີຣານກໍຍິງລູກສອນໄຟຕອບໂຕ້ຄືນຈໍານວນ 6 ລູກໃສ່ຖານທັບອາເມລິກາຢູ່ປະເທດກາຕ້ານັ້ນເປັນພຽງສັນຍະລັກຂອງອີຣານເພື່ອສົ່ງສັນຍານວ່າໄດ້ກູ້ກຽດສັກສີ, ທວງຄວາມເປັນທໍາ ແລະ ບອກໃຫ້ຮູ້ເຖິງຄວາມສາມາດຂອງປົກປ້ອງອະທິປະໄຕຕົນເອງຕໍ່ຊາວອີຣານໃຫ້ຮັບຮູ້ຖ້ວນໜ້າ. ຂະນະທີ່ ເຊືອກເສັ້ນສຸດທ້າຍຂອງສົງຄາມລະຫວ່າງອິດສະຣາແອນ-ອີຣານສິ້ນສຸດສຽງລະເບີດ ແຕກລົງໃຈກາງເຂດ ທະເລຊາຍຕາເວັນອອກກາງນັ້ນແມ່ນເກີດມາຈາກເຈຕະນາລົມຂອງ ທ່ານ ໂດໂນທຣໍາ, ບວກກັບແຮງສະໜັບສະໜູນຂອງຊາດມະຫາອໍານາດໃຫຍ່ເຊັ່ນ: ລັດເຊຍ ແລະ ຈີນເລັ່ງໃຫ້ມີການເຈລະຈາຜ່ານຊ່ອງທາງການທູດດ້ວຍສັນຕິວິທີ ແລະ ນໍາເອົາສັນຕິພາບມາສູ່ປະຊາຄົມໂລກຢ່າງແທ້ຈິງ. ນອກຈາກນັ້ນສອງຝ່າຍກໍພົບວ່າພວກຕົນເອງຮັບຄວາມເສຍຫາຍຢ່າງຫລວງໂດຍມີພົນລະເຮືອນລົ້ມຕາຍ, ຊັບສິນເສຍຫາຍ ແລະ ຜູ້ຄົນບໍ່ອຶດຫີວ.
ນັບຈາກນີ້ໄປຖ້າສົງຄາມ 12 ວັນລະຫວ່າງອິດສະຣາແອນ-ອີຣານຢຸດຕິລົງແທ້ເຊື່ອວ່າຄວາມສະຫງບົບສຸກ ແລະ ສັນຕິພາບກໍຈະເກີດຂຶ້ນຈິງແທ້ແນ່ນອນ ແຕ່ອີກແງ່ມູມໜຶ່ງຖ້າມັນຍັງສືບຕໍ່ລຸກລາມໄປເລື້ອຍໆອາດບໍ່ພຽງແຕ່ໄດ້ເຫັນເສດຖະກິດຕົກຕໍ່າ, ໄພເງິນເຟີ້ຖີບຕົວສູງຂຶ້ນ, ໄພອຶດຫີວຂະຫຍາຍຕົວກວ້າງອອກ ແຕ່ຫາກຍັງຈະໄດ້ເຫັນປະຊາຊົນ ຄົນຮາກຫຍ້າ ແລະ ຜູ້ບໍລິສຸດລົ້ມຕາຍ ຢ່າງຫລວງຫລາຍ. ສະນັ້ນ ສົງຄາມບໍ່ໄດ້ສ້າງຮັ່ງຄູນມີ ແລະ ບໍ່ໄດ້ສົ່ງເສີມການຮ່ວມມືເພື່ອຄວາມ ຈະເລີນກ້າວໜ້າ ເຊິ່ງທັງໝົດນັ້ນມັນ ລ້ວນແຕ່ສ້າງຫາຍຍະນະເຮັດໃຫ້ຄົນລົ້ມຕາຍ,ບາດເຈັບ, ພິການ ແລະ ພັດພາກຈາກກັນຢ່າງໃຫຍ່ຫລວງ ນອກຈາກນັ້ນຍັງທໍາລາຍພື້ນ ຖານເສດຖະກິດ, ຊັບສິນ ແລະ ກໍ່ໃຫ້ເກີດມີຄວາມຄຽດ ແຄ້ນບໍ່ຈົບບໍ່ສິ້ນອີກດ້ວຍ. ແຕ່ເຊື່ອວ່າມະນຸດທຸກໆຄົນຕ່າງຊາດຕ່າງສາສະໜາດທີ່ເກີດມາໃນຊາດໜຶ່ງນັ້ນລ້ວນແຕ່ສະແຫວງຫາສິ່ງດີເຊັ່ນກັນຄື: ສັນຕິພາບ, ຄວາມສະຫງົບສຸກ, ຄວາມຍຸຕິທໍາ,
ຄວາມຖືກຕອ້ງປອງດອງກັນ, ຮ່ວມກັນພັດທະນາ, ແບ່ງປັນຜົນປະໂຫຍດຮ່ວມກັນ, ຢູ່ຮ່ວມກັນຢ່າງສັນຕິ, ແຕ່ໃດມານັບແຕ່ສະໄໝບູຮານເຖິງປັດຈຸບັນນີ້ຍັງບໍ່ເຫັນ ມີຂໍ້ຂັດແຍ່ງໃດກາຍເປັນທາງຕັນ, ບໍ່ມີສົງຄາມໃດແກ່ຍາວໂດຍບໍ່ມີຂອບເຂດສິ້ນສຸດ ແລະ ບໍ່ມີມະຫາອໍານາດໃດຍືນຍົງຕະຫລອດການ ທັງໝົດທັງປວງມັກຈະເດີນທາງ ມາເຖິງຈຸດໝາຍປາຍທາງດຽວກັນສະເໝີຄື “ ສະຫງົບເສິກ ຫລື ຢຸດຕິສົງຄາມ”ແລ້ວອ່ວາຍໜ້າເຂົ້າຫາກັນຄ່ອຍໆປຶກສາຫາລືກັນເພື່ອຊອກທາງອອກທີ່ເໝາະສົມ, ບໍ່ໃຊ້ກໍາລັງທຸກຮູບແບບໃນການແກ້ໄຂບັນຫາ, ຄວບຄຸມບໍ່ໃຫ້ບັນຫາບານປາຍໃຫຍ່ຂຶ້ນແຜ່ລາມ ເປັນວົງກວ້າງ, ສືບຕໍ່ເຄົາລົບສິດອໍານາດປະຊາທິປະໄຕຂອງກັນ ແລະ ກັນ, ບໍ່ແຊກແຊງກິດຈະການພາຍໃນຂອງກັນແລະກັນ, ເຄົາລົບລະບຽບຫລັກການ-ກົດໝາຍສາກົນ ແລະ ອື່ນໆ.
ໂດຍ: ສອດສ່ອງ