Friday, June 27, 2025
Homeຂ່າວໜ້າໜຶ່ງຜົນສໍາເລັດການດໍາເນີນກອງປະຊຸມ

ຜົນສໍາເລັດການດໍາເນີນກອງປະຊຸມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນໄປດ້ວຍຜົນສໍາເລັດ ພາຍຫລັງດຳເນີນມາເປັນເວລາ 14 ວັນ ພາຍໃຕ້ການນໍາພາຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາທ່ານຮອງປະ ທານສະພາແຫ່ງຊາດ. ຕະຫລອດໄລຍະການດໍາເນີນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມເຫື່ອແຮງ ສະຕິປັນຍາເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ບັນດາເນື້ອໃນທີ່ໄດ້ນໍາມາພິຈາລະນາຢູ່ໃນກອງປະຊຸມດ້ວຍການປະສານງານ, ການເກັບກໍາ ແລະ ສະໜອງຂໍ້ມູນທີ່ດີ ຂອງລັດຖະບານ, ກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງຊາດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫລງຜົນສໍາເລັດຂອງກອງປະ ຊຸມດັ່ງກ່າວ ໃນຕອນບ່າຍວັນທີ 26 ມິຖຸນາ 2025 ນີ້ວ່າ: ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທັງເປັນຫົວໜ້າກອງເລຂານຸການຂອງກອງປະຊຸມ ມີຄວາມຍິນດີ ແລະ ຖືເປັນກຽດຢ່າງສູງແຈ້ງມາຍັງບັນດາພະນັກງານ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:

ກອງປະຊຸມຄັ້ງນີ້, ໄດ້ໄຂຂຶ້ນໃນວັນທີ 9-26 ມິຖຸນາ 2025 ເຊິ່ງກອງປະຊຸມໄດ້ດໍາເນີນເປັນເວລາ 14 ວັນ. ໃນມື້ເປີດ ແລະ ປິດກອງປະຊຸມຄັ້ງນີ້, ນອກຈາກການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດແລ້ວ ຍັງມີການນຳຂັ້ນສູງ ແລະ ອະດີດການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພຶ້ນຖານຂອງຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງຊາດຈໍານວນ 15 ສະບັບຄື: ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະ ໃໝ່; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະທິດທາງແຜນການ ຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX; ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ. ໃນນັ້ນ, ກົດໝາຍສ້າງໃໝ່ ຈໍານວນ 5 ສະບັບ ຄື: ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ; ກົດໝາຍວ່າດ້ວຍສັງຄົມສົງເຄາະ; ກົດໝາຍວ່າດ້ວຍສາມັນສຶກສາ; ກົດໝາຍວ່າດ້ວຍການປູກຝັງ; ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ. ສ່ວນກົດໝາຍປັບປຸງ ມີ 5 ສະບັບ ຄື: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍສານປະຊາຊົນ;ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍວ່າດ້ວຍຊົນລະປະທານ; ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍປ້າຍ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຄຽງຄູ່ກັບການພິ ຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະ ດຳເນີນກອງປະຊຸມ ໄດ້ມີປະຊາຊົນສົ່ງຄຳຄິດ, ຄຳເຫັນຜ່ານໂທລະສັບສາຍດ່ວນ(156) ມາຍັງກອງປະ ຊຸມສະພາແຫ່ງຊາດ ລວມທັງໝົດ 710 ສາຍ, 520 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ. ຕໍ່ຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມານັ້ນ ສະພາແຫ່ງຊາດ, ກອງເລຂາກອງປະຊຸມຈະໄດ້ສັງຮວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນໃນການຄົ້ນຄວ້າພິຈາລະນາແກ້ໄຂ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments