Tuesday, June 24, 2025
Homeຂ່າວໜ້າໜຶ່ງປະກາດກົງຈັກການຈັດຕັ້ງ-ບຸກຄະລາກອນ ຂອງ ກະຊວງຖວທ ຈໍານວນໜຶ່ງ ມາຂຶ້ນກັບໂຄສະນາອົບຮົມສູນກາງພັກ

ປະກາດກົງຈັກການຈັດຕັ້ງ-ບຸກຄະລາກອນ ຂອງ ກະຊວງຖວທ ຈໍານວນໜຶ່ງ ມາຂຶ້ນກັບໂຄສະນາອົບຮົມສູນກາງພັກ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫລັງການໂຮມວຽກງານຈຳນວນໜຶ່ງ ຂອງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມານກາງພັກ ຈັດຂຶ້ນໃນວັນທີ 23 ມິຖຸນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ໂດຍມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຫົວໜ້າກົມ, ຜູ້ອຳນວຍການ, ສະຖາບັນ, ກອງວິຊາການ ແລະ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຈາກ 5 ຂົງເຂດວຽກງານສື່ມວນຊົນເຂົ້າຮ່ວມ.

ທ່ານ ຄຳພັນ ເຜີຍຍະວົງ ໄດ້ລາຍງານການກະກຽມການປັບປຸງການຈັດຕັ້ງ ແລະ ການໂຮມວຽກງານຈຳນວນໜຶ່ງ ຂອງ ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ ແລະ ວຽກງານໃນຕໍ່ໜ້າ ໂດຍສະເພາະຜົນການຄົ້ນຄວ້າ ແລະ ປັບປຸງກົງຈັກ ໃນການໂອນວຽກງານຖະແຫລງຂ່າວ-ສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແມ່ນໄດ້ສຸມໃສ່ບາງບັນຫາ ເປັນຕົ້ນ ການປັບປຸງກົງຈັກ ຂອງຄະນະໂຄສະນາອົບຮົມ ຕ້ອງຮັບປະກັນໃຫ້ໄປຕາມທິດ “ລວມສູນ” ຄື: ລວມສູນການນໍາພາ-ຊີ້ນໍາ, ລວມສູນດ້ານການຈັດຕັ້ງ ພັກ-ພະນັກງານ ແລະ ລວມສູນດ້ານ ການຄຸ້ມຄອງ-ບໍລິຫານ, ງົບປະມານ-ການເງິນ ບົນພື້ນຖານຫລັກການ ແລະ ການແບ່ງຂັ້ນຄຸ້ມຄອງ ຕາມກົນໄກທີ່ຈະແຈ້ງ, ໂລ່ງລ່ຽນ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ຮັບປະກັນການເຄື່ອນໄຫວວຽກງານ ທີ່ມີປະສິດທິຜົນ ແລະ ທັນກັບສະພາບການ; ສັບຊ້ອນບັນດາໜ້າວຽກ ຂອງກົມທີ່ມີຢູ່ ໃຫ້ກົມກຽວ, ບໍ່ຊໍ້າຊ້ອນ, ບໍ່ກ້າວກ່າຍ ແລະ ບໍ່ໃຫ້ທັບຊ້ອນກັນ ເປັນຕົ້ນ ວຽກງານຈັດຕັ້ງ-ພະນັກງານ, ວຽກງານດ້ານເຕັກນິກ, ວຽກງານຄຸ້ມຄອງ-ຫ້ອງການ, ວຽກງານການເງິນ, ວຽກງານຂ່າວສານ-ຫັນເປັນທັນສະໄໝ ແລະ ອື່ນໆ ທີ່ເຫັນວ່າຍັງຊໍ້າຊ້ອນກັນ; ປັບປຸງລະບອບ, ກົນໄກ, ແບບແຜນເຮັດວຽກ, ວິທີການຄຸ້ມຄອງ ວຽກງານຖະແຫລງຂ່າວ-ສື່ມວນຊົນ ໂດຍສະເພາະ ບັນຫາການຫັນໄປສູ່ການກຸ້ມຕົນເອງ ດ້ານງົບປະມານ-ການເງິນ; ຄົ້ນຄວ້າກ່ຽວກັບກົນໄກການນໍາໃຊ້ລາຍຮັບວິຊາການ ເພື່ອໃຫ້ມີຄວາມສະດວກ-ວ່ອງໄວ ໃນການໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ທັງຮັບປະກັນຄວາມໂປ່ງໃສ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ ເຮັດໃຫ້ແຕ່ລະພາກສ່ວນ ໂດຍສະເພາະ ຫົວໜ່ວຍວິຊາການ ສາມາດກຸ້ມຕົນເອງ ຕາມທິດ ສອຈ ຢ່າງແທ້ຈິງ. ພ້ອມກັນນັ້ນ, ກໍສືບຕໍ່ແກ້ໄຂບັນຫາຫຍໍ້ທໍ້ ດ້ານງົບປະມານ-ການເງິນ, ການສ້າງໜີ້ສິນຄຸມເຄືອ ໃນຂົງເຂດຖະແຫລງຂ່າວ-ສື່ມວນຊົນ ໃຫ້ຕົກໄປເປັນກ້າວໆ. ສຳລັບໂຄງປະກອບກົງຈັກການຈັດຕັ້ງ (ໃໝ່) ຂອງຄະນະໂຄສະນາອົບຮົມສູນກາງພັກ ສະເໜີຂັ້ນເທິງຮັກສາໄວ້ 14 ກົມ, ແຕ່ໄດ້ຄົ້ນຄວ້າ ແລະ ປັບປຸງຂັ້ນພະແນກ ຈາກທັງໝົດ 84 ພະແນກ ຍັງເຫລືອ 68 ພະແນກ, ຫລຸດລົງ 14 ພະແນກ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ປັບປຸງວຽກງານ ຂັ້ນພະແນກ ໃຫ້ໄປຕາມທິດ ກະທັດຮັດ ແລະ ມີປະສິດທິພາບ.

ສຳລັບທິດທາງ, ວຽກງານຈຸດສຸມ ໃນຕໍ່ໜ້າ ຄະນະໂຄສະນາອົບຮົມສູນກາງພັກ ຈະສືບຕໍ່ສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ໃຫ້ໜັກແໜ້ນ, ມີຄວາມສະຫງົບ, ອຸ່ນອຽນ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງການກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ ການຈັດຕັ້ງ ແລະ ການ ເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ ແລະ ທຽບເທົ່າ ໃຫ້ສໍາເລັດ; ສືບຕໍ່ຄົ້ນຄວ້າ, ສັບຊ້ອນພະນັກງານ ທີ່ມີມາດຕະຖານ, ເງື່ອນໄຂ ຂັ້ນຮອງຫົວໜ້າກົມ, ຂັ້ນພະແນກ ແລະ ວິຊາການ ໃຫ້ຮັບປະກັນຄຸນນະພາບ. ພ້ອມກັນນັ້ນ, ກໍສືບຕໍ່ກວດກາຄືນ ຈໍານວນພະນັກງານ ໃນກໍລະນີຕ່າງໆໃຫ້ຖືກຕ້ອງກັບຕົວຈິງ ເພື່ອສັບຊ້ອນ, ຈັດວາງໃຫ້ເໝາະສົມ ແລະ ແກ້ໄຂໃຫ້ແທດກັບຕົວຈິງ ຕາມນະໂຍບາຍທີ່ວາງອອກ; ສືບຕໍ່ຄົ້ນຄວ້າ, ປັບປຸງ ກົງຈັກການຈັດຕັ້ງ ຂັ້ນພະແນກ ໃຫ້ມີຈຳນວນກະທັດຮັດ ແຕ່ຮັບປະກັນປະສິດທິພາບ ໃນການເຄື່ອນໄຫວວຽກງານ; ສືບຕໍ່ປັບປຸງການຈັດຕັ້ງພັກ, ຄະນະພັກ, ອົງການຈັດຕັ້ງມະຫາຊົນ ໃຫ້ຖືກຕ້ອງ ກັບກົດລະບຽບພັກ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງຄະນະໂຄສະນາອົບຮົມສູນກາງພັກ. ພ້ອມກັນນັ້ນ, ກໍກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາຮາກຖານພັກ ແລະ ອົງຄະນະພັກ ຄອສພ ໃຫ້ສໍາເລັດຕາມກຳນົດເວລາ; ກວດກາຄືນຊັບສິນຕ່າງໆ ເພື່ອດຸນດ່ຽງ, ຄຸ້ມຄອງ, ນໍາໃຊ້ ໃຫ້ມີປະສິດທິຜົນສູງສຸດ, ບໍ່ໃຫ້ຕົກເຮ່ຍເສຍຫາຍ; ຂຶ້ນແຜນງົບປະມານ ປະຈໍາປີ 2026 ໃຫ້ທ່ວງທັນ ແລະ ສາມາດຕອບສະໜອງການ ເຄື່ອນໄຫວໜ້າທີ່, ວຽກງານ ຂອງກົງຈັກການຈັດຕັ້ງໃໝ່ ຂອງຄະນະໂຄສະນາອົບຮົມສູນກາງພັກ; ສົມທົບກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອຄົ້ນຄວ້າ ກ່ຽວກັບການ ໂອນວຽກງານຖະແຫລງຂ່າວ-ສື່ມວນຊົນ ຈາກພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ-ແຂວງ, ຫ້ອງການ ຖວທ ເມືອງ-ນະຄອນ ໄປຂຶ້ນກັບຄະນະໂຄສະນາອົບຮົມ ນະຄອນຫລວງ-ແຂວງ, ເມືອງ-ນະຄອນ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນບາງບັນຫາທີ່ສຳຄັນ ເພື່ອໃຫ້ວຽກງານໂຄສະນາອົບຮົມ ສືບຕໍ່ດຳເນີນໄປຢ່າງແຂງແຮງ-ຕໍ່ເນື່ອງ ໂດຍຕິດແທດ ແລະ ສ່ອງແສງຊີວິດຕົວຈິງຂອງສັງຄົມ ໃນຕໍ່ໜ້າ ເປັນຕົ້ນ ໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ທີ່ມີວຽກສື່ມວນຊົນ (ວຽກຖະແຫລງຂ່າວ) ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ ໂດຍສຶກສາອົບຮົມການເມືອງແນວຄິດພະນັກງານ-ລັດຖະກອນ ໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງ, ເປົ້າໝາຍຂອງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ສັບຊ້ອນຈັດວາງບຸກຄະລາກອນເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ, ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບ ພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ເພື່ອໃຫ້ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາໃຫ້ແທດເຖິງເປັນປົກກະຕິ, ຊີ້ນໍາ ຕິດຕາມການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມຢູ່ທ້ອງຖິ່ນ ໃຫ້ສໍາເລັດ ແລະ ມີການເຄື່ອນໄຫວປະຕິບັດໜ້າທີ່ມີປະສິດທິຜົນກວ່າເກົ່າ, ປັບປຸງກົນໄກການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ເປັນລະບົບໂລ່ງລ່ຽນ, ວ່ອງໄວ ທັນສະພາບການ, ສືບຕໍ່ຈັດຕັ້ງຝຶກອົບຮົມ, ບໍາລຸງ-ກໍ່ສ້າງພະນັກງານໂຄສະນາອົບຮົມ, ພະນັກງານທີ່ເຮັດວຽກງານສື່ສານມວນຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດສູງ, ມີຄວາມຊຳນານງານ (ມືອາຊີບ) ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໂດຍເລີ່ມຈາກການຝຶກອົບຮົມວິຊາສະເພາະຢູ່ພາຍໃນ ເປັນຕົ້ນຕໍ, ຈັດຕັ້ງຊຸດຮຽນທິດສະດີການເມືອງ ຢ່າງເປັນລະບົບຕໍ່ເນື່ອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ; ໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ກະກຽມດໍາເນີນກອງປະຊຸມໜ່ວຍພັກ ແລະ ກ້າວໄປເຖິງການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສໍາເລັດຕາມແຜນທີ່ຄາດໄວ້; ກ່ຽວກັບວຽກສື່ມວນຊົນ (ວຽກຖະແຫລງຂ່າວ) ໃຫ້ຄະນະອໍານວຍການ, ຄະນະບັນນາທິການ ແລະ ພະນັກງານ-ລັດຖະກອນທັງໝົດ ຕະຫລອດເຖິງການຈັດຕັ້ງຕ່າງໆ ເປັນຕົ້ນ ການຈັດຕັ້ງຮາກຖານພັກ ຜ່ານມາໄດ້ຂຶ້ນກັບ ແລະ ພາຍໃຕ້ການນຳພາ ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປັດຈຸບັນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ສ່ວນສຳນັກງານບ່ອນເຮັດວຽກສ່ວນຫລາຍແມ່ນຕັ້ງຢູ່ບ່ອນເກົ່າ ແລະ ມີບາງກົມອາດຈະສັບຊ້ອນມາຢູ່ສໍານັກງານອື່ນໃໝ່ ໃຫ້ບັນດາສະຫາຍມີຄວາມອຸ່ນອ່ຽນ ແລະ ເປັນເອກະພາບສູງ ຕໍ່ການຕົກລົງ ຂອງຂັ້ນເທິງ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ພ້ອມກັນບຸກບືນແຂ່ງຂັນປະຕິບັດໜ້າທີ່ວຽກງານໃຫ້ຕໍ່ເນື່ອງເປັນປົກກະຕິ ແລະ ມີຜົນສຳເລັດດີຂຶ້ນກວ່າເກົ່າ, ເປັນເຈົ້າການປະສານສົບທົບ ກັບພາກສ່ວນກ່ຽວຂ້ອງ ໃນການປັບປຸງບາງກົນໄກການ ເຄື່ອນໄຫວວຽກງານໃຫ້ເປັນເອກະພາບ, ສືບຕໍ່ຝຶກອົບຮົມ, ບໍາລຸງ, ກໍ່ສ້າງຖັນແຖວພະນັກງານ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ກໍຄືທາງດ້ານໜ້າທີ່ວິຊາສະເພາະ, ປັບປຸງ-ສ້າງເພື່ອນຮ່ວມງານ ໃຫ້ກວ້າງຂວາງ ໃຫ້ມີຢູ່ທຸກຂົງເຂດ ທຸກຂະແໜງການ, ແຕ່ລະແຂວງ, ແຕ່ລະເມືອງ ລວມເຖິງເຂດຈຸດສຸມພັດທະນາເພື່ອເກັບກໍາ-ສະໜອງຂ່າວ ທີ່ຫລາກຫລາຍ, ທັນເວລາ, ສືບຕໍ່ພັດທະນາວຽກສື່ມວນຊົນ (ວຽກຖະແຫລງຂ່າວ) ໃຫ້ສອດຄ່ອງກັບຍຸກສະໄໝ ໂດຍສຶກສາ ໝູນໃຊ້ບົດຮຽນອັນດີ ຂອງສື່ອື່ນໆ ຈາກພາຍໃນ ແລະ ຕ່າງປະເທດ, ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານສື່ມວນຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ເປັນກະບອກສຽງທີ່ດີຂຶ້ນຕື່ມ; ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງໄດ້ສືບຕໍ່ໃນການເຮັດໜ້າທີ່ການເມືອງ ດ້ານວຽກງານແນວຄິດຂອງພັກ ກໍຄື ວຽກງານໂຄສະນາຜ່ານສື່ມວນຊົນ ແລະ ວຽກງານ ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ໂດຍເລີ່ມຈາກການປັບປຸງການຈັດຕັ້ງພັກ-ພະນັກງານ ຕາມທິດຫັນເຂົ້າສູ່ຄຸນນະພາບ ແລະ ທັນສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments