Home ຂ່າວການເມືອງ ນາຍົກລັດຖະມົນຕີ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ນາຍົກລັດຖະມົນຕີ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

0
5

ວັນທີ 18 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຈຸດສຸມຜາສັງ ເມືອງເຟືອງ ແຂວງວຽງຈັນ, ໃຫ້ກຽດຕ້ອນຮັບຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີເຈົ້າເມືອງໆເຟືອງ, ການນຳພັກ-ລັດ ຈາກສູນກາງ, ຂັ້ນແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ອາດ ວິໄລພົນ ປະທານກວດກາພັກ-ລັດເມືອງເຟືອງ ໄດ້ຕາງໜ້າລາຍງານສະພາບລວມຂອງຕົວເມືອງນ້ອຍຜາສັງ ເມືອງເຟືອງ ວ່າ: ຈຸດສຸມຜາສັງ ແມ່ນໜຶ່ງໃນຈຸດສຸມພັດທະນາຂອງແຂວງວຽງຈັນ ໄດ້ຖືກຮັບຮອງເປັນ ຕົວເມືອງນ້ອຍໃນຊົນນະບົດ ໃນວັນທີ 5 ມັງກອນ 2024, ມີ 10 ບ້ານຂຶ້ນກັບ, 156 ໜ່ວຍສາມັກຄີ, ມີ 2.415 ຄອບຄົວ, ພົນລະເມືອງ 14.265 ຄົນ, ຍິງ 7.049 ຄົນ, ມີ 5 ຊົນເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອິວມ້ຽນ, ປະຊາຊົນສ່ວນຫລາຍຖືເອົາການປູກຝັງ-ລ້ຽງສັດ ອັນພົ້ນເດັ່ນແມ່ນ ການປູກເຂົ້າ, ໝາກເດືອຍ, ຢາງພາລາ, ລ້ຽງໄກ່ໄຂ່ ແລະ ສັດໃຫຍ່, ສະເລ່ຍເຂົ້າເປືອກຕໍ່ຫົວຄົນໄດ້ 900 ກວ່າກິໂລຕໍ່ປີ. ປັດຈຸບັນ, ຍັງມີຄອບຄົວບໍ່ພົ້ນທຸກ (ທຸກຍາກ) ຈຳນວນ 112 ຄອບຄົວ.

ໂອກາດນີ້ ທ່ານນາຍົກນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ຮັກສາມູນເຊື້ອດຸໝັ່ນຂະຫຍັ່ນພຽນຂອງຕົນ ໃນການປູກຝັງ-ລ້ຽງສັດ ຕາມທ່າແຮງທີ່ມີ, ປູກໃຫ້ຫລາຍ ໃຫ້ກຸ້ມກິນ, ສ່ວນທີ່ເຫລືອກໍ່ສົ່ງອອກຈຳໜ່າຍເພື່ອສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ ໃຫ້ມີຢູ່ມີກິນ ແລະ ກ້າວໄປເຖິງການຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ພ້ອມນີ້, ການຈັດຕັ້ງທີ່ກ່ຽວຂ້ອງກໍຕ້ອງໃຫ້ການສະໜັບໜູນ ໃນການຄົ້ນຫາແຫລ່ງທຶນຮອນ ເງິນກູ້ດອກເບ້ຍຕ່ຳ ສະໜອງໃຫ້ແກ່ປະຊາຊົນຕື່ມອີກ. ສຳລັບການຈັດບຸນປະເພນີຂອງເຜົ່າຕ່າງໆ ກໍຕ້ອງຢູ່ບົນພື້ນຖານຄວາມປະຢັດມັດທະຍັດຕາມຄວາມເໝາະສົມ.

ໂອກາດທີ່ມາຢ້ຽມຢາມໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ນຳເອົາອຸປະກອນ, ເຄື່ອງໃຊ້ຫ້ອງການມາມອບໃຫ້ຈຸດສຸມຜາສັງ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here