Monday, June 9, 2025
Homeຂ່າວພາຍໃນພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວມີການພັດທະນາຫຼາຍດ້ານ

ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວມີການພັດທະນາຫຼາຍດ້ານ

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງຂົວດັ່ງກ່າວໄດ້ສໍາເລັດ98.4% ຍັງເຫຼືອໜ້າວຽກຈໍານວນໜຶ່ງກໍຖືວ່າສໍາເລັດ 100% ຄາດວ່າຈະເປີດນໍາໃຊ້ຂົວໃນທ້າຍປີ 2025 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີ.

ທ່ານກ່າວໃຫ້ຮູ້ອີກວ່າ: ເມື່ອກໍ່ສ້າງສຳເລັດຈະນໍາເອົາຜົນປະໂຫຍດໃຫ້ສອງປະເທດລາວ-ໄທ, ຂົວແຫ່ງນີ້ຖ້າທຽບໃສ່ຂົວທັງ 4 ແຫ່ງ ເປັນຂົວເຊື່ອມຕໍ່ລະຫວ່າງໄທ-ລາວ ແລະ ໄປຫາ ສສ ຫວຽດນາມ ພ້ອມທັງເປັນເສັ້ນທາງທີ່ມີໄລຍະສັ້ນກວ່າໝູ່ຂອງບັນດາການຂົນສົ່ງຕ່າງໆ; ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວມີລວງຍາວ 535 ແມັດ, ເບື້ອງໄທ 815 ແມັດຄວາມກວ້າງ 17.40 ແມັດ ສາມາດແລ່ນສວນກັນໄດ້ ຊຶ່ງປະກອບມີ 4 ເລນ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ ແລະ ໃນອະນາຄົດຈະມີລົດຜ່ານຂົວແຫ່ງນີ້ຫຼາຍ ໂດຍສະເພາະເບື້ອງພາກອີສານຂອງໄທ, ການທີ່ຈະໄປຫວຽດນາມຈະບໍ່ໄປຜ່ານນະຄອນຫຼວງວຽງຈັນອີກ ຈະມາຜ່ານຂົວແຫ່ງນີ້ເພື່ອອອກສູ່ຫວຽດນາມໄປຕາມເສັ້ນທາງເລກ 8 ແລະ ຫວຽດນາມຈະໄປໄທ ກໍຈະມາຜ່ານຂົວແຫ່ງນີ້ ເພາະເປັນເສັ້ນທາງທີ່ມີໄລຍະສັ້ນ ແລະ ຈະເຮັດໃຫ້ເຂດດັ່ງກ່າວມີການພັດທະນາ, ມີການຂະຫຍາຍຕົວທາງດ້ານເສດຖະກິດ ທັງຈະເຮັດໃຫ້ປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ໃນເຂດດັ່ງກ່າວກໍຈະມີລະບົບສາງ, ການທ່ອງທ່ຽວ, ການພັດທະນາເສດ ຖະກິດ, ການລໍາລຽງຂົນສົ່ງສິນຄ້າຕ່າງໆ ພ້ອມທັງມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ສາມາດດຶງເມັດເງິນຈາກຕ່າງປະເທດເຂົ້າມາພາຍໃນປະເທດຫຼາຍຂຶ້ນ.

ທ່ານ ໄລທອງ ພົມມະວົງ ກ່າວຕື່ມວ່າ: ສຳລັບການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຫຼັງຈາກເຊັນສັນຍາການກໍ່ສ້າງໄດ້ພົບຄວາມຫຍຸ້ງຍາກຫຼາຍບັນຫາເຊັ່ນ: ການລະບາດຂອງພະຍາດໂຄວິດ-19, ບັນຫາໄພທໍາມະຊາດ ໂດຍສະເພາະລະດູຝົນ, ມີຝົນຕົກໜັກເຮັດໃຫ້ນໍ້າຂອງຂຶ້ນບໍ່ສາມາດກໍ່ສ້າງໄດ້, ຄາດວ່າພາຍຫຼັງເປີດການນໍາໃຊ້ຢ່າງເປັນທາງການ ລະຫວ່າງສາມປະເທດ ໄທ-ລາວ-ຫວຽດນາມ ຈະເຮັດໃຫ້ການຄ້າ, ການລົງທຶນລວມເຖິງຜູ້ໂດຍສານ ສາມາດຮອງຮັບການຂົນສົ່ງດັ່ງກ່າວໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments