ໃນວັນທີ 6 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນາ 2025.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ແລະ ຄະນະ ຖືເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ສະແດງອອກ ໂດຍການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ ແລະ ປະຊາຊົນສອງຊາດ ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານຕຸລາການ ຂອງສອງປະເທດໃຫ້ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະ ຫລອດໄປ.

ໂອກາດດຽວກັນ, ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງ, ໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ ໂດຍສະເພາະ ແມ່ນການປຶກສາຫາລືການປະຕິບັດວຽກງານ ດ້ານການກະກຽມສ້າງຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນສະມາຊິກສະມາຄົມນັກກົດໝາຍອາຊຽນ.