ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 27 ກໍລະກົດທີ່ຜ່ານມານີ້, ຄະນະກຳມະການກຳນົດນະໂຍບາຍການເງິນ (FONC) ຂອງທະນາຄານກາງອາເມຣິກາ (ເຟດ) ໄດ້ມີມະຕິເຫັນດີເປັນເອກະພາບກັນປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,75% ສູ່ລະດັບ 2,25%-2,50% ຫຼັງຈາກເຂົ້າສູ່ປີ 2022 ດ້ວຍອັດຕາດອກເບ້ຍ 0% ໂດຍເນັ້ນໃສ່ເປົ້າໝາຍສະກັດກັ້ນພາວະເງິນເຟີ້ທີ່ສູງຂຶ້ນຢ່າງຕໍ່ເນື່ອງໃນປະເທດຂະນະນີ້.

ທ່ານ ເຈີໂຣມ ພາວເວວ ປະທານເຟດໄດ້ອອກຖະແຫຼງການວ່າ FONC ຍັງຄົງຢືນຢັນຢ່າງແນ່ນອນທີ່ຈະດຶງໂຕເລກເງິນເຟີ້ໃຫ້ຢູ່ທີ່ເປົ້າໝາຍ 2% ໃຫ້ໄດ້ ແລະ ຄາດວ່າ ການເລີ່ມປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງທີ່ດຳເນີນຢູ່ຂະນະນີ້ຖືວ່າເໝາະສົມແລ້ວ ແຕ່ອາດຈະຫຼຸດຄວາມຖີ່ໃນການປັບຂຶ້ນອັດຕາດອກເບ້ຍໃນອະນາຄົດ. ຖະແຫຼງການຂອງ FONC ລະບຸວ່າ ຕົວຊີ້ວັດກ່ຽວກັບການຈັບຈ່າຍຂອງຜູ້ບໍລິໂພກ ແລະ ພາກການຜະລິດເມື່ອບໍ່ດົນມານີ້ ໄດ້ອ່ອນກຳລັງລົງພ້ອມທັງລະບຸວ່າ ອັດຕາເງິນເຟີ້ທີ່ຍັງຄົງສູງຂຶ້ນ ສະທ້ອນເຖິງຄວາມບໍ່ສົມດູນລະຫວ່າງການສະໜອງ ແລະ ຄວາມຕ້ອງການ ຊຶ່ງເປັນຜົນສືບເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ລາຄາອາຫານ ແລະ ພະລັງງານທີ່ສູງຂຶ້ນ ລວມເຖິງແຮງກົດດັນດ້ານລາຄາທີ່ຂະຫຍາຍວົງກວ້າງຂຶ້ນ. ທັງນີ້, ເຟດໄດ້ປະກາດປັບຂຶ້ນອັດຕາດອກເບ້ຍ 0,75% ເປັນຄັ້ງທີ 2 ຕິດຕໍ່ກັນ ຫຼັງຈາກປັບຂຶ້ນອັດຕາດຽວກັນສູ່ລະດັບ 1,5%-1,75% ໃນກອງປະຊຸມເມື່ອກາງເດືອນມິຖຸນາທີ່ຜ່ານມາ ຂະນະທີ່ອັດຕາເງິນເຟີ້ໃນອາເມຣິກາຍັງຢູ່ໃນລະດັບທີ່ສູງ ແລະ ຖືວ່າເປັນການປັບຂຶ້ນອັດຕາດອກເບ້ຍຄັ້ງທີ 4 ຂອງເຟດໃນໄລຍະ 5 ເດືອນທີ່ຜ່ານມາ.

ບັນດານັກເສດຖະສາດລະບຸວ່າ ການປັບຂຶ້ນອັດຕາດອກເບ້ຍ 0,75% ຄັ້ງນີ້ ຖືວ່າເປັນວົງຈອນການເຂັ້ມງວດທາງດ້ານການເງິນຄັ້ງຮຸນແຮງທີ່ສຸດຂອງເຟດ ນັບຕັ້ງແຕ່ຍຸດທົດສະວັດທີ 80 ໄລຍະທີ່ພາວະເສດຖະກິດຢຸດສະງັກ ແລະ ອັດຕາເງິນເຟີ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ເສດຖະກິດອາເມຣິກາ. ເມື່ອອາທິດທີ່ຜ່ານມາ ເອສແອນພີ ໂກໂບ (S&P Global) ໄດ້ລາຍງານວ່າ ດັດຊະນີຜູ້ຈັດການຝ່າຍຊື້ (PMI) ລວມພາກການຜະລິດ ແລະ ພາກການບໍລິການເບື້ອງຕົ້ນຂອງອາເມຣິກາປັບຕົວລົງສູ່ລະດັບ 47,5 ໃນເດືອນກໍລະກົດ ຊຶ່ງເປັນລະດັບຕ່ຳທີ່ສຸດໃນຮອບ 26 ເດືອນຈາກລະດັບ 52,3 ໃນເດືອນມິຖຸນາ. ດັດຊະນີ PMI ຢູ່ຕໍ່າກວ່າລະດັບ 50 ຊີ້ໃຫ້ເຫັນວ່າ ພາກທຸລະກິດຂອງອາເມຣິກາຢູ່ໃນພາວະຫົດຕົວ ໂດຍເປັນການຫົດຕົວຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ ຫຼື ນັບຕັ້ງແຕ່ເດືອນມິຖຸນາ 2020 ໂດຍຖືກກົດດັນມາຈາກພາວະຫົດຕົວໃນພາກບໍລິການ. ສ່ວນຂະແໜງການຜະລິດປັບຕົວລົງເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ ໂດຍໄດ້ຮັບຜົນກະທົບຈາກການຫົດຕົວລົງຂອງຄຳສັ່ງຊື້ໃໝ່ ແລະ ການຈ້າງງານ ຂະນະທີ່ຄວາມເຊື່ອໝັ້ນຂອງພາກທຸລະກິດຢູ່ທີ່ລະດັບຕ່ຳທີ່ສຸດນັບຕັ້ງແຕ່ເດືອນເດືອນກັນຍາ 2020.

ດັດຊະນີ PMI ຂະແໜງການຜະລິດເບື້ອງຕົ້ນຢູ່ທີ່ 52,3 ຊຶ່ງເປັນລະດັບຕ່ຳທີ່ສຸດໃນຮອບ 24 ເດືອນຈາກລະດັບ 52,7 ໃນເດືອນມິຖຸນາ ແລະ ດັດຊະນີ PMI ຂະແໜງການບໍລິການໃນເບື້ອງຕົ້ນຢູ່ທີ່ 47,0 ຊຶ່ງເປັນລະດັບຕ່ຳທີ່ສຸດໃນຮອບ 26 ເດືອນຈາກລະດັບ 52,7 ໃນເດືອນມິຖຸນາ. ກ່ອນໜ້ານີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດປັບຫຼຸດໂຕເລກການຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກໃນປີ 2022 ແລະ 2023 ໂດຍເຕືອນວ່າ ເສດຖະກິດໂລກມີທ່າອ່ຽງເຂົ້າສູ່ພາວະຖົດຖອຍທ່າມກາງຄວາມສ່ຽງຈາກເງິນເຟີ້ທີ່ເພີ່ມຂຶ້ນ ການຫົດຕົວຂອງເສດຖະກິດຈີນທີ່ຮຸນແຮງກວ່າການຄາດຄະເນ ລວມທັງຜົນກະທົບຈາກສະຖານະການໂລກໃນປັດຈຸບັນ. ບົດລາຍງານທ່າອ່ຽງເສດຖະກິດໂລກ (World Economic Outlook) ຂອງ IMF ໄດ້ເປີດເຜີຍການຄາດຄະເນເສດຖະກິດໂລກວ່າ ຈະຂະຫຍາຍຕົວ 3,2% ໃນປີ 2022 ກ່ອນທີ່ຈະຫົດຕົວລົງສູ່ 2,9% ໃນປີ 2023 ໂດຍປັບຫຼຸດລົງ 0,4% ແລະ 0,7% ຕາມລຳດັບຈາກໂຕເລກການຄາດຄະເນໃນເດືອນເມສາທີ່ຜ່ານມາ.

LEAVE A REPLY

Please enter your comment!
Please enter your name here