ພາຍຫຼັງທີ່ສໍາເລັດການຝຶກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະກິດຈະກໍາບໍລິການທາງການແພດຢູ່ສະຖານີໂພນໂຮງແລ້ວ, ວັນທີ 26-28 ກໍລະກົດນີ້, ຄະນະແພດຂະບວນລົດໄຟສັນຕິພາບລາວ-ຈີນ 2022 ນໍາໂດຍສະຫາຍ ພັນເອກ ພິເສດ ເສິນ ຊຸນໝິງ ຮອງຫົວໜ້າກົມເສນາຮັກ, ກົມຮັບປະກັນພະລາທິການຄະນະກໍາມະການທະຫານສູນກາງແຫ່ງ ສປ ຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບຈີນ-ລາວ 2022 ກອງທັບປົດປ່ອຍປະຊາຊົນຈີນ ໄດ້ເດີນທາງມາເຮັດວຽກບໍລິການທາງການແພດຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ເຊິ່ງໄດ້ຮັບການຕ້ອນຮັບຈາກສະຫາຍ ພັນເອກ ສຸລິພັນ ເພັດຈັນທະລາ ຜູ້ອໍານວຍການໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະ.

ຄະນະແພດຂະບວນລົດໄຟສັນຕິພາບລາວ-ຈີນ 2022 ກໍຄືຊ່ຽວຊານການແພດທີ່ມາຈາກໂຮງໝໍຈີນແຫ່ງໜຶ່ງໃນນັ້ນ, ມີພະແນກປ້ອງກັນການລະບາດວິທະຍາ, ພະແນກກະດູກ, ພະແນກປະສາດພາຍໃນ ແລະປະສາດພາຍນອກ, ພະແນກພະຍາບານ ແລະອື່ນໆ ເຊິ່ງລ້ວນແຕ່ເປັນຜູ້ມີປະສົບການ ແລະຜ່ານການເຂົ້າຮ່ວມກິດຈະກໍາທາງການແພດຢູ່ສາກົນ ແລະຫຼາຍຂົງເຂດມາແລ້ວ. ຈຸດປະສົງໃນການເດີນທາງມາເຮັດວຽກຢູ່ໂຮງໝໍ 103 ຄັ້ງນີ້ ກໍ່ເພື່ອແລກປ່ຽນບົດຮຽນ, ຄວາມຮູ້ດ້ານການແພດ, ຍົກສູງລະດັບເຕັກນິກ ແລະສຸຂະພາບຂອງປະຊາຊົນລາວ ລວມທັງປະກອບສ່ວນຊ່ວຍເຫຼືອລ້າເຂົ້າໃນເຕັກນິກການແພດຂອງຝ່າຍລາວ ກໍ່ຄືພະແນກເສິກເສີນ, ຫູຕາດັງຄໍ, ຫົວໃຈ ແລະພະແນກອື່ນໆ ອີງຕາມພະຍາດທີ່ມັກເກີດຢູ່ໃນປະເທດລາວ.

ນອກຈາກນີ້, ຄະນະແພດຂອງຂະບວນລົດໄຟສັນຕິພາບ ຍັງໄດ້ຮ່ວມມືກັບຄະນະແພດຈີນທີ່ປະຈໍາຢູ່ໂຮງໝໍ 103 ລວມທັງແພດລາວ ໄດ້ແລກປ່ຽນບົດຮຽນທິດສະດີຄວາມຮູ້, ໂຄສະນາຄວາມຮູ້ການປ້ອງກັນໂຄວິດ-19 ແລະອື່ນໆ.

ທ່ານອໍານວຍການໂຮງໝໍ 103 ກອງທັບໄດ້ກ່າວສະແດງຄວາມຂອບໃຈ ແລະຊົມເຊີຍ ທີມງານແພດຂະບວນລົດໄຟ ສັນຕິພາບ ພ້ແມທັງກ່າວວ່າ ທີມແພດຈີນຂະບວນລົດໄຟນີ້ໄດ້ເສີມຂະຫຍາຍບົດບາດອັນສໍາຄັນໃຫ້ແກ່ການພັດທະນາ ແລະຍົກລະດັບເຕັກກນິກການແພດໃຫ້ຝ່າຍລາວ ເຊິ່ງໄດ້ຖ່າຍຖອດບົດຮຽນໃຫ້ຝ່າຍລາວ ແລະຕອບຄໍາຖາມທີ່ແພດລາວໃຫ້ຄວາມສົນໃຈຢ່າງແຈ່ມແຈ້ງເຂົ້າໃຈດີ.

LEAVE A REPLY

Please enter your comment!
Please enter your name here