Saturday, June 7, 2025
Homeຂ່າວພາຍໃນຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

ຄະນະຊາວໜຸ່ມ ກະຊວງ ຖວທ ໄດ້ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ

ພິທີ ມອບ-ຮັບ ທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກໃຫ້ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນ ໃນວັນທີ 3 ມິຖຸນາ 2025 ນີ້, ຕາງໜ້າມອບໂດຍ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ ໂດຍມີ ສະຫາຍ ວັນສີ ກົວມົວ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາສະຫາຍເລຂາ, ຮອງເລຂາ, ກຳມະການໜ່ວຍຊາວໜຸ່ມຮາກຖານ ແລະ ຊາວໜຸ່ມທີ່ຂຶ້ນກັບຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ຮອງເລຂາຄະນະບໍລິຫານການຊາວໜຸ່ມ ກະຊວງ ຖວທ, ທັງເປັນຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ນັບແຕ່​ປີ 2021-2024 ແລະ ທິດທາງແຜນການ ປີ 2025 ເຊິ່ງຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ​ແມ່ນ​ໜຶ່ງ​ໃນ​​ສາມອົງການ​ຈັດ​ຕັ້ງ​ມະຫາຊົນ ຢູ່ໃນໂຄງປະກອບການຈັດຕັ້ງຂອງກະຊວງ, ທີ່​ເຄື່ອນ​ໄຫວ ​ຕາມພາລະບົດບາດ, ສິດ ແລະ ໜ້າ​ທີ່ ຂອງ​ຕົນ ພາຍໃຕ້​ການ​ນໍາພາ-ຊີ້​ນໍາ ​ໂດຍ​ກົງຈາກ​ຄະນະພັກ-ຄະນະນຳກະຊວງ ຖວທ ແລະ ໄດ້ຮັບການຊຸກຍູ້ ຕິດຕາມ ຢ່າງໃກ້ຊິດຈາກຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ​. ​ວຽກ​ງານ​ຂອງ​ຊາວ​ໜຸ່ມ​ ໄດ້​ຕິດ​ພັນ​​ກັບ​ວຽກງານ​ວິຊາ​ສະ​ເພາະຢ່າງ​ສະໜິດ​ແໜ້ນ ໄດ້ປະກອບສ່ວນ​ຢ່າງຫລວງຫລາຍ ເຂົ້າໃນວຽກງານວິຊາສະເພາະຂອງຂະແໜງການຂອງຕົນ ຢ່າງຫ້າວຫັນ ແລະ ມີຜົນສໍາເລັດສູງ. ຜ່ານການປະຕິບັດວຽກງານດ້ວຍຄວາມຕື່ນຕົວ, ສະໝັກໃຈ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ການຈັດຕັ້ງ, ບຸກຄົນໃນຖັນແຖວຊາວໜຸ່ມ ກາຍເປັນຕົວແບບຊາວໜຸ່ມ 4 ບຸກ ສັງກັດໃນກົມ, ກອງ​ຕ່າງໆ ທົ່ວກະຊວງ, ເຮັດໃຫ້ຊາວ​ໜຸ່ມມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກ​ເປັນ​ຢ່າງ​ດີ, ວ່ອງໄວ ແລະ ມີຄຸນນະພາບ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ນັບແຕ່​ປີ 2021-2024 ທີ່ຜ່ານມາ, ຄະນະຊາວໜຸ່ມກະຊວງ ຖວທ ສາມາດຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ໄດ້ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດບຸກທະລຸ ໃນຫລາຍດ້ານ ເປັນຕົ້ນ ບຸກດ້ານແນວຄິດ ໂດຍໄດ້ຍຶດໝັ້ນຕໍ່ແນວທາງ ແລະ ທັດສະນະຂອງພັກ, ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ, ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກຊາວໜຸ່ມ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາ​ສັ່ງ, ກົດໝາຍ, ກົດ​ລະບຽບ, ​ແຜນ​ພັດທະນາເສດຖະກິດ-ສັງ ຄົມຂອງລັດ ​ແລະ ​ເອກະສານ​ສໍາຄັນ​ອື່ນໆ; ບຸກດ້ານການຝຶກຝົນຫລໍ່ຫລອມຮໍ່າຮຽນ ຄະນະບໍລິຫານງານຊາວໜຸ່ມກະຊວງ ຖວທ ໄດ້ນໍາພາ-ຊີ້ນໍາ ສະມາຊິກຊາວໜຸ່ມໃນທົ່ວກະຊວງ ເພີ່ມທະວີຄວາມເອົາໃຈໃສ່ຢ່າງຫ້າວຫັນ ແລະ ມີສະຕິສູງຕໍ່ວຽກງານຂະບວນການລວມຂອງຊາວໜຸ່ມ ໂດຍຕິດພັນກັບວຽກງານວິຊາສະເພາະໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເປັນຢ່າງດີ, ຖືສໍາຄັນການຝຶກຝົນຫລໍ່ຫລອມ ສຶກສາຮໍ່າຮຽນຍົກລະດັບຕົນເອງ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມດຽວກັນ, ກໍ່ສູ້ຊົນຍາດແຍ່ງໃນການຍົກລະດັບດ້ານວິຊາສະເພາະ ກໍ່ຄື ວຸດທິການສຶກສາ ໃຫ້ສູງຂຶ້ນຕາມຄວາມຮຽກຮ້ອງຕ້ອງການ​ໃນ​ໄລຍະ​ໃໝ່. ພ້ອມນີ້, ຍັງໄດ້ ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ. ພ້ອມນີ້. ສະຫາຍ ນາງ ສີວັນໄຊ ສີພັນຄຳ ທັງໄດ້ຍົກໃຫ້ເຫັນ ຜົນງານການຈັດຕັ້ງປະຕິບັດ 9 ມາດຖານ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ຕື່ມອີກ. ສ່ວນຂະບວນການວັດທະນະທຳ-ສັງຄົມ, ຊາວ​ໜຸ່ມ ກໍໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ທັງ​ເຂົ້າຮ່ວມ​ກັບອົງ​ການ​ຈັດ​ຕັ້ງ​ພັກ​-ລັດ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ແລະ ຊາວ​ໜຸ່ມ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ເອງ, ອັນ​ພົ້ນ​ເດັ່ນ ໄດ້ຕະລຸມບອນປະກອບສ່ວນຕ້ານພະຍາດລະບາດໂຄວິດ-19, ສ້າງຄູກັນນໍ້າຕ້ານໄພນໍ້າຖ້ວມ, ໄພໜາວ, ຮ່ວມຂະບວນການບໍລິຈາກເລືອດ ຊ່ວຍເຫລືອສັງຄົມ ແລະ ອື່ນໆ.

ໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະຕິບັດໜ້າທີ່ຂອງຄະນະບໍ ລິຫານງານຊາວໜຸ່ມກະຊວງ ຖວທ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາເນື້້ອໃນຈິດໃຈຂໍ້ແຂ່ງຂັນ 4 ບຸກ ຂອງກະຊວງ ຢ່າງຕັ້ງໜ້າ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຖືເອົາບັນຫາການສຶກສາອົບຮົມການເມືອງແນວຄິດ ເປັນບັນຫາສໍາຄັນໃນຖັນແຖວຊາວໜຸ່ມໃນຂະແໜງ ຖວທ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຄື່ອນໄຫວວຽກງານວິຊາສະເພາະ ຂອງຄະນະບໍລິຫານການຊາວໜຸ່ມ ປປ ລາວ ກະຊວງ ຖວທ ຍາດມາໄດ້ໃນໄລຍະຜ່ານມາ, ທັງໄດ້ເນັ້ນໃຫ້ຄະນະນໍາ ກໍຄື ສະມາຊິກຊາວໜຸ່ມ ກະຊວງ ຖວທ ຕ້ອງກໍາໄດ້, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມພວກເຮົາ, ຖືເປັນສໍາຄັນວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ຊາວໜຸ່ມລາວ ກໍຄື ໃນຖັນແຖວລັດຖະກອນ, ນັກຮຽນ-ນັກສຶກສາ ທີ່ສັງກັດກະຊວງພວກເຮົາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີແບບແຜນວິທີຄົ້ນຄິດ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງວິທະຍາສາດ, ມີຄວາມກ້າວໜ້າ, ຊອກຮູ້ຮຽນນໍາຄົນຮຸ່ນກ່ອນ ໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດອົດທົນ, ມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ ໃຫ້ສົມເປັນສິນໄຊຍຸກໃໝ່ຢ່າງແທ້ຈິງ. ພ້ອມທັງ, ໃຫ້ເອົາໃຈໃສ່ສືບຕໍ່ສູ້ຊົນບຸກບືນ, ຝຶກຝົນຫລໍ່ຫລອມຕົນເອງ ເສີມຂະຫຍາຍຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ, ເຄົານົບທໍານຽມ ຮີດຄອງປະເພນີອັນດີງາມ ຂອງຊາດ, ພະຍາຍາມຊອກຫາຄວາມຮູ້ໃໝ່ໆ ເພື່ອພັດທະນາຄວາມຮູ້ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນເລື້ອຍໆ; ຮູ້ຈັກໝູນໃຊ້ຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ກໍາລັງວັງຊາຂອງຕົນ ໃຫ້ມີປະໂຫຍດສູງສຸດຕໍ່ວຽກງານລວມຂອງການພັດທະນາ ແລະ ສ້າງສາປະເທດຊາດ, ເປັນແບບຢ່າງທີ່ດີນໍາໜ້າໃນການຄົ້ນຄວ້າ-ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ເປັນຊາວໜຸ່ມທີ່ໜັກແໜ້ນ ສາມາດກາຍຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ, ເອົາໃຈໃສ່ການເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາເພື່ອກາຍເປັນກໍາລັງແຮງສັງລວມທີ່ເຂັ້ມແຂງປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍມູນເຊື້ອນໍ້າໃຈອັນພິລະອາດຫານ, ມີຄວາມເສຍສະລະ, ດຸໝັ່ນຂະຫຍັ່ນພຽນ, ຮັກການອອກແຮງງານ, ມີແບບແຜນການດໍາລົງຊີວິດທີ່ປອດໃສຂາວສະອາດ ຖືກຕ້ອງ, ປະຢັດມັດທະຍັດ, ຊື່ສັດບໍລິສຸດ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ. ພ້ອມກັນນັ້ນ, ກໍຕ້ອງສະກັດກັ້ນ, ຕ້ານການຫລິ້ນກິນຟູມເຟືອຍ, ມົວເມົານໍາສິ່ງອະບາຍຍະມຸກ, ສິ່ງເສບຕິດ, ການພະນັນ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ກໍາລັງເປັນໄພຄຸກຄາມຊາວໜຸ່ມໃນຍຸກໂລກາພິວັດ; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ໂດຍສະເພາະແມ່ນການຈັດຕັ້ງຮາກຖານ ຂອງຊາວໜຸ່ມ; ຊຸກຍູ້ຂະບວນການຂອງຊາວໜຸ່ມໃຫ້ກວ້າງຂວາງ ແລະ ມີຂະບວນຟົດຟື້ນ, ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ, ເສີມສ້າງຫົວຄິດປະດິດສ້າງຂອງຄົນຮຸ່ນໜຸ່ມ, ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ຊາວໜຸ່ມລາວ ຕ້ອງອາດຫານກ້າວຂຶ້ນໆ ໃຫ້ສົມກັບ ປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນ ໄຊແຫ່ງຍຸກສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments