ວິທະຍຸສາກົນ ແຫ່ງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ຈະປັບພາສີນຳເຂົ້າເຫລັກກ້າ ແລະ ອາລູມີນຽມ ຂອງ ສ.ອາເມລິກາ ຈາກ 25% ໃນປັດຈຸບັນຂຶ້ນເປັນ 50%, ເພື່ອປົກປ້ອງອຸດສາຫະກຳເຫລັກກ້າພາຍໃນປະເທດ. ຂະນະທີ່ບໍລິສັດຕ່າງປະເທດ ຍັງສາມາດແບກຫາບພາສີ ເຫລັກກ້າ 25% ໃນປະຈຸບັນ ໃນລະດັບໃດໜຶ່ງ, ແຕ່ເມື່ອອັດຕາພາສີ ເພີ່ມຂຶ້ນເປັນ 50% ແລ້ວ, ບໍລິສັດຕ່າງປະເທດເຫລົ່ານີ້ ຈະມີຄວາມຫຍຸ້ງຍາກ ໃນການຮັບມື.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ