Friday, June 6, 2025
Homeຂ່າວພາຍໃນລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ບັນດາທູດຕ່າງປະເທດ ປະຈໍາ ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ບັນດາທູດຕ່າງປະເທດ ປະຈໍາ ລາວ

ໃນວັນທີ 2 ມິຖຸນາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ຈາໂລສະລາຟ ອົກທ໌ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະໂລວັກ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ໃນການປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ສະໂລວັກ ໃຫ້ມີການຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາຍິ່ງໆຂຶ້ນຕະຫລອດໄລຍະເວລາເກືອບ 2 ປີ ທີ່ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ ນັບຕັ້ງແຕ່ວັນທີ 30 ມິຖຸນາ 2023 ເປັນຕົ້ນມາ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ຕະຫລອດໄລຍະ 6 ທົດສະວັດ ຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົົວພັນການທູດນໍາກັນ ໃນວັນທີ 5 ກັນຍາ 1962, ສອງຝ່າຍ ຍັງໄດ້ສະເໜີສືບຕໍ່ປຶກສາຫາລື ກ່ຽວກັບທິດທາງການເສີມຂະຫຍາຍການຮ່ວມມືສອງຝ່າຍໃນຕໍ່ໜ້າ ເປັນຕົ້ນແມ່ນຂົງເຂດເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວ ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ໃນຕອນບ່າຍວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກ ການລາເຮີ (Mark Gallagher) ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ແລະ ທ່ານ ນາງ ຊີວ-ແລັງ ຊູອອກ (Siv-Leng CHHUOR) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ ຕາມດຳລັບ ເຊິ່ງທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງທ່ານທູດທັງສອງ ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ອີຢູ, ສປປ ລາວ ກັບ ຝຣັ່ງ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ ແລະ ສປປ ລາວ ກັບ ສ ຝຣັ່ງ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ເອກອັກຄະລັດຖະທູດທັງສອງທ່ານ ຕ່າງກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຊົມເຊີຍຕໍ່ ທ່ານລັດຖະມົນຕີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມສາມາດ ໃນການເປັນຂົວຕໍ່ປະ ກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອີຢູ-ລາວ ແລະ ຝຣັ່ງ-ລາວ ໂດຍສະເພາະແມ່ນແລກປ່ຽນການຢ້ຽມຢາມ, ການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ອື່ນໆທີ່ສອງຝ່າຍ ມີທ່າແຮງຮ່ວມກັນ.

ສປປ ລາວ ແລະ ອີຢູ ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 21 ພະຈິກ 1975 ແລະ ສ້າງຕັ້ງສາຍພົວພັນການທູດຮ່ວມກັບຝຣັ່ງ ໃນວັນທີ 22 ຕຸລາ 1953.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments