ຈະເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 55 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ທີ່ຣາຊະອານາຈັກ ກໍາປູເຈຍ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 55 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນນາມປະທານອາຊຽນ ສົກປີ 2022 ຊຶ່ງຈະຈັດຂຶ້ນໃນວັນທີ 2-6 ສິງຫາ 2022, ທີ່ພະນົມເປັນ, ຣາຊະອານາຈັກກໍາປູເຈຍ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງຈະໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ເຈລະຈາຂອງອາຊຽນ.

LEAVE A REPLY

Please enter your comment!
Please enter your name here