ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ໂຕທິ ບິກເຈົາ ກຳມະການປະຈຳພັກນະຄອນ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ພ້ອມຄະນະ ທີ່ສູນກາງແນວລາວສ້າງຊາດ ວັນທີ 27 ກໍລະກົດ 2022, ໂດຍມີ ທ່ານ ຖະໜອມ ທຳທອງ ກໍາມະການປະຈໍາພັກ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ຕິດຕາມຄະນະຝ່າຍຫວຽດນາມ.

ທ່ານປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລິກ ໂດຍສະເພາະການຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ ກໍຄືສູນກາງແນວລາວສ້າງຊາດ ກັບ ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໃຫ້ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ.

ໂອກາດດັ່ງກ່າວ, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານ ສນຊ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ທ່ານ ປະທານ ສນຊ ໄດ້ຮັບຊາບ ໂດຍສະເພາະຈະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ 3 ແຂວງຂອງ ສປປ ລາວ ປະກອບມີ: ນະຄອນຫຼວງວຽງຈັນ, ແຂວງອັດຕະປື ແລະ ແຂວງຈຳປາສັກ ຊຶ່ງໃນນັ້ນຈະໄດ້ຮ່ວມລົງນາມເຊັນບົດບັນທຶກກັບ ແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ແນວລາວສ້າງຊາດແຂວງຈຳປາສັກ ຊຶ່ງປະກອບມີ 7 ເນື້ອໃນສຳຄັນ ທີ່ເນັ້ນໃສ່ສ້າງບັນດາກິດຈະກຳ ແລະ ແຜນການເຄື່ອນໄຫວ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ.

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ເລົ່າເຖິງມູນເຊື້ອຄວາມສາມັກຄີອັນດີງາມໃນໄລຍະຜ່ານມາ ລະຫວ່າງ ສອງພັກ – ສອງລັດ ກໍຄືປະຊາຊົນສອງຊາດ ທີ່ໄດ້ໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນດ້ານຕ່າງໆເວລາທີ່ປະເຊີນກັບຄວາມຫຍຸ້ງຍາກ ໂດຍສະເພາະໄພພິບັດທາງທຳມະຊາດ, ການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.

(ຂ່າວ: ສນຊ)

LEAVE A REPLY

Please enter your comment!
Please enter your name here