ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 27 ພຶດສະພາ ຜ່ານມາ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັນເຂົ້າຮ່ວມພິທີເປີດເວທີປຶກສາຫາລືເສດຖະກິດສາມຝ່າຍອາຊຽນ – ຈີນ – ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ແລະ ກ່າວຄຳປາໄສ.
ທ່ານ ຫຼີສຽງ ກ່າວວ່າ: ກອງປະຊຸມສຸດຍອດອາຊຽນ – ຈີນ – ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ຈັດຂຶ້ນຢ່າງສຳເລັດຜົນຈະເປີດປະຫວັດສາດໜ້າໃໝ່ຂອງການຮ່ວມມືລະຫວ່າງສາມຝ່າຍ. ກອງປະຊຸມໄດ້ປຶກສາຫາລືຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ຮ່ວມກັນສ້າງໂອກາດ ແລະ ແບ່ງປັນຄວາມຈະເລີນຮ່ວມກັນ” ຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ. ການຮ່ວມມືສາມຝ່າຍຈະສ້າງຊ່ອງທາງການພັດທະນາຢ່າງເຕັມສ່ວນກວ່າເກົ່າ, ປະສິດທິຜົນດ້ານເສດຖະກິດໃນລະດັບສູງກວ່າເກົ່າ ແລະ ນິເວດນະວັດຕະກຳທີ່ຍິ່ງມີຊີວິດຊີວາ. ຈີນຈະເພີ່ມພະລັງແຮງຂັບເຄື່ອນອັນໃໝ່ເຂົ້າໃນການຮ່ວມມືລະຫວ່າງສາມຝ່າຍຢ່າງບໍ່ຢຸດຢັ້ງໂດຍຜ່ານການພັດທະນາທີ່ມີຄຸນນະພາບສູງຂອງປະເທດຕົນ ເພື່ອໃຫ້ວິສາຫະກິດຈາກອາຊຽນ, ປະເທດຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ແລະ ທົ່ວໂລກຮ່ວມກັນແບ່ງປັນໂອກາດການພັດທະນາຂອງຈີນ.