ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກ ແກ່ນວົງພະຈັນ ກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ ເດືອນພຶດສະພາ 2025 ຫຼຸດລົງມາທີ່ 8.3%, ໃນຂະນະທີ່ ເດືອນເມສາ ຢູ່ລະດັບ 11.1% ແລະເດືອນມີນາ ອັດຕາເງິນເຟີ້ 11.2%; ສັງເກດການປ່ຽນແປງລາຄາສິນຄ້າ ເດືອນພຶດສະພາ 2025 ທຽບກັບເດືອນເມສາ 2025 ລາຄາສິນຄ້າ ຍັງສືບຕໍ່ເພີ່ມຂຶ້ນ. ໃນນີ້, ໝວດສຸຂະພາບ ແລະ ຢາເພີ່ມຂຶ້ນ 1,7%; ໝວດສະບຽງອາຫານ ແລະ ເຄື່ອງດື່ມ ທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,6% ພົ້ນເດັ່ນ ປະເພດຊີ້ນ ເພີ່ມຂຶ້ນ 1,2%; ໝວດສິນຄ້າ ແລະການບໍລິການອື່ນໆ ເພີ່ມຂຶ້ນ 2,8% ພົ້ນເດັ່ນກຸ່ມວັດຖຸມີຄ່າ ເພີ່ມຂຶ້ນ 4,7% ເຊິ່ງລາຄາຄໍາຟຸ່ງຂຶ້ນ 5,5%; ທ່ານຫົວໜ້າຫ້ອງການ ທຫລ ໄດ້ເປີດເຜີຍວ່າ: ໃນໄລຍະເດືອນເມສາ 2025 ເປັນຕົ້ນ ການຄຸ້ມຄອງອັດຕາແລກ ປ່ຽນ ແລະຄຸ້ມຄອງເງິນຕາຕ່າງປະເທດ; ທຫລ ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ຢູ່ໃນຂອບບໍ່ເກີນ ±6.5% ທຽບໃສ່ອັດຕາແລກປ່ຽນອ້າງອີງ ແລະສືບຕໍ່ເກັບຊື້ເງິນຕາຕ່າງປະເທດ ຈາກພາກສ່ວນຕ່າງໆ ໂດຍສະເພາະ ຜູ້ສົ່ງອອກ ແລະຜູ້ລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງ ປະເທດ ແລະຮອງຮັບໃຫ້ການດັດສົມສິນຄ້າບູລິມະສິດຈໍາເປັນ ຊຶ່ງມາຮອດທ້າຍເດືອນເມສາ 2025 ຄັງສຳຮອງເງິນຕາຕ່າງ ປະເທດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ສາມາດກຸ້ມການນໍາເຂົ້າໄດ້ 4.53 ເດືອນ; ມາຮອດທ້າຍເດືອນເມສາ 2025 ໄດ້ມີບໍລິສັດ ມາຂໍອະນຸຍາດນໍາໃຊ້ເງິນຕາຕ່າງປະເທດ ຈໍານວນ 07 ບໍລິສັດ, ໃນນັ້ນ ບໍລິສັດ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ເງິນຕາຕ່າງປະເທດ ມີ 05 ບໍລິສັດ; ທຫລ ໄດ້ອອກໜັງສືຢັ້ງຢືນ ເພື່ອເປີດບັນຊີເງິນຝາກສະເພາະ ກ່ຽວກັບການນໍາເຂົ້າ-ສົ່ງອອກ ໃຫ້ບໍລິສັດນໍາເຂົ້າ-ສົ່ງອອກຈຳນວນ 5,277 ບໍລິສັດ, ໃນນີ້ມີ 3,429 ເທື່ອບໍລິສັດ ໄດ້ເປີດ ແລະ ຫັນບັນຊີສະເພາະທັງໝົດ 10,308 ບັນຊີ ຢູ່ 29 ທະນາຄານ; ພ້ອມດຽວກັນນີ້, ຍັງໄດ້ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກວດກາກັບທີ່ ບັນດາຮ້ານຂາຍເຄື່ອງວັດສະດຸກໍ່ສ້າງ ແລະຮ້ານແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ຢູ່ ນະຄອນຫຼວງວຽງຈັນ.
ກ່ຽວກັບການຄຸ້ມຄອງທະນາຄານທຸລະກິດ (ທທກ) ໂດຍສະເພາະ ທະນາຄານຄໍາ ໄດ້ໃຫ້ບໍລິການລູກຄ້າຫຼາກຫຼາຍຜະລິດຕະພັນ ເຊັ່ນ: ❶ ການຮັບຝາກຄໍາ, ❷ ການຮັບຝາກເງິນບັນຊີກະແສລາຍວັນ, ❸ ການບໍລິການຊື້-ຂາຍຄໍາ ຜ່ານເຄົາເຕີ ແລະຕູ້ຈຳໜ່າຍວັດຖຸ ມີຄ່າອັດຕະໂນມັດ, ❹ ການຢັ້ງຢືນຄຸນນະພາບຄໍາ ❺ ບໍລິການເກັບຮັກສາວັດຖຸມີຄ່າ. ສຳລັບບັນຊີການຮັບຝາກຄໍາຈາກລູກຄ້າ ທັງໝົດ 1,821 ບັນຊີ.
ສໍາລັບ ການຈັດຕັ້ງປະຕິບັດ 2 ນະໂຍບາຍສິນເຊື່ອ: ມາຮອດວັນທີ 18 ເມສາ 2025 ❶ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ: ໄດ້ຄົ້ນຄວ້າອະນຸມັດໃຫ້ 47 ຫົວໜ່ວຍເຂົ້າຮັບນະໂຍບາຍດັ່ງກ່າວ ລວມວົງເງິນ ທີ່ເປັນແຫຼ່ງທຶນຂອງ ທທກ ຈຳນວນ 4,652.20 ຕື້ກີບ. ທຫລ ໄດ້ຊໍາລະດອກເບ້ຍສົມທົບງວດເດືອນພະຈິກ 2023-ກຸມພາ 2025 ໃຫ້ 44 ຫົວໜ່ວຍ ລວມວົງເງິນສົມທົບທັງໝົດ 68.60 ຕື້ກີບ ຊຶ່ງກວມ 2.74% ຂອງແຜນ ປີ 2025. ❷ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ: ມີ 767 ຫົວໜ່ວຍທຸລະກິດໄດ້ຮັບນະໂຍບາຍດັ່ງກ່າວ ລວມວົງເງິນ 1,420.48 ຕື້ກີບ, ແຕ່ການເບີກຖອນເງິນ ກູ້ຕົວຈິງ ມີ 1,247.26 ຕື້ກີບ ກວມ 87.81% ຂອງວົງເງິນອະນຸມັດທັງໝົດ.
ທຫລ ຍັງສຸມໃສ່ຮັກສາສະຖຽນລະພາບທາງດ້ານລາຄາ ກໍ່ຄືອັດຕາເງິນເຟີ້ ໂດຍໄດ້ຄົ້ນຄວ້າ ແລະນໍາໃຊ້ບັນດາເຄື່ອງມືນະໂຍບາຍເງິນຕາ ເພື່ອຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນລະດັບ ທີ່ແທດເໝາະກັບສະພາບເສດຖະກິດ, ສະແດງອອກຄື:
ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານ ຂອງ ທຫລ ສະກຸນເງິນກີບ ໄລຍະບໍ່ເກີນ 07 ວັນ ໄວ້ໃນລະດັບເດີມຄື 10% ຕໍ່ປີ, ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ໃນລະດັັບເດີມຄື ສະກຸນເງິນກີບລະດັບ 8% ແລະ ສະກຸນເງິນຕາຕ່າງປະເທດຢູ່ລະດັບ 11%; ຮັກສາໂຄງປະກອບເງິນແຮຝາກບັງຄັບສະກຸນເງິນກີບ ທີ່ເປັນພັນທະບັດ ຢູ່ລະດັບເດີມຄື 10%;
ໄດ້ຊຸກຍູ້ຕະຫຼາດເປີດ ໃຫ້ມີການເຄື່ອນໄຫວຫຼາຍຂຶ້ນ ໂດຍສືບຕໍ່ການອອກພັນທະບັດ ທຫລ ໄລຍະ 07 ວັນ, 03 ເດືອນ ແລະ 06 ເດືອນ ເພື່ອດັດປັບສະພາບຄ່ອງສ່ວນເກີນ ຂອງ ທທກ ດ້ວຍກົນໄກປະມູນ ເຮັດໃຫ້ຍອດເຫຼືອປະຈຸບັນ ມີທັງ ໝົດ 7,695.15 ຕື້ກີບ; ກະກຽມເງື່ອນໄຂໃນການອອກນະໂຍບາຍຍົກສູງບົດບາດຂອງເງິນກີບໃນລະບົບເສດຖະກິດ-ເງິນຕາ ຕາມທິດຊີ້ນຳຂອງຂັ້ນເທິງ.
ເພື່ອສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງ ທຫລ ໃນເດືອນພຶດສະພາ 2025, ທຫລ ຈະສຸມໃສ່ບາງໜ້າວຽກຈຸດສຸມຂອງຕົນຄື:
ສືບຕໍ່ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໄປຄຽງຄູ່ກັບການປະເມີນການຈັດຕັ້ງບັນດາເຄື່ອງມືນະໂຍບາຍເງິນຕາ ເພື່ອກໍານົດທິດທາງການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃນແຕ່ລະໄລຍະ ໃຫ້ແທດເໝາະກັບສະພາບຕົວຈິງ; ສືບຕໍ່ອອກ ແລະ ຈໍາໜ່າຍພັນທະບັດ ທຫລ ໄລຍະສັ້ນ ສະກຸນເງິນກີບ ດ້ວຍກົນໄກການປະມູນ; ສືບຕໍ່ຈັດຕັ້ງປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານ ຢູ່ ທຫລ ແລະກະກຽມຈັດຕັ້ງປະຕິບັດການຈ່າຍດອກເບ້ຍໃຫ້ລັດຖະບານ ບ້ວງລວມສູນບັນຊີເງິນຝາກ (TSA);
ກະກຽມກອງປະຊຸມຄະນະກຳມະການນະໂຍບາຍເງິນຕາຂອງ ທຫລ ຄັ້ງທີ II ປີ 2025, ໃນນີ້ ຈະທົບທວນຄືນການຈັດຕັ້ງນະໂຍບາຍເງິນຕາ ແລະ ທິດທາງການດຳເນີນໃນຕໍ່ໜ້າເຊັ່ນ: ອັດຕາດອກເບ້ຍພື້ນຖານຂອງ ທຫລ, ການກຳນົດໂຄງປະກອບຂອງເງິນແຮຝາກບັງຄັບ;
ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ດ້ວຍການກຳນົດອັດຕາອ້າງອີງໃຫ້ມີຄວາມຍືດຍຸ່ນ, ພ້ອມທັງຄົ້ນຄວ້າອັດຕາແລກປ່ຽນ ສໍາລັບການບໍລິການອັດຕາແລກປ່ຽນຂອງ ທຫລ, ທທກ ແລະຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ແລະສືບຕໍ່ຕິດຕາມການຊື້-ຂາຍ ເງິນຕາຕ່າງປະເທດ ຜ່ານບົບຕະຫຼາດແລກປ່ຽນເງິນຕາຕ່າງ ປະເທດ (ຕລຕ) ສໍາລັບບຸກຄົນ ແລະ ສໍາລັບນິຕິບຸກຄົນ;
ກະກຽມກວດກາກັບທີ່ ກ່ຽວກັບການເປີດ/ຫັນບັນຊີສະເພາະ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະບັນຊີສະເພາະ ກ່ຽວກັບການລົງທຶນ, ພ້ອມທັງການເກັບຊື້ເງິນຕາຕ່າງປະເທດ ແລະອັດຕາແລກປ່ຽນຢູ່ ທທກ;
ການຈັດຕັ້ງປະຕິບັດ 2 ນະໂຍບາຍສິນເຊື່ອ: ຄົ້ນຄວ້າການສະເໜີຂອງຫົວໜ່ວຍທຸລະກິດຈໍານວນໜຶ່ງ ເພື່ອເຂົ້າຮັບນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃຫ້ບັນລຸ ຕາມຄາດໝາຍແຜນການ.
ທ່ານ ຫົວໜ້າຫ້ອງການ ທຫລ ພານຸສັກ ແກ່ນວົງພະຈັນ ຍັງຂໍຝາກເຖິງບັນດາທ່ານ ທີ່ນໍາໃຊ້ສື່ສັງຄົມອອນລາຍວ່າ: ການຕົວະຍົວະຫຼອກລວງເອົາເລກບັນຊີ ຫຼື QR ທີ່ເປັນບັນຊີແອບແຝງ ເພື່ອໃຫ້ໂອນເງິນຜິດ ແລະ ແອບອ້າງເປັນການຈັດຕັ້ງຊ່ວຍເຫຼືອສັງຄົມໃດໜຶ່ງ ດ້ວຍການເອົາເລກບັນຊີ ຫຼື QR ຕົນເອງ ຮັບເງິນດັ່ງກ່າວຈາກສັງຄົມ ເຮັດໃຫ້ສ້າງຄວາມເສຍຫາຍທາງດ້ານຊັບສິນເງິນຄໍາເປັນຈໍານວນຫຼວງຫຼາຍ. ນອກຈາກນີ້, ຍັງມີກຸ່ມຄົນທີ່ບໍ່ດີສ້າງຂ່າວປັ່ນປ່ວນ ແລະໄດ້ໂພສຮູບພາບ ດ້ວຍການຕັດຕໍ່ດັດແປງຮູບພາບທະນະບັດປະເພດໃບ 100,000 ກີບ ມາເປັນທະນະບັດປະເພດໃບ 500,000 ກີບ ວ່າ ທຫລ ຈະພິມໃບເງິນດັ່ງກ່າວ ຊຶ່ງຂ່າວດັ່ງກ່າວແມ່ນບໍ່ມີຄວາມຈິງ;