Friday, June 6, 2025
Homeຂ່າວຕ່າງປະເທດອາຊຽນ ໃຫ້ຄຳໝັ້ນສັນຍາກັບລະບົບການຄ້າຫລາຍຝ່າຍເປີດອີງໃສ່ກົດໝາຍ

ອາຊຽນ ໃຫ້ຄຳໝັ້ນສັນຍາກັບລະບົບການຄ້າຫລາຍຝ່າຍເປີດອີງໃສ່ກົດໝາຍ

ວິທະຍຸກະຈາຍສຽງຫວຽດນາມ, ໃນສະພາບພູມີສາດການເມືອງ ແລະ ເສດຖະກິດມີການຜັນແປ, ອາຊຽນໃຫ້ຄຳໝັ້ນສັນຍາຢຶດໝັ້ນກັບລະບົບການຄ້າຫລາຍຝ່າຍເປີດ, ອີງໃສ່ກົດໝາຍ, ເພີ່ມທະວີການເຊື່ອມໂຍງພາຍໃນກຸ່ມ ແລະ ການພົວພັນກັບບັນດາຄູ່ຮ່ວມມື ເພື່ອແນໃສ່ ຈຸດປະສົງ ປັບປຸງຄວາມສາມາດຟື້ນຟູເສດຖະກິດ, ສະຖຽນລະພາບ ແລະ ຄວາມສາມາດແກ້ງແຍ້ງ ຍາວນານ ຂອງພາກພື້ນ. ນີ້ແມ່ນຄຳຢັ້ງຢືນ ຂອງທ່ານ ກາວຄິມຮອນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ເມື່ອຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ກ່ອນດຳເນີນກອງປະຊຸມສຸດຍອດອາຊຽນ ຈັດຂຶ້ນໃນວັນທີ 26 ແລະ 27 ພຶດສະພານີ້ ພ້ອມທັງໄດ້ຍົກໃຫ້ເຫັນເສດຖະກິດແມ່ນໜຶ່ງໃນບັນດາໂຄງການດຳເນີນງານທີ່ໄດ້ຮັບຄວາມສົນໃຈ ຢູ່ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ໃນສະພາບການ ບັນດາ ປະເທດ ອາຊຽນ ຕ້ອງປະເຊີນໜ້າກັບ ການຈັດວາງອັດຕາພາສີຈາກ ສ.ອາເມລິກາ. ທ່ານ ເລຂາທິການໃຫຍ່ອາຊຽນ ແລ້ວ, ນອກຈາກບັນດາບາດກ້າວເດີນຕ່າງຫາກ, ບັນດາປະເທດ ອາຊຽນ ກໍຕ້ອງມີບັນດາບາດກ້າວເດີນພ້ອມກັນ ໂດຍໄດ້ຕົກລົງ ເປັນເອກະພາບກັນ ກ່ຽວກັບບັນດານະໂຍບາຍພາສີໃໝ່ຂອງ ສ.ອາເມລິກາ ເຊັ່ນ ອອກຖະແຫລງການຮ່ວມ ຂອງບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ (AEM) ກ່ຽວກັບເລື່ອງ ສ.ອາເມລິກາ ໝູນໃຊ້ ນະໂຍບາຍພາສີ, ຢັ້ງຢືນ ຄືນຄຳໝັ້ນ ສັນຍາ ຂອງພາກພື້ນ ສຳລັບ ລະບົບການຄ້າ ຫລາຍຝ່າຍ ອີງໃສ່ກົດໝາຍ, ຈະແຈ້ງ ແລະ ຮອບດ້ານ. ນອກຈາກນັ້ນ, ເພື່ອຮັບປະກັນຜົນປະໂຫຍດ ໃຫ້ບັນດາປະເທດສະມາຊິກ, ຫລີກລ້ຽງ ບັນດາຜົນກະທົບ ທີ່ອາດຈະເກີດຂຶ້ນ, ອາຊຽນ ກໍພວມດຳເນີນຫລາຍ ວາລະປຶກສາຫາລື ກັບບັນດາປະເທດຄູ່ຮ່ວມມືຄື ສປ ຈີນ, ຍີ່ປຸ່ນ ແລະ ອົດສະຕາລີ ເປັນຕົ້ນ. ນອກຈາກ ບັນດາບັນຫາ ເສດຖະກິດແລ້ວ, ທ່ານ ເລຂາທິການໃຫຍ່ ກໍຕີລາຄາສູງ ຫົວຂໍ້ “ກວມລວມ ແລະ ຍືນຍົງ” ຂອງປະເທດມາເລເຊຍ ດ້ວຍຄວາມມັກໃຫຍ່ໄຝ່ສູງ, ວິໄສທັດຍາວໄກໃຫ້ແກ່ອະນາຄົດຂອງ ອາຊຽນ ໃນ 20 ປີຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments