ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 19-23 ພຶດສະພາ 2025 ທີ່ສຳນັກງານສູນກາງພັກ (ຫສພ), ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະໃຫ້ທິດຊີ້ນໍາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາໃນ 6 ເດືອນຕົ້ນປີ 2025; ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ-ນະຄອນ, ບັນດາຮາກຖານພັກອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ; ພິເສດໄດ້ປຶກສາຫາລື ແລະ ມີຄວາມເຫັນຊີ້ນໍາຕໍ່ບັນດາຮ່າງເອກະສານທີ່ຈະນໍາລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງເປັນລະບົບ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຄະນະບໍລິຫານງານສູນກາງພັກ, ສະແດງເຖິງຄວາມມີຊີວິດຊີວາຂອງການເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາລວມໝູ່ຢູ່ພາຍໃນພັກໃນການບູລະນະແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃຫ້ຖືກຕ້ອງ, ແທດເໝາະ, ສອດຄ່ອງ, ຮັດກຸມ ແລະ ສົມບູນຂຶ້ນຢ່າງຕໍ່ເນື່ອງ.
ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ມີຄວາມພະຍະຍາມສູງໃນການຈັດຕັ້ງປະຕິບັດແຜນພັດທະນາ-ເສດຖະກິດສັງຄົມ, ການຍູ້ຂະບວນການດ້ານຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາເຄັ່ງຮ້ອນໄດ້ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ຮັກສາໄດ້ຈັ່ງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຜະລິດສິນຄ້າ, ການຈັດເກັບ ແລະ ຄຸ້ມຄອງງົບປະມານປະຕິບັດໄດ້ຕາມຄາດໝາຍ ຊຶ່ງໃນໄຕມາດທີ 1 ປີ 2025 ເສດຖະກິດຂະຫຍາຍຕົວ ໃນລະດັບ 4,5%; ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ມາຮອດປັດຈຸບັນສຳເລັດ 143 ອົງຄະນະພັກ ເທົ່າກັບ 96,62% ແລະ ຈະສໍາເລັດທັງໝົດພາຍໃນເດືອນມິຖຸນາ 2025, ເປັນພື້ນຖານ ແລະ ບົດຮຽນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຢູ່ຂັ້ນແຂວງ ແລະ ກະຊວງ, ອົງການໃຫ້ໄດ້ຮັບຜົນດີ, ຍູ້ແຮງຂະບວນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາການ, ການສະເຫລີມສະຫລອງວັນສໍາຄັນຂອງພັກ, ຂອງຊາດ, ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ເປັນຂະບວນຟົດຟື້ນ.

ຄະນະບໍລິຫານງານສູນກາງພັກ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ສະພາບຄວາມເຄັ່ງຮ້ອນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ການເໜັງຕີງຂອງອັດຕາແລກປ່ຽນ, ຄ່າຄອງຊີບ-ລາຄາສິນຄ້າ, ບັນຫາຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໂດຍສະເໜີໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ສຸມໃສ່ແກ້ໄຂ ໃຫ້ຕົກໄປເປັນກ້າວໆ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນເນັ້ນໜັກບັນດາວຽກງານຈຸດສຸມຈຳນວນໜຶ່ງຄື: ເອົາໃຈໃສ່ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມແຜນພັດທະນາຂອງເມືອງ ແລະ ຂອງຕາແສງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ຄະນະພັກທຸກຂັ້ນ ຕ້ອງຖືເອົາວຽກງານນີ້ ເປັນຄວາມຮັບຜິດຊອບໂດຍກົງຂອງຕົນ, ສຸມໃສ່ເຂດພູດອຍຫ່າງໄກສອກຫລີກ ແລະ ຈຸດຫລໍ່ແຫລມຕ່າງໆ, ຈັດສັນງົບປະມານ ເພື່ອສ້າງ ແລະ ປັບປຸງໂຄງລ່າງພື້ນຖານ, ເສີມກໍາລັງ ແລະ ປັບປຸງສອງກໍາລັງ ໃຫ້ເຂັ້ມແຂງ, ໜັກແໜ້ນ ຊຶ່ງເປັນວຽກທີ່ຕ້ອງເຮັດເປັນປະຈໍາ ແລະ ຕໍ່ເນື່ອງ; ສືບຕໍ່ຊີ້ນໍາ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບບັນຫາຫຍໍ້ທໍ້ ໃນສັງຄົມໃຫ້ໄວ, ໃຫ້ທ່ວງທັນກັບສະພາບການ ໂດຍສະເພາະການແກ້ໄຂບັນຫາປາກທ້ອງຂອງປະຊາຊົນ, ການຂະຫຍາຍການຜະລິດເປັນສິນຄ້າ,… ມອບໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການວາງມາດຕະການ ຕ້ານແລ້ງ-ຕ້ານຖ້ວມ, ການລະບາດ ຂອງພະຍາດ ກໍຄື ການຮັບມືກັບໄພພິບັດຕ່າງໆ, ລວມເຖິງບັນຫາອັກຄີໄພ ທີ່ເຫັນວ່າ ເກີດຂຶ້ນຢ່າງຕໍ່ເນື່ອງ; ສືບຕໍ່ນໍາພາ-ຊີ້ນໍາ ການປັບປຸງກົງຈັກການຈັດຕັ້ງຂອງກະຊວງ, ອົງການ ແລະ ຂະແໜງການສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ມີຜົນສໍາເລັດ ແລະ ທັນຕາມກໍານົດເວລາທີ່ວາງໄວ້. ພ້ອມກັນນັ້ນ, ກໍຮີບຮ້ອນສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດຕັ້ງຕາແສງ ໃນຂອບເຂດທົ່ວປະເທດ ໂດຍໃຫ້ມີແຜນກໍານົດສ້າງຕັ້ງ ຕິດພັນກັບແຜນຄົນ, ແຜນວຽກ (ຂະແໜງການ) ແລະ ແຜນງົບປະມານ; ສືບຕໍ່ຊີ້ນຳການຍູ້ຂະບວນການ ກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ເປັນຂະບວນການກວ້າງຂວາງ, ນໍາເອົາບັນດາເອກະສານ ກອງປະຊຸມໃຫຍ່ ໄປຈັດຕັ້ງສຳມະນາ, ຄົ້ນຄວ້າ ບັນຫາທີ່ຍັງບໍ່ທັນແຈ້ງ, ສືບຕໍ່ທາບທາມຄໍາເຫັນ ໃຫ້ກວ້າງຂວາງ ແລະ ເຂົ້າລວງເລິກຕື່ມ; ກະກຽມການດໍາເນີນຊີວິດການເມືອງ ທ້າຍສະໄໝ ຂອງຄະນະບໍລິຫານງານພັກກະຊວງ, ອົງການ, ນະຄອນ ຫລວງ, ແຂວງ ແລະ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕິດພັນກັບການກະກຽມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕາມຫລັກການ, ຂັ້ນຕອນ ແລະ ລະບຽບການ ຢ່າງຮັດກຸມ ແລະ ເຂັ້ມງວດ.
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງໃຫ້ສະຫາຍການນຳແຕ່ລະຂັ້ນຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເຊີດຊູຄວາມເປັນເຈົ້າການ ແລະ ຄວາມເປັນແບບຢ່າງນຳໜ້າໃຫ້ສູງຂຶ້ນ ເພື່ອສືບຕໍ່ນຳພາ-ຊີ້ນຳ ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາວາງອອກໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ