ກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ປະຈຳປີ 2024 ແລະ ບຸລິມະສິດ 2025 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ດ້ານເຄຫາສະຖານ (UN-Habitat) ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອາວີຊາກາ ທີ່ປຶກສາປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຫົວໜ້າອົງການ UN-Habitat ປະຈຳ ສປປ ລາວ; ມີບັນດາທ່ານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ແມ່ນເພື່ອທົບທວນຄວາມຄືບໜ້າຂອງໂຄງການທີ່ຈັດຕັ້ງປະຕິບັດ ໂດຍອົງການ UN-Habitat ປະຈໍາ ສປປ ລາວ ພາຍໃຕ້ແຜນການຮ່ວມມື ລະຫວ່າງປີ 2022-2026 (HCPD) ຊຶ່ງຈະມີການປະເມີນ ບົດຮຽນທີ່ສຳຄັນ ແລະ ຮ່ວມກັນກຳນົດບຸລິມະສິດຂອງແຜນງານ ໃນປີ 2025. ແຜນການຮ່ວມມືດັ່ງກ່າວ, ແມ່ນ ມີຄວາມສອດຄ່ອງ ກັບຂອບວຽກການຮ່ວມມືດ້ານການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (UNSDCF) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (NSEDP) ຂອງ ສປປ ລາວ.
ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ຄວາມສອດຄ່ອງ ລະຫວ່າງ ໂຄງການຂອງອົງການ UN–Habitat ແລະ ບັນດາບຸລິມະສິດລະດັບຊາດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງ ທີ່ຕ້ອງມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ການເພີ່ມທະວີການປົກຄອງຂັ້ນທ້ອງຖິ່ນ, ຄວາມໝັ້ນຄົງທາງດ້ານນ້ຳ, ການວາງແຜນຜັງເມືອງ. ສຳລັບກິດຈະກຳທີ່ໄດ້ແບ່ງປັນໃນໃນຄັ້ງນີ້, ຈະສຸມໃສ່ເພີ່ມທະວີການປັບຕົວຢູ່ຂັ້ນທ້ອງຖິ່ນ, ການເພີ່ມທະວີຄວາມທົນທານ ໃນການວາງແຜນຜັງຕົວເມືອງ ແລະ ການເສີມຂະຫຍາຍຄວາມສາມາດຂອງອົງການປົກຄອງແຂວງ ແລະ ເມືອງ ຂອງພວກເຮົາ ຊຶ່ງກົງກັບທິດທາງ ທີ່ມີໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX.

ທ່ານ ອາວີຊາກາ ກ່າວວ່າ: ເມື່ອເບິ່ງກັບຄືນ 2-3 ປີຜ່ານມາ, ແມ່ນເປັນເຫດການທີ່ສຳຄັນ ແລະ ປຽບເໝືອນລາງວັນທີ່ມີຄຸນຄ່າ ສຳລັບພວກເຮົາເພາະວຽກງານຂອງພວກເຮົາ ໄດ້ຂະຫຍາຍອອກໄປກວມເອົາຫຼາຍຂົງເຂດ ລວມທັງການຫັນເປັນຕົວເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ການປັບຕົວຂອງດິນຟ້າອາກາດ ແລະ ການບໍລິການຂັ້ນພື້ນຖານ.”
ກອງປະຊຸມຍັງໄດ້ສະເໜີຜົນສຳເລັດທີ່ສຳຄັນຫຼາຍຢ່າງຂອງ ອົງການ UN-Habitat ໃນປີຜ່ານມາ, ລວມມີ ການຈັດຕັ້ງລະບົບນ້ຳປະປາຂະໜາດນ້ອຍໃນຊຸມຊົນທີ່ມີຄວາມບອບບາງ, ການແນະນຳເຄື່ອງມືການວາງແຜນຂັ້ນທ້ອງຖິ່ນເພື່ອສະໜັບສະໜູນການເຊື່ອມສານ ວຽກງານການປ່ຽນແປງດິນຟ້າອາກາດ, ການເສີມຂະຫຍາຍການສະໜັບສະໜູນລັດຖະບານຂັ້ນທ້ອງຖິ່ນ ຜ່ານການຝຶກອົບຮົມ ແລະ ການສ້າງຄວາມເຂັ້ມແຂງ ໂດຍຜ່ານການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ ເຊັ່ນ: ການຈັດກອງປະຊຸມປະຈໍາປີ ເວທີຕົວເມືອງແຫ່ງຊາດລາວ ເປັນຕົ້ນ.
ກອງປະຊຸມຍັງໄດ້ຍົກໃຫ້ເຫັນແຜນວຽກ ໃນປີ 2025 ທີ່ຈະສຸມໃສ່ 3 ຂົງເຂດວຽກງານ ຄື: ຊຸກຍູ້ການວາງແຜນການປັບຕົວ ໃນຂອບເຂດທົ່ວປະເທດ, ຈັດກອງປະຊຸມເວທີ ຕົວເມືອງແຫ່ງຊາດລາວຄັ້ງທີ 4 (LNUF) ເພື່ອຊຸກຍູ້ການສົນທະນາ ກ່ຽວກັບການພັດທະນາຕົວເມືອງ ແລະ ເພີ່ມທະວີຄວາມອາດສາມາດໃນການປັບຕົວ ໂດຍຜ່ານການສະໜັບສະໜູນການສ້າງເຮືອນ ແລະ ພື້ນຖານໂຄງລ່າງໃນຊຸມຊົນທີ່ດ້ອຍໂອກາດ ໃຫ້ມີຄວາມທົນທານຕໍ່ສະພາບອາກາດ. ນອກຈາກນີ້, ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາກະຊວງທີ່ກ່ຽວຂ້ອງ.