ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດເສວະນາໃນຫົວຂໍ້ ຄວາມຍືນຍົງໃນການກຸ້ມຕົນເອງດ້ານງົບປະມານ (Financial Self-sustainability) ໃນຍຸກດິຈິຕອນ ແລະ ເອໄອ ໃນວັນທີ 23 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະ ຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ນາງ Megan Jones ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາລາວ ບັນດາຫົວໜ້າກົມຮອງກົມ ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ກ່າວວ່າ: ເພື່ອເປັນການຍົກລະດັບຄວາມຮູ້ດ້ານການບໍລິຫານການບໍລິການ ແລະ ການຕະຫຼາດເພື່ອໃຫ້ອົງການສື່ເຫຼົ່ານີ້ສ້າງລາຍຮັບວິຊາການແບບຍືນຍົງໃນຍຸກສະໄໝໃໝ່ ໂດຍສະເພາະໃນຍຸກດິຈິຕອນ ແລະ ເອໄອ ພ້ອມທັງໃຊ້ຈ່າຍຢ່າງຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ເພື່ອໃຫ້ມີການສົ່ງເສີມການຮ່ວມມືພັດທະນາບຸກຄະລາກອນ ອົງການສື່ດ້ວຍກັນ ແລະ ກະຈາຍຂໍ້ມູນຂ່າວສານຢ່າງທົ່ວເຖິງຕ້ອງພັດທະນາຕົນເອງ ໂດຍນໍາໃຊ້ອຸປະກອນເຄື່ອງມືທີ່ທັນສະໄໝມາຮັບໃຊ້ເຂົ້າໃນວິຊາສະເພາະຂອງຕົນໃຫ້ໄປຄຽງຄູ່ກັບຍຸກໃໝ່ ເວລາດຽວກັນນອກຈາກໄດ້ຮັບງົບປະມານ ແລະ ເງິນ ເດືອນແລ້ວອົງການສື່ມວນຊົນຕ້ອງໄດ້ສ້າງລາຍຮັບ ແລະ ຈ່າຍລາຍຮັບວິຊາການໃຫ້ຖືກຕ້ອງຕາມລະບຽບແລະ ກົດໝາຍ ປະເທດອົດສະຕຣາລີໄດ້ມີການຮ່ວມມືກັບ ສປປ ລາວ ມາເປັນເວລາຫຼາຍປີ ແລະ ໄດ້ຊ່ວຍພັດທະນາໂດຍສະເພາະວຽກງານສື່ຕະຫຼອດມາດ້ວຍຫຼາຍຮູບແບບ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນສຳເລັດ ໃນການຫັນເປັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຢູ່ກະຊວງສຶກສາທິການ ແລະ ກີລາ ກະຊວງສາທາລະນະສຸກໃນໄລຍະຜ່ານມາ ການບໍລິຫານ ແລະ ການໃຊ້ຈ່າຍລາຍຮັບວິຊາການຂອງກົມງົບປະມານກະຊວງການເງິນ ການຊອກຫາງົບປະມານມາຮັບໃຊ້ວິຊາສະເພາະໃນຍຸກປັດຈຸບັນຂອງປະເທດໄທ ຫວຽດນາມ ແລະ ໜັງສືພິມແຄນເບີລາທາມ ສຳນັກຂ່າວເອບີຊີຂອງປະເທດອົດສະຕຣາລີ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ສະຖານທູດອົດສະຕຣາລີປະຈໍາ ສປປ ລາວ.