ສາຍລົມໄດ້ຫອບເອົາກິ່ນຫອມຫວນໝາກຖົ່ວລຽນກະຈາຍຕາມແລວທາງລົດໄຟລາວ-ຈີນຈາກອາຊຽນມຸ່ງໜ້າສູ່ປາຍທາງແຜ່ນດິນໃຫຍ່ຂອງຈີນ ແລະ ພາກພື້ນສາກົນ ຂະນະທີ່ຜູ້ປູກຖົ່ວລຽນໃນປະເທດໄທ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ລວມທັງລາວເອີ້ນວ່າ: “ນ້ອງໃໝ່ ”ກໍເບີກບານມ່ວນຊື່ນ ແລະ ຍິ້ມແຍ້ມແຈ່ມໃສຕ້ອນຮັບລະດູການເກັບກ່ຽວຜົນຜະລິດກະສິກໍາຈາກສວນໂດຍສະເພາະໝາກຖົ່ວລຽນ.
ຄົນທົ່ວໄປໃນໂລກສື່ສັງຄົມອອນລາຍໄດ້ອ່ານໄດ້ຟັງຂໍ້ມູນຂ່າວສານການສົ່ງອອກໝາກຖົ່ວລຽນໄປຕະຫລາດຈີນ ເຊິ່ງສາມາດສ້າງລາຍຮັບເປັນກອບເປັນກໍາ ນັບເປັນຫົວລ້ານຫົວຕື້ຢວນ ປະກອບສ່ວນຊຸກຍູ້ເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນອາຊຽນດີຂຶ້ນເປັນກ້າວໆນັ້ນຈົນເກີດເປັນຄໍາຖາມຢ່າງຫລວງຫລາຍນໍາມາເຮັດໃຫ້ຜູ້ຂຽນຕ້ອງນັ່ງບໍ່ຕິດຕັ່ງວ່າມີປະເທດໃດໃນອາຊຽນສົ່ງອອກໝາກຖົ່ວລຽນໄປຈີນ? ເມື່ອໝາກຖົ່ວລຽນໄປຮອດປະເທດຈີນແລ້ວເຂົາເຈົ້າເອົາໄປຂາຍຢູ່ໃສແນ່? ແລະ ເປັນຫຍັງທາງລົດໄຟລາວ-ຈີນຈິ່ງມີຄວາມສໍາຄັນລະຫວ່າງອາຊຽນ, ຈີນ ແລະ ສາກົນ? ເຊິ່ງທຸກໆຄໍາຖາມນັ້ນອາດເຮັດໃຫ້ຜູ້ຂຽນບໍ່ສາມາດໄຂຂໍ້ຂ້ອງໃຈ ແລະ ຕອບຄໍາຖາມໃຫ້ທຸກທ່ານໄດ້ໝົດຢ່າງລະອຽດ ແຕ່ໄດ້ພະຍາຍາມຄັດຈ້ອນ ແລະ ໄປຫາແຫລ່ງຂໍ້ມູນໃນບາງພື້ນທີ່ຂອງຈີນມານໍາສະເໜີແລກປ່ຽນໃຫ້ທຸກໆທ່ານໄດ້ຮູ້ໄດ້ເຫັນພາບລວມແບບຄ້າວໆກ່ອນ.ຢູ່ໃນຮ້ານສັບພະສິນຄ້າແຫ່ງໜຶ່ງ, ຜູ້ຂຽນໄດ້ເຫັນຄົນແຫຍ້ກັນຊື້ໝາກຖົ່ວລຽນໃນບາງເຂດຢູ່ນະຫລວງປັກກິ່ງ ຈິ່ງຖາມພໍ່ຄ້າວ່າໝາກຖົ່ວລຽນເອົາມາແຕ່ໃສ່? ລາວຕອບວ່າ: ໝາກຖົ່ວລຽນທັງໝົດນັ້ນແມ່ນນໍາເຂົ້າຈາກອາຊຽນໂດຍສະເພາະໄທ ແລະ ຫວຽດນາມ. ຖົ່ວລຽນທີ່ຂ້ອຍຂາຍຢູ່ນີ້ແມ່ນນໍາເຂົ້າຈາກປະເທດໄທ.
ຈາກຂໍ້ມູນນ້ອຍໆດັ່ງກ່າວຮັບຮູ້ກວ້າງຂຶ້ນຈາກພໍ່ຄ້າຊາວຈີນທ່ານນີ້ວ່າ: ສ່ວນໃຫຍ່ຖົ່ວລຽນ ທີ່ນໍາເຂົ້າຈາກ ອາຊຽນແລ້ວມາຂາຍໃນປະເທດຈີນຈະກະຈາຍ ໄປຕາມຕະຫລາດຕ່າງໆທົ່ວປະເທດຈີນ ບາງຄັ້ງຮອດບໍ່ພໍກັນເນື່ອງຈາກວ່າ ປະເທດຈີນກວ້າງໃຫຍ່ໄພສານມີປະຊາກອນເຖິງ 1.4 ຕື້ຄົນ. ສົມມຸດວ່າຖ້າເອົາໝາກຖົ່ວລຽນໄປຂາຍໃນຂອບເຂດ ແລະ ບັນດາແຂວງຕ່າງໆຂອງຈີນທີ່ມີປະຊາກອນປະມານ 300-400 ລ້ານຄົນຕິດກັບຊາຍແດນອາຊຽນຄາດວ່າອາດຍັງບໍ່ພຽງກໍເປັນໄປໄດ້ ສະນັ້ນການທີ່ພົບເຫັນ ໝາກຖົ່ວລຽນໄດ້ຂົນສົ່ງເຖິງນະຄອນຫລວງປັກກິ່ງດ້ວຍໄລຍະທາງໄກເຖິງ 3.000-4.000 ກິໂລແມັດຈາກອາຊຽນເຖິງຕະຫລາດຈີນນັ້ນເປັນສັນຍານທີ່ດີຕໍ່ການພົວພັນກັນລະຫວ່າງຜູ້ຜະລິດ, ຜູ້ຂາຍ ແລະ ຜູ້ບໍລິໂພກ. ໃນໄລຍະ 1-2 ປີຜ່ານມານີ້ເຫັນວ່າການຂົນສົ່ງໝາກຖົ່ວລຽນ ແລະ ຜົນຜະລິດກະສິກໍາຕ່າງໆວ່ອງໄວຂຶ້ນຫລາຍ ຍິ່ງກວ່ານັ້ນ ສ່ວນໃຫຍ່ຜົນຜະລິດຍັງຮັກສາຄວາມ ສົດໄດ້ດີຫລາຍ,ເຊື່ອວ່າຍ້ອນມີເສັ້ນທາງລົດໄຟເຊື່ອມໂຍງເຊື່ອມຈອດກັນຈິ່ງເຮັດໃຫ້ການຂົນສົ່ງສະດວກສະບາຍ,ມີຄວາມປອດໄພ ແລະ ວ່ອງໄວຂຶ້ນກວ່າເກົ່າຫລາຍ.
ຕາມແຫລ່ງຂ່າວຈາກເວບໄຊ(www.asiamediacentre.org)ໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ໃນໄຕມາດທຳອິດຂອງປີ 2025, ຈີນໄດ້ນຳເຂົ້າຜົນຜະລິດກະສິກໍາຈາກບັນດາປະເທດສະມາຊິກອາຊຽນມູນຄ່າກວ່າ 52 ຕື້ຢວນ, ເພີ່ມຂຶ້ນ 14% ເມື່ອທຽບປີກາຍນີ້. ປັດຈຸບັນນີ້ຜູ້ຜະລິດກະສິກໍາໃນບັນດາປະເທດສະມາຊິກອາຊຽນມີຄວາມຮູ້ສຶກເບີກບານມ່ວນຊື່ນກັບການສ້າງລາຍຮັບຢ່າງຫລວງຫລາຍຈາກການສົ່ງອອກໝາກຖົ່ວລຽນ, ໝາກກ້ວຍ, ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ພືດຜັກອື່ນໆຜ່ານຊ່ອງທາງຂົນສົ່ງທາງລົດໄຟລາວ-ຈີນ ແລະ ກໍາປັ່ນ, ຄາດວ່າການສົ່ງອອກຜົນຜະລິດກະສິກໍານັ້ນບໍ່ພຽງແຕ່ສົ່ງອອກຈີນ ແຕ່ຫາກຍັງສົ່ງອອກໄປ ປະເທດ ລັດເຊຍ,ເຂດຕາເວັນອອກກາງ, ເອີຣົບ,ເກົາຫລີ,ຍີ່ປຸ່ນ ແລະ ຄູ່ຄ້າອື່ນເຊັ່ນກັນ.
ປີ 2024 ຜ່ານມາ, ຈີນໄດ້ນໍາເຂົ້າໝາກຖົ່ວລຽນ, 1,5 ລ້ານໂຕມີມູນຄ່າ 7 ຕື້ໂດລາ, ເພີ່ມຂຶ້ນເກືອບ 10% ທຽບໃສ່ປີ 2023 ໃນນັ້ນປະເທດໄທຄອງສ່ວນແບ່ງຕະຫລາດສົ່ງອອກ ໝາກຖົ່ວລຽນເຂົ້າຕະຫລາດຈີນເຖິງ 58%, ຮອງລົງມາແມ່ນປະເທດຫວຽດນາມ 38%.
ພ້ອມດຽວກັນນີ້, ບໍລິສັດທາງລົດໄຟ ລາວ-ຈີນກໍໄດ້ລາຍງານວ່າ: ນັບແຕ່ເປີດໃຫ້ບໍລິການ ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຫລັກໃຫ້ບໍລິການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະ ແມ່ນສິນຄ້າກະສິກຳປະເພດມັນຕົ້ນ, ໃນນັ້ນພຽງ 4 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5.750 ຕູ້ຄອນເທັນເນີ ຫລື ປະມານ 156.000 ໂຕນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ທ່ານ ເອລາວັນ ລາດປາກດີ ຕົວແທນຜູ້ປະກອບການສວນຖົ່ວລຽນພາຍໃຕ້ສະມາຄົມທຸລະກິດກະສິກໍາລາວໄດ້ລາຍງານເມື່ອບໍ່ດົນມານີ້ວ່າ: ປັດຈຸບັນນີ້, ກຸ່ມປູກໝາກຖົ່ວລຽນລາວ ມີສະມາຊິກທັງໝົດປະມານ 170 ສວນ, ມີເນື້ອທີ່ທັງໝົດ 20.000 ເຮັກຕາ ໃນນັ້ນ ຜູ້ປູກຈຳນວນໜຶ່ງທີ່ໄດ້ເລີ່ມເກັບກ່ຽວແລ້ວຫລາຍກວ່າ 10.000 ຕົ້ນ, ມີຜົນຜະລິດປະມານ 900 ໂຕນ, ພາຍໃນປີ 2029 ຄາດວ່າຈະເກັບກ່ຽວໝາກຖົ່ວລຽນໃຫ້ໄດ້ປະມານ 270.000 ຕົ້ນກັບປະລິມານ 24.300 ໂຕນ, ມູນຄ່າ 155 ລ້ານໂດລາ.
ທ່ານ ເຖົາຈ້ຽນ ນັກລົງທຶນຈາກ ສປ. ຈີນກໍເປັນຜູ້ໜຶ່ງ, ສັງກັດໃນສະມາຊິກສະມາຄົມທຸລະກິດກະສິກໍາລາວໄດ້ກ່າວວ່າ: ພື້ນທີ່ຢູ່ ສປປ ລາວມີຄວາມເໝາະສົມໃນການປູກໝາກຖົ່ວລຽນເປັນສິນຄ້າ, ບວກທ່າແຮງປະເທດ ລາວມີເສັ້ນ ທາງລົດໄຟເຊື່ອມໂຍງເຊື່ອມຕໍ່ທາງບົກນັ້ນ ເປັນເງື່ອນໄຂ ຕ່າງຈາກປະເທດອື່ນໆໃນອາຊຽນ, ມາເຖິງປັດຈຸບັນ “ ຂ້ອຍເອງກໍໄດ້ລົງມືປູກແລ້ວໂດຍເອົາແນວພັນມາຈາກປະເທດມາເລເຊຍມາຕໍ່ກັບ ຫຼື ມາປະສົມກັບແນວພັນໝາກຖົ່ວລຽນພື້ນເມືອງຂອງລາວ ແລະ ເຫັນວ່າຕົ້ນໝາກຖົ່ວລຽນໃນສວນຂອງຂ້ອຍເລີ່ມໃຫ້ໝາກທີ່ມີຄຸນນະພາບດີຫລາຍ ” ພ້ອມດຽວກັນນີ້, ທ່ານ ດວງດາວວອນ ສຸລິຍະວົງສາ ເຈົ້າຂອງສວນອາຈານເນ້, ຜູ້ປູກ ຖົ່ວລຽນລາວກໍໄດ້ໃຫ້ທັດສະນະໃນການປູກຖົ່ວລຽນໃຫ້ມີຄວາມຍືນຍົງວ່າ: ການປູກຖົ່ວລຽນບໍ່ຄວນເບິ່ງຂ້າມຕະຫລາດພາຍໃນເປັນສິ່ງທໍາອິດເນື່ອງຈາກວ່າຜ່ານມາຊາວລາວເຮົາໄດ້ນໍາເຂົ້າໝາກຖົ່ວລຽນເປັນຈໍານວນຫລາຍພໍສົມຄວນຈາກປະເທດເພື່ອນບ້ານ ທັງທີ່ເຮົາກໍມີທ່າແຮງບົ່ມຊ້ອນເຊັ່ນກັນ ແລະ ມັນຍັງຈະຊ່ວຍຫລຸດຜ່ອນເງິນຕາຕ່າງປະເທດຮົ່ວໄຫລອອກນອກອີກດ້ວຍ.
ອາຈານເນ້ໄດ້ກ່າວຕື່ມອີກວ່າ: ການປູກຖົ່ວລຽນບໍ່ຄວມມຸ່ງເນັ້ນພຽງ ເປັນທຸລະກິດຢ່າງດຽວ ແຕ່ຕ້ອງຄໍານຶກເຖິງການພັດທະນາສີ ຂຽວຍືນຍົງ,ຕິດພັນກັບການສ້າງວຽກເຮັດງານທໍາ, ສ້າງເປັນບ່ອນສຶກສາ ຮຽນຮູ້ສະເພາະຂອງລາວ, ຂະຫຍາຍເນື້ອທີ່ປ່າໄມ້ຮັກ ສາແຫລ່ງນໍ້າ, ເປັນບ່ອນອາໄສຂອງຊີວະນາໆພັນ ແລະ ຊຸກຍູ້ການທ່ອງທ່ຽວໄປພ້ອມໆກັນ. ຄວາມຈິງ ຂ້ອຍເອງໄດ້ເລີ່ມບຸກເບີກປູກຖົ່ວລຽນມາແຕ່ປີ 2020, ໃນເນື້ອທີ່ທັງໝົດ 90 ເຮັກຕາ ໃນນັ້ນ ຈະສູ້ຊົນປູກຖົ່ວລຽນ ໃຫ້ໄດ້ 9.200 ກວ່າຕົ້ນ, ມາຮອດປັດຈຸບັນ ສາມາດ ປູກຖົ່ວລຽນໄດ້ແລ້ວ 8.700 ກວ່າຕົ້ນ, ຄາດວ່າຈະສາມາດເກັບຜົນຜະລິດໄດ້ໃນປີ 2025 ເປັນຕົ້ນໄປ, ໃນເບື້ອງຕົ້ນ ຄາດວ່າຈະສາມາດເກັບຜົນຜະລິດ ໄດ້ປະມານ 4.500 ຕົ້ນ, ຜົນຜະລິດໄດ້ປະມານ 40 ກິໂລຕໍ່ໜຶ່ງຕົ້ນ, ຮອດປີ 2027 ຈະໃຫ້ຜົນຜະລິດໄດ້ທັງໝົດ. ສຳລັບ ໝາກຖົ່ວລຽນ ທີ່ນຳມາປູກມີ 7 ສາຍພັນ ຄື: ສາຍພັນ ມູຊັນຄິງ, ໜາມດຳ, ກ້ານຍາວ, ພວງມະນີ, ກະດຸມ, ໝອນທອງ ແລະ ແດງອິນໂດແຕ່ສ່ວນໃຫຍ່ແມ່ນປູກສາຍພັນໝອນທອງເພາະຜູ້ບໍລິໂພກນິຍົມກິນດີ ກວ່າສາຍພັນອື່ນໆ. ເບື້ອງຕົ້ນວາງແຜນໄວ້ວ່າ: ຖ້າຜົນຜະລິດເຖິງເວລາເກັບກ່ຽວແລ້ວຈະຈຳໜ່າຍ ໃຫ້ກັບກຸ່ມລູກຄ້າ ຕະຫລາດພາຍໃນເປັນຫລັກ ໂດຍຈະໃຫ້ບຸລິມະສິດ ວາງຈໍາໜ່າຍຢູ່ບັນດາແຂວງ, ບັນດາເມືອງ ທີ່ເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງ ສປປ ລາວ ມາເປັນອັນດັບທຳອິດ ເພື່ອໂຄສະນາປະຊາສຳພັນ ໃຫ້ຕ່າງປະເທດ ຮູ້ເຖິງລົດຊາດໝາກຖົ່ວລຽນລາວຢ່າງກວ້າງຂວາງຫລາຍຍິ່ງຂຶ້ນ ແລະ ຈະສືບຕໍ່ສົ່ງອອກຖົ່ວລຽນລາວ ໄປຕະຫລາດຕ່າງປະເທດຕາມລໍາດັບໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນປະຕູອາຊຽນອອກສູ່ຈີນ ແລະ ພາກພື້ນສາກົນ. ໃນອະນາຄົດຕໍ່ໜ້ານີ້ເຊື່ອວ່າ: ທາງລົດໄຟນີ້ຈະກາຍເປັນ ສ່ວນໜຶ່ງສໍາຄັນເຮັດໃຫ້ຜູ້ປະກອບການຜະລິດກະສິກໍາເປັນສິນມີກໍາລັງໃຈ ແລະ ແນມເຫັນໂອກາດທຸລະກິດ ກວ້າງຂວາງຂຶ້ນກວ່າເກົ່າ ໂດຍເພາະມີຄວາມສະດວກຫລາຍ, ຂົນສົ່ງສິນຄ້າໄດ້ຫລາຍ, ປະຢັດເວລາ, ປະຢັດຕົ້ນທຶນ, ມີຄວາມປອດໄພ ແລະ ເຖິງມືຜູ້ຊື້ວ່ອງໄວຂຶ້ນຫລາຍເທົ່າ.
ເຖິງແນວໃດກໍຕາມ ທ່ານ ພິເຊດ ຄຸນນະທໍາຣັກ, ອະທິບໍດີກົມການຂົນ ສົ່ງທາງລາງແຫ່ງປະເທດ ໄທໄດ້ເປີດເຜີຍຜ່ານໜັງສືພິມມະຕິຊົນຂອງໄທວ່າ: “ພວກເຮົາສະໜັບສະໜູນ ແລະ ສົ່ງເສີມການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟຢ່າງແທ້ຈິງ ເຊິ່ງມັນບໍ່ພຽງແຕ່ປະກອບສ່ວນຂັບເຄື່ອນການພັດທະນາເສດຖະກິດ, ການບໍລິການຂົນສົ່ງ, ການຄ້າ,ການລົງທຶນ ແລະ ນັກທ່ອງທ່ຽວເທົ່ານັ້ນ ແຕ່ຫາກຍັງຍົກສູງບົດບາດຂອງການພັດທະນາສີຂຽວຍືນຍົງຢ່າງແທ້ຈິງເພາະການຂົນສົ່ງຜ່ານທາງລົດໄຟທີ່ໃຊ້ພະລັງງານໄຟຟ້ານັ້ນສາມາດຫລຸດຜ່ອນອາຍແກັສເຮືອນແກ້ວ ຫລື ຫລຸດຜ່ອນການປ່ອຍມົນລະພິດ ອອກສູ່ອາກາດໜ້ອຍທີ່ສຸດຕ່າງຈາກວິທີຂົນສົ່ງດ້ວຍລົດ ແລະ ກໍາປັ່ນທີ່ໃຊ້ນໍ້າມັນເຊື້ອໄຟ ເຜົາໄໝ້ກາຍເປັນຄວັນ. ວິທີຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານໂຄງການພັດທະນາເສັ້ນທາງລົດໄຟນັ້ນແມ່ນສອດຄ່ອງ ແລະ ຖືກຕອ້ງກັບຂອບການຮ່ວມມືຂອງອາຊຽນ-ຈີນ, ສະຫະປະຊາຊາດ ແລະ ຄູ່ຮ່ວມມືສາກົນອື່ນໆໃນການຫລຸດມົນລະພິດສູ່ອາກາດ ລວມທັງການພັດທະນາສີຂຽວຍືນຍົນຢ່າງໜັກແໜ້ນ. ”
ໂດຍ:ເກີດຂວັນໃຈ ມາລີຈັນສີ