Thursday, May 22, 2025
Homeຂ່າວຕ່າງປະເທດທ່ານ ຫວາງ ຢີ້ ຈະເຂົ້າຮ່ວມພິທີລົງນາມ “ສົນທິສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ”

ທ່ານ ຫວາງ ຢີ້ ຈະເຂົ້າຮ່ວມພິທີລົງນາມ “ສົນທິສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ”

ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ນາງ ເໝົານີງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ປະກາດໃນກອງປະຊຸມຖະແຫລງຂ່າວວ່າ: ທ່ານ ຫວາງ ຢີ້, ກຳມະການ ກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ຈະເຂົ້າຮ່ວມ ພິທີ ລົງນາມ “ສົນທິສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ” ທີ່ຈະຈັດຂຶ້ນ ຢູ່ເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ ໃນວັນທີ 30 ພຶດສະພານີ້.ໃນປີ 2022, ສປ ຈີນ ກັບ 20 ກວ່າປະເທດ ທີ່ມີຫລັກໝັ້ນ ຄ້າຍຄືກັນໄດ້ຮ່ວມກັນສະເໜີຂໍ້ລິເລີ່ມການສ້າງຕັ້ງສານໄກ່ເກ່ຍ ສາກົນ. ຜ່ານການ ເຮັດຄວາມພະຍາຍາມ ຮ່ວມກັນ, ໄດ້ສຳເລັດ ການເຈລະຈາ ກ່ຽວກັບ “ສົນທິ ສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ”, ແລະ ເຫັນດີ ເປັນເອກະພາບກັນວ່າ ຈະສ້າງຕັ້ງ ສຳນັກງານໃຫຍ່ ຂອງສານໄກ່ເກ່ຍ ສາກົນ ຢູ່ເຂດຮົງກົງ ຂອງ ສປ ຈີນ. ມີເກືອບ 60 ປະເທດ ຈາກອາຊີ, ອາຟຣິກາ, ອາເມຣິກາລາຕິນ ແລະ ເອີຣົບ ລວມທັງອົງການສະຫະປະຊາຊາດ (ສປຊ) ແລະ ອົງການຈັດຕັ້ງສາກົນອື່ນໆ ປະມານ 20 ແຫ່ງຈະສົ່ງຄະນະຜູ້ແທນລະດັບສູງເຂົ້າຮ່ວມພິທີລົງນາມໃນຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments