ວິທະຍຸກະຈາຍສຽງຫວຽດນາມ, ໂດຍສືບຕໍ່ໂຄງການປະຕິບັດວຽກງານຢູ່ ສ.ອາເມລິກາ, ວັນທີ 20 ພຶດສະພາ ທ່ານ ຫງວຽນ ຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ຫົວໜ້າຄະນະເຈລະຈາລັດຖະບານຫວຽດນາມ ໄດ້ພົບປະ ແລະ ເຮັດວຽກກັບການນຳບັນດາກຸ່ມບໍລິສັດ ແຖວໜ້າຂອງ ສ.ອາເມລິກາ ເປັນຕົ້ນ Excelerate Energy, Lockheed Martin, Space X ແລະ Google ດ້ວຍຜົນສະທ້ອນຢ່າງແຮງ, ຊ່ວຍປະກອບຄຳເຫັນຕໍ່ອຳນາດການປົກຄອງ ຂອງທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ເພື່ອສົ່ງສານຂອງ ສສ ຫວຽດນາມ, ນັ້ນແມ່ນ ເລື່ອງ ສສ ຫວຽດນາມ ແລະ ສ.ອາເມລິກາ ມີການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ໄດ້ ແລະ ພວມຊຸກຍູ້ ຢ່າງແຮງ, ສ້າງເງື່ອນໄຂສະດວກ ຊ່ວຍບັນດາບໍລິສັດ ອາເມລິກາ ລົງທຶນ ແລະ ດຳເນີນທຸລະກິດ ຢ່າງສະດວກຢູ່ ສສ ຫວຽດນາມ. ເພາະສະນັ້ນ, ການຮ່ວມມືກັບ ສສ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດ ຍຸດທະສາດໃນໄລຍະຍາວ ແລະ ປະກອບສ່ວນ ປັບປຸງ ດູ່ນການຄ້າ ຕາມທິດມີຄວາມຍຸຕິທຳ, ກົມກຽວ, ຍືນຍົງລະຫວ່າງ ສອງປະເທດ. ສສ ຫວຽດນາມ ຕ້ອງໄດ້ຮັບ ການປະພຶດຄື ຄູ່ຮ່ວມມື ບຸລິມະສິດ ຂອງ ສ.ອາເມລິກາ. ສສ ຫວຽດນາມ ສະເໜີ ສ.ອາເມລິກາ ພ້ອມກັບ ສສ ຫວຽດນາມ ແກ້ໄຂ ບັນຫາ ຍັງຄົງຂ້າງ ດ້ານເສດຖະກິດ ການຄ້າ ໃນປັດຈຸບັນ, ຮັບຮູ້ ສສ ຫວຽດນາມ ແມ່ນພື້ນຖານ ເສດຖະກິດ ການຕະຫລາດ ໂດຍໄວ ແລະ ນຳຫວຽດນາມ ອອກຈາກ ບັນຊີ ລາຍຊື D1, D3 ກ່ຽວກັບ ການຈຳກັດ ການສົ່ງອອກ ບັນດາຜະລິດ ຕະພັນ ເຕັກໂນໂລຊີສູງ. ສິ່ງນີ້ ຈະປະກອບສ່ວນ ນຳມາເຊິ່ງຜົນປະໂຫຍດ ຢ່າງແທ້ຈິງ ມາໃຫ້ສອງປະເທດ ໃນໄລຍະສັ້ນ ແລະ ໄລຍະຍາວ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ