Saturday, September 21, 2024
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ-ບາດເຈັບ64ຄົນ ຈາກແຜນດິນໄຫວຢູ່ຟີລິບປິນ

ຍອດຜູ້ເສຍຊີວິດ-ບາດເຈັບ64ຄົນ ຈາກແຜນດິນໄຫວຢູ່ຟີລິບປິນ

ຕາມ​ລາຍ​ງານ​ ຫລ້າ​ສຸດ ຈາກ​ນະຄອນຫລວງ​ ມະນິລາ ​ກ່ຽວ​ກັບ ສະຖານະ​ການ ​ແຜນ​ດິນ​ໄຫວ ​ໃນ​ຟິລິບ​ປິນ ​ໃນ​ວັນ​ທີ27​ກໍລະກົດ​ນີ້ ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 4ຄົນ ​ແລະ ​ບາດ​ເຈັບ​ອີກ 60ຄົນ. ຂະນະ​ທີ່ ​ເຮືອນ​ປະຊາຊົນ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຫລາຍ​ຫລັງ.ຂະນະ​ທີ່ ຈຸດ​ສູນ​ກາງ ​ແຜ່ນ​ດິນ​ໄຫວ​ ຫ່າງ​ຈາກ ເມືອງ​ໂດ​ໂລ​ເຣສ ​ໄປ​ທາງຕາ​ເວັນ​ອອກ​ສ່ຽງ​ໃຕ້ ປະມານ 11 ກິ​ໂລ​ແມັດ ​ແລະ ຢູ່​ເລິກ​ພຽງ10 ​ກິ​ໂລ​ແມັດ.

ສ່ວນ​ອາຄານ 173 ​ແຫ່ງ ​ໄດ້ຮັບ​ ຄວາມ​ເສຍ​ຫາຍ ​ແລະ ມີ​ລາຍ​ງານ​ ດິນ​ເຈື່ອນ 58ຈຸດ. ປັດຈຸບັນ ​ເຈົ້າໜ້າ​ທີ່ ​ກູ້​ໄພ ຟີ​ລິບ​ປິນ ​ເລັ່ງ​ໃຫ້ການ ​ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ ​ຈາກ​ເຫດການ ​ດັ່ງກ່າວ./. (ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments