Home ທຸລະກິດ ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ

ຢາພື້ນເມືອງການົກສັນຕິພາບຄູ່ ສູ່ສັງຄົມພາຍໃນ-ຕ່າງປະເທດ

0
5

ປະເທດລາວມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ໂດຍສະເພາະ ແມ່ນມີການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມຈໍານວນຫຼວງຫຼາຍ ໃນນັ້ນ ມີທັງໄມ້ເປັນຢາ ແລະ ປ່າໄມ້ສໍາລັບອຸດສາຫະກໍາປຸງແຕ່ງ. ໃນໂອກາດເຂົ້າຮ່ວມງານສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລີດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ປະຈໍາປີ 2025, ທ່ານ ດ້າຍໄໝ ໃສຕາວັນ ເຈົ້າຂອງຜະລິດຜະພັນຢາພື້ນເມືອງລາວການົກສັນຕິພາບຄູ່ ໄດ້ນໍາເອົາສິນຄ້າຂອງຕົນເອງ ກໍຄື ສິນຄ້າຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ເຂົ້າຮ່ວມໃນງານເປັນເທື່ອທໍາອິດ ເພື່ອໃຫ້ສັງຄົມພາຍໃນປະເທດໄດ້ຮູ້ຈັກຫຼາຍຂຶ້ນ. ສິນຄ້າ-ຜະລິດຕະພັນທີ່ນໍາມາແມ່ນໄດ້ຮັບຄວາມສົນໃຈ ຈາກລູກຄ້າໃໝ່ ແລະ ລູກຄ້າທີ່ເຄີຍໃຊ້ມາກ່ອນ ເຂົ້າມາຊື້ຢ່າງບໍ່ຂາດສາຍ. ທ່ານ ດ້າຍໄໝ ໃສຕາວັນ ຍັງຍົກໃຫ້ຮູ້ຕື່ມວ່າ: ກ່ອນຈະໄດ້ມາເປັນໝໍຢາພື້ນເມືອງ ຕອນຍັງນ້ອຍ ຕົນເອງໄດ້ກິ້ງເກືອກລີເລືອ ຢູ່ກັບຢາພື້ນເມືອງມາໂດຍຕະຫຼອດ ເນື່ອງຈາກວ່າ ປູ່ເປັນໝໍຢາພື້ນເມືອງທີ່ມີຊື່ສຽງໂດ່ງດັງຢູ່ເຂດບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ຈົນກາຍເປັນຜູ້ໜຶ່ງທີ່ມີຄວາມສໍານິຊໍານານງານດ້ານຢາພື້ນເມືອງ ຈຶ່ງຢາກສານຕໍ່ອາຊີບ ຈາກປູ່ຈຶ່ງຕັດສິນໃຈເລີ່ມຜະລິດຢາພື້ນເມືອງ ມາແຕ່ປີ 2019 ໂດຍໃສ່ຊື່ວ່າ: “ການົກສັນຕິພາບຄູ່” ຊຶ່ງໄລຍະນັ້ນ ຜະລິດຕະພັນ ແມ່ນເຮັດແບບປະຖົມປະຖານ ຊຶ່ງໄລຍະຕໍ່ມາຈຶ່ງໄດ້ໄປຮຽນຮູ້ເຕັກນິກວີຊາການ ດ້ານອື່ນໆ ຈາກປະເທດເພື່ອນບ້ານແລ້ວນໍາມາປັບໃຊ້ຈົນເຮັດໃຫ້ຢາພື້ນເມືອງເປັນທີ່ປະຈັກຕາໃນສັງຄົມ, ມີຜະລິດຕະພັນທັງໝົດຫຼາຍຊະນິດ, ອັນໄດ້ກາຍເປັນທີ່ຮູ້ຈັກ ແລະ ຊົມໃຊ້ຢ່າງແຜ່ຫຼາຍຂອງສັງຄົມ ຊຶ່ງສິນຄ້າທີ່ສັງຄົມນໍາໃຊ້ຫຼາຍທີ່ສຸດ ແມ່ນຢານວດເສັ້ນ-ເອັນ, ນໍ້າມັນຄາຍເສັ້ນ, ຢາດົມອາລົມດີ, ຢາພື້ນເມືອງດີວາຍສູດເຢັນ ເໝາະສໍາລັບທຸກເພດ-ທຸກໄວ, ຢາສະໝຸນໄພສໍາລັບຕົ້ມບໍາລຸງສຸຂະພາບ, ຢາສໍາລັບດອງເຫຼົ້າມີຫຼາຍສູດ, ຢາປິ່ນປົວໂຣກກະເພາະ, ພະຍາດຍິງ, ຢາຕົ້ມສໍາລັບຜູ້ທີ່ປວດເສັ້ນເອັນ ແລະ ຜະລິດຕະພັນອື່ນໆ, ຖ້າຫາກວ່າ ທ່ານໃດບໍ່ເຄີຍໃຊ້ຢາຄັ້ນເສັ້ນ-ນວດ ຄວນຈະໃຊ້ຢາສໍາລັບທາ ເພື່ອຫຼີກເວັ້ນການເກີດເສັ້ນ-ເອັນພິກ, ມາຮອດປັດຈຸບັນສາມາດນຳໃຊ້ພືດເປັນຢາໄດ້ແລ້ວຈຳນວນ 614 ຊະນິດ.

ພືດດັ່ງກ່າວ ແມ່ນມີຢູ່ໃນປ່າຂອບເຂດບ້ານນາແດງ, ແຕ່ໜ້າເປັນຫ່ວງປັດຈຸບັນນີ້ ການພັດທະນາແມ່ນມີທ່າຂະຫຍາຍຕົວ ໂດຍສະເພາະການບຸກເບີກເນື້ອທີ່ປ່າທີ່ມີພືດເປັນຢາປະປົນຢູ່ນັ້ນ ແລ້ວຫັນມາເປັນເນື້ອທີ່ປູກອ້ອຍທົດແທນ, ປູກມັນຕົ້ນ ແລະ ພືດອື່ນໆ ເຮັດໃຫ້ເນື້ອທີ່ພືດທີ່ເປັນຢາຖືກທຳລາຍໄປພ້ອມໆກັນ, ຜະລິດຕະພັນຢາພື້ນເມືອງລາວ ການົກສັນຕິພາບຄູ່ ເປັນທີ່ນິຍົມຂອງຄົນພາຍໃນ ແລະ ຕ່າງປະເທດ ເພາະວ່າ ງານວາງສະແດງຢູ່ພາຍໃນແຂວງສະຫວັນນະເຂດ ແມ່ນໄດ້ຮັບເຊີນເຂົ້າຮ່ວມ ແລະ ງານວາງສະແດງ ຫຼື ກອງປະຊຸມໃຫຍ່ແຂວງອື່ນໆ ກໍໄດ້ນໍາເອົາຜະລິດຕະພັນໄປວາງຂາຍ. ນອກຈາກຂາຍຢູ່ພາຍໃນປະເທດ, ຜະລິດຕະພັນ ຍັງໄດ້ສົ່ງອອກສູ່ ປະເທດຫວຽດນາມ, ຣາຊະອານາຈັກໄທ ແລະ ປະເທດກໍາປູເຈຍ. ທ່ານ ດ້າຍໄໝ ໃສຕາວັນ ກ່າວຕື່ມວ່າ: ການເຂົ້າຮ່ວມງານຄັ້ງນີ້, ເຖິງຈະເປັນເທື່ອທໍາອິດ ແຕ່ກໍຂໍຝາກຄໍາສະເໜີ ຫາພາກສ່ວນທີ່ກ່ຽວຂ້ອງໃນການຈັດງານ ໂດຍລວມແລ້ວແມ່ນດີຫຼາຍ ເພາະວ່າ ໄດ້ມີສິນຄ້າຂອງຫຼາຍແຂວງເຂົ້າມາຮ່ວມນໍາ ແຕ່ກໍມີບາງຈຸດທີ່ຢາກໃຫ້ປັບປຸງນັ້ນ ຄືການຈັດສັນບັນດາຮ້ານວາງສະແດງ-ຂາຍສິນຄ້າອື່ນໆ ຢາກໃຫ້ເປັນລະບົບລະບຽບຕື່ມ ເຊັ່ນ: ແຖວອາຫານກໍຢູ່ແຖວໜຶ່ງ, ເຄື່ອງນຸ່ງຫົ່ມກໍຄວນຢູ່ແຖວໜຶ່ງ, ຢາພື້ນເມືອງກໍຄວນຢູ່ແຖວໜຶ່ງ ເພື່ອຄວາມຈົບງາມ ແລະ ໃຫ້ຜູ້ປະກອບການໄດ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ຊ່ວຍເຫຼືອກັນດ້ານການຊື້-ຂາຍອີກດ້ວຍ.

ໃນແຜນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ເພີ່ມການຜະລິດໃຫ້ຫຼາຍ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ. ໂອກາດນີ້, ທ່ານ ດ້າຍໄໝ ໃສຕາວັນ ຍັງຮຽກຮ້ອງ ມາຍັງຜູ້ທີ່ມີຈຸດປະສົງຢາກປິ່ນປົວສຸຂະພາບ ຫຼື ຮັບໄປຈໍາໜ່າຍ ສາມາດຕິດຕໍ່ປຶກສາໄດ້ ທີ່ເບີໂທ ແລະ WhatsApp 020 58474089 ຫຼື ມີເວລາສະດວກກໍໄປຫາດ້ວຍຕົນເອງໄດ້ທີ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here