Wednesday, May 21, 2025
Homeຂ່າວຕ່າງປະເທດໄຂກອງປະຊຸມອະນາໄມໂລກ ສຸມໃສ່ “ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ”

ໄຂກອງປະຊຸມອະນາໄມໂລກ ສຸມໃສ່ “ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ”

ວິທະຍຸສາກົນ ແຫ່ງສປ ຈີນ, ວັນ​ທີ 19 ພຶ​ດ​ສະ​ພາ​ນີ້, ກອງ​ປະ​ຊຸມ ​ອະ​ນາ​ໄມ​ໂລກ ​ຄັ້ງ​ທີ 78 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ ​ຂອງ​ສະ​ວິ​ດ, ຫົວ​ຂໍ້ ​ຂອງກອງ​ປະ​ຊຸມຄັ້ງ​ນີ້​ແມ່ນ “ການ​ສ້າງ​ໂລກ​ທີ່​​ມີ​ສຸ​ຂະ​ພາບ​ດີຮ່ວມ​ກັນ”. ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ ​ເຕ​ໂດ​ຣສ ອັດ​ຮາ​ນອມ ເກ​ເບ​ຣ​ເຢ​​ຊຸ​ສ, ຜູ້​ອຳ​ນວຍ​ການ​ໃຫຍ່ ​ອົງ​ການ​ ອະ​ນາ​ໄມ​ໂລກ ຫລື WHO ​ກ່າວ​ວ່າ: ໃນ​ກອງ​ປະ​ຊຸມ ​ຄັ້ງ​ນີ້, ປະ​ເທດ​ ສະ​ມາ​ຊິກ​ຕ່າງໆ ​ຈະ​ພິ​ຈາ​ລະ​ນາ ​ແລະ​ ອາດ​ຈະຮັບ​ຮອງ “ສັນ​ຍາ ​ກ່ຽວ​ກັບ ​ພະ​ຍາດ ​ລະ​ບາດ” ຂອງ​ WHO. ທ່ານ ​ຍັງຮຽກ​ຮ້ອງ​ ໃຫ້​ບັນ​ດາ ​ປະ​ເທດ ​ສະ​ມາ​ຊິກ ຮັບ​ຮອງ ​ການ​ເພີ່ມ​ ຄ່າ​​ທຳ​ນຽມ ສະ​ມາ​ຊິກ ​ຮອບ​ໃໝ່, ເພື່ອ​ຊຸກ​ຍູ້ ​ໃຫ້​ບັນ​ລຸ ​​ຄວາມ​ຍືນ​ຍົງ​ ແລະ​ ຄວາມ​ເປັນ ​ເອ​ກະ​ລາດ ​ດ້ານ​ງົບ​ປະ​ມານ​ ໃນ​ໄລ​ຍະ​ຍາວ​ຂອງ WHO.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments