Tuesday, May 20, 2025
Homeຂ່າວຕ່າງປະເທດການສະແດງສິລະປະສະເຫລີມສະຫລອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ການສະແດງສິລະປະສະເຫລີມສະຫລອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດສະເຫລີມສະຫລອງ 135 ປີ ແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19/5/1890-19/5/2025), ໃນວັນທີ 18 ພຶດສະພາ, ຢູ່ສະໜາມຫລວງ ບາດິ່ງ, ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງ ສິລະປະພິເສດ ທີ່ມີຊື່ວ່າ “ເພິ່ນແມ່ນ ໂຮ່ຈີມິນ”. ໂດຍມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ພ້ອມດ້ວຍ ບັນດາການນຳຂັ້ນສູງ ແລະ ປະຊາຊົນ ທຸກຊັ້ນຄົນ ເຂົ້າຮ່ວມ. ສະເພາະ ລາຍການ ໄດ້ຮັບການສ້າງເປັນ ສາມພາກ, ລວມມີ: “ຫງວຽນຊິງກຸງ – ຫງວຽນເຕິດແທັ່ງ”, “ຫງວຽນອາຍກວັກ-ໂຮ່ຈີມິນ” ແລະ “ຫວຽດນາມ! ສັງກາດບຸກບືນ”. ບັນດາລາຍການສະແດງສິລະປະໄດ້ຮັບການສ້າງຂຶ້ນຢ່າງພິຖີຖິຖັນ, ມີການປະສົມປະສານ ລະຫວ່າງມູນເຊື້ອ ກັບຍຸກສະໄໝ ລະຫວ່າງ ບັນດາລາຍການສະແດງດົນຕີ, ຟ້ອນ, ຮ້ອງເພງ, ກໍ່ຄື ການນຳໃຊ້ ເຕັກໂນໂລຊີ ສາຍ 3D mapping. ລາຍການໄດ້ວາດພາບ ເຖິງຮູບພາບ ຂອງການນຳ ຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ ພ້ອມທັງສ້າງແຫລ່ງບັນດານໃຈໃຫ້ແກ່ທຸກລຸ້ນຄົນໃນປັດຈຸບັນ, ພິເສດແມ່ນໄວໜຸ່ມ, ໃນການສຶກສາ ປະຕິບັດ ຕາມແບບຢ່າງຄຸນສົມບັດປະຕິວັດ ແລະ ຄຸນນະທາດ ອັນສູງສົ່ງ ຂອງປະທານ ໂຮ່ຈີມິນ ໃນພາລະກິດ ແຫ່ງການສ້າງສາ, ພັດທະນາປະເທດຊາດ, ນຳຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່ທີ່ຮັ່ງມີເຂັ້ມແຂງກ່ວາເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments