ຕາມ​ຂ່າວ​ຈາກ​ ຊິນ​ຮວາ​,ວັນ​ທີ27​ກໍລະກົດ​ນີ້, ສຳນັກ​ ບໍລິຫານ ​ການບິນ​ ພົນລະ​ເຮືອນ ​ແຫ່ງ​ປະ​ເທດ​ຈີນ(CAAC) ອອກ​ໃບ ຮັບ​ຮອງ​ໃຫ້ ​ເຮີ​ລິ​ກົບ​ແຕ້ ລຸ້ນ​ແຊດ15(Z15) ຊຶ່ງ​ເປັນ​ເຮືອບິນ​ ຂະໜາດ​ກາງ ທີ່​ພັດ​ທະ​ນາ​ ພາຍ​ໃນ​ ປະ​ເທດ ລຸ້ນທຳ​ອິດ ສຳລັບ​ ການ​ໃຊ້​ງານ​ ທາງ​ພົນລະ​ເຮືອນ ​ແລະ ​ເປັນ​ການ​ກ້າວ​ໄປ​ສູ່​ ການ​ເຂົ້າ ຕະ ຫລາດ ຂອງ​ເຮີ​ລີ​ກົບ​ແຕ້ ລຸ້ນນີ້ ຫລື​ ຮູ້ຈັກ​ກັນ​ດີ​ໃນ​ຊື່ ອ​ເຊີ352(AC352) ຖືກ​ພັດທະນາ ​ໂດຍ​ບໍລິສັດ AVIC Harbin Aircraft Industry,ພາຍ​ໃຕ້​ ໂຄງການ ​ຮ່ວມ​ມື​ ລະ ຫວ່າງ ບໍລິສັດ​ ອຸດສາ ຫະກຳ​ການບິນ ​ແຫ່ງ​ປະ​ເທດ​ຈີນ ​ແລະ ​ແອ​ບັດ​ສ ​ເຮີ​ລີ​ກົບ​ແຕ້ (Airbus Helicopters)​ໂດຍ​ລຸ້ນນີ້ ສາມາດ​ ບັນທຸກ ​ຜູ້​ໂດຍສານ 16ຄົນ ຮອງ​ຮັບ​ນ້ຳ ໜັກ ຂະນະ​ຂຶ້ນ​ບິນ​ ສູງ​ສຸດ 7,5​ໂຕນ ​ແລະ ມີ​ໄລຍະ ​ການ​ເດີນທາງ​ ສູງ​ສຸດ 850 ກິ​ໂລ​ແມັດ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here