Monday, May 19, 2025
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 18 ພຶດສະພາ 2025

ພະຍາກອນອາກາດ ວັນທີ 18 ພຶດສະພາ 2025

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ພ້ອມມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 18/05/2025 ຫາ ເວລາ 07 ໂມງ ຂອງວັນທີ 19/05/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີ ລົມພັດແຮງເປັນບາງໂອກາດ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-32 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ ໃນລະຫວ່າງ 21-33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 24-32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ ໃນລະຫວ່າງ 23-33 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດ ແຮງເປັນບາງໂອກາດ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 19-31 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນຶ້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 15-26 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments