Friday, May 16, 2025
Homeທຸລະກິດງານປະກວດກາເຟໝາກຊ້ອມ ລາວ ຈະຈັດຂຶ້ນໃນວັນທີ 19 – 23 ພຶດສະພາ 2025

ງານປະກວດກາເຟໝາກຊ້ອມ ລາວ ຈະຈັດຂຶ້ນໃນວັນທີ 19 – 23 ພຶດສະພາ 2025

ສະມາຄົມກາເຟລາວແຈ້ງໃຫ້ຊາບວ່າ: ສະມາຄົມກາເຟລາວ ຮ່ວມກັບ ກຸ່ມບໍລິສັດດາວເຮືອງ ຈຳກັດ, ເຄືອຄ່າຍຄົນຮັກກາເຟລາວ (Lao Coffee Lover ) ແລະ ສະຖາບັນກາເຟຄຸນນະພາບ Coffee Quality Institute (CQI) ຈະໄດ້ຈັດການປະກວດກາເຟໝາກຊ້ອມລາວ ປະຈໍາປີ 2025 (Lao Green Coffee Competition 2025) ຂຶ້ນເປັນປີທີ 5, ຢູ່ທີ່ສະມາຄົມກາເຟລາວ, ນະຄອນປາກເຊ ແຂວງຈຳປາສັກ ໂດຍມີກາເຟຈາກຊາວສວນ, ຜູ້ຜະລິດ, ກຸ່ມການຜະລິດ, ສະຫະກອນ ແລະ ບໍລິສັດ ໃນຂອບເຂດທົ່ວປະເທດ ສົ່ງຕົວຢ່າງກາເຟເຂົ້າຮ່ວມປະກວດ ທັງໝົດ 60 ກ່ວາຕົວຢ່າງ. ຊຶ່ງລວມທັງກາເຟນ້ອຍ ອາຣາບີກາ ( ARABICA ) ແລະ ກາເຟກາງ ໂຣບັສຕາ (ROBUSTA). ມີຄະນະກຳມະການຊ່ຽວຊານດ້ານກາເຟມາຈາກຕ່າງປະເທດເຂົ້າຮ່ວມຄື: ຈາກ ຫວຽດນາມ, ຈີນ, ໄທ, ກຳປູເຈຍ, ຟິລິບປິນ, ສິງກະໂປ, ເກົາຫຼີ, ອາເມລິກາ ແລະ ຄະນະກຳມະການພາຍໃນປະເທດເຂົ້າຮ່ວມ.

ຈຸດປະສົງການປະກວດກາເຟໝາກຊ້ອມ ລາວ ປະຈຳປີ 2025 ຄັ້ງນີ້: ເພື່ອສ້າງຄວາມເຂັ້ມແຂງ ແລະ ອາດສາມາດຮອບດ້ານໃຫ້ແກ່ສະມາຄົມກາເຟລາວໃນການຈັດກິດຈະກຳ, ບໍລິຫານຄຸ້ມຄອງ ແລະ ສົ່ງເສີມປັບປຸງຄຸນນະພາບກາເຟລາວ ໃນຕໍ່ໜ້າ. ຕາມທີ່ໄດ້ກຳນົດໃນແຜນຍຸເທະສາດພັດທະນາກາເຟລາວ ແຕ່ນີ້ຫາປີ 2030. ເປັນການຢັ້ງຢືນຄຸນະພາບ ແລະ ລົດຊາດກາເຟລາວ, ເພື່ອນໍາສະເໜີສຸດຍອດເມັດກາເຟລາວໃຫ້ແກ່ຜູ້ບໍລິໂພກ, ຜູ້ຂົ້ວກາເຟ ທັງພາຍໃນ ແລະ ຕ່າງປະເທດ, ແລະ ເຊື່ອມໂຍງໂດຍກົງລະຫວ່າງຜູ້ຂົ້ວ ແລະ ຜູ້ຜະລິດກາເຟພິເສດ. ໃຫ້ເຂົ້າເຖິງຕະຫຼາດ, ຜູ້ບໍລິໂພກ. ສ້າງມູນຄ່າເພີ່ມໃຫ້ກາເຟພິເສດຂອງລາວ ແລະ ຊຸກຍູ້ໃຫ້ຜູ້ປູກກາເຟເອົາໃຈໃສ່ປັບປຸງຄຸນນະພາບ ແລະ ປະລິມານກາເຟ ໄປພ້ອມໆກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments