Saturday, September 21, 2024
Homeຂ່າວຕ່າງປະເທດກຳແພງເມືອງຈີນ 1 ໃນ 7 ສິ່ງມະຫັດສະຈັນຂອງໂລກ

ກຳແພງເມືອງຈີນ 1 ໃນ 7 ສິ່ງມະຫັດສະຈັນຂອງໂລກ

ກຳແພງເມືອງຈີນ ຫລື ພາສາຈີນເວົ້າວ່າ: 万里长城, ຖ້າແປຕາມໂຕແມ່ນ: ກຳແພງທີ່ຍາວເຖິງໝື່ນລີ້, ຕາມການສຳຫຼວດຈາກພາກສ່ວນກ່ຽວຂ້ອງຂ້ອງຈີນໃຫ້ຮູ້ວ່າ: ກຳແພງເມືອງຈີນທີ່ຕັ້ງຢູ່ແຫ່ງຕ່າງໆ ຂອງຈີນ ມີຄວາມຍາວທັງໝົດ 21.000 ກວ່າກິໂລແມັດ.

ກໍາແພງເມືອງຈີນ ໄດ້ຮັບການກໍ່ສ້າງຂຶ້ນປະມານ 2.500 ກວ່າປີກ່ອນ ເຊີ່ງສ້າງດ້ວຍຫີນພູ, ຫີນຜາ, ປູດ້ວຍຫີນ, ສ້າງເປັນຈຸດ, ເປັນປ້ອມ ທີ່ຄົດໂຄ້ງໂງໄປຕາມສັນພູ ແລະ ຈອມພູສູງ ຢ່າງມີສິລະປະ ແລະ ເອກະລັກວັດທະນະທຳຂອງຈີນ. ຕົກມາໃນປີ 221 ກ່ອນຄຣິດຕະສັກກະລາດ ຈິນຊີຮ້ອງເຕ້ ໄດ້ທ້ອນໂຮມປະເທດເປັນອັນໜຶ່ງອັນດຽວກັນ, ໄດ້ລະດົມກຳລັງພົນທີ່ເຂັ້ມແຂງຢ່າງຫລວງຫລາຍ ເພື່ອໄປກໍ່ສ້າງກຳແພງເມືອງທີ່ເປັນຕອນເປັນຕອນຢູ່ແຫ່ງຕ່າງໆ ໃຫ້ເຊື່ອມຈອດກັນ. ຫລັງຈາກນັ້ນ ລາດຊະວົງຕ່າງໆ ໄດ້ສືບຕໍ່ສ້າງກຳແພງເມືອງຈີນຕື່ມອີກ.

ຈຸດປະສົງຂອງການສ້າງກໍາແພງດັ່ງກ່າວ ເພື່ອປ້ອງກັນການເຂົ້າມາໂຈມຕີຂອງຊົນເຜົ່າສ່ວນໜ້ອຍທີ່ຢູ່ພາກເໜືອ ແລະ ພາກຕາເວັນຕົກສ່ຽງເໜືອຈີນ, ເຊີ່ງລະບົບປ້ອງກັນທາງການທະຫານທີ່ຢູ່ ຕາມກໍາແພງດັ່ງກ່າວ ສາມາດປ້ອງສັດຕູເພື່ອເຮັດໃຫ້ການປົກຄອງຢູ່ພາກກາງຂອງຈີນມີຄວາມສະຫງົບປອດໄພ ແລະ ເຮັດໃຫ້ວັດທະນະທຳຈີນສາມາດສືບເນື່ອງມາຫຼາຍພັນປີ.

ກຳແພງເມືອງຈີນ ເປັນທີ່ຮູ້ຈັກ ແລະ ມີຊື່ສຽງເປັນສິ່ງມະ ຫັດສະຈັນຂອງໂລກ ຍ້ອນວ່າເມື່ອກ່ອນກຳລັງພົນ ແລະ ປະຊາກອນຍັງບໍ່ຫລວງ ຫລາຍ, ແຕ່ຍັງສາມາດເຕົ້າໂຮມກຳ ລັງພົນມາສ້າງກຳແພງໃຫຍ່ຂະໜາດນັ້ນໄດ້. ເຊີ່ງນີ້ເປັນການສະແດງໃຫ້ເຫັນເຖິງນໍ້າໃຈຄວາມສາມັກຄີທີ່ຍິ່ງໃຫຍ່ ແລະ ມີຄວາມເສຍສະຫລະສູງຂອງຊາວຈີນໃນສະໄໝນັ້ນ.

ກຳແພງເມືອງຈີນ ແມ່ນ 1 ໃນຈຳນວນ 7 ສີ່ງມະຫັດສະ ຈັນຂອງມວນມະນຸດໂລກ ແລະ ໄດ້ຂື້ນທະບຽນມໍລະດົກໂລກ ໃນປີ ຄສ 1987 ໃນກອງປະຊຸມຄະນະກຳມະການມໍລະດົກໂລກສະໄໝສາມັນ ຄັ້ງ XI ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ມາຮອດປັດຈຸບັນ ກຳແພງເມືອງຈີນ ໄດ້ຮັບການພັດ ທະນາ ກໍຄື ການປັບປຸງສິ່ງໃໝ່ໆ ເກີດຂຶ້ນຫລາຍຢ່າງ ເຮັດໃຫ້ມີຄວາມສວຍງາມ ແລະ ກາຍເປັນສະຖານທີ່ທ່ອງ ທ່ຽວທີ່ສຳຄັນທາງດ້ານປະ ຫວັດສາດທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ. ນອກຈາກນີ້ ຍັງກາຍເປັນສິ່ງມະຫັດສະຈັນຂອງໂລກໃຫ້ຄົນຮຸ່ນຫລັງໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ຕື່ມອີກ.

ພາບ-ຂ່າວ: ບຸນຕຽງ ຈັນທະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments