Thursday, May 15, 2025
Homeຂ່າວຕ່າງປະເທດຫວຽດນາມ ສືບຕໍ່ຮັບເລືອກເປັນປະທານຄະນະກຳມະການເຕັກນິກປະຈຳອົງການພາສີໂລກ

ຫວຽດນາມ ສືບຕໍ່ຮັບເລືອກເປັນປະທານຄະນະກຳມະການເຕັກນິກປະຈຳອົງການພາສີໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາວ່າ: ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະມາຊິກຂອງອົງການພາສີໂລກ (WCO) ສືບຕໍ່ດຳລົງຕຳແໜ່ງປະທານຄະນະກຳມະການເຕັກນິກ (PTC) ອາຍຸການ 2025 – 2026.

ຂ່າວລະບຸວ່າ: ໃນກອງປະຊຸມຄັ້ງທີ 247/248 ຂອງ PTC ຂຶ້ນກັບ WCO ທີ່ຫາກໍສິ້ນສຸດລົງຢູ່ບຣຸກແຊນ ປະເທດແບນຊິກ, ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະມາຊິກຂອງ WCO ສືບຕໍ່ດຳລົງຕຳແໜ່ງປະທານ PTC ອາຍຸການ 2025 – 2026.

ຫວຽດນາມ ສືບຕໍ່ຮັບດຳລົງຕຳແໜ່ງປະທານ PTC ອາຍຸການ 2025 – 2026, ໂດຍທ່ານນາງ ຫງວຽນທິວິງຮວ່າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ຕາງໜ້າພາສີ ຫວຽດນາມ ຢູ່ WCO ກ່າວວ່າ: ການສືບຕໍ່ດຳລົງຕຳແໜ່ງປະທານ PTC ແມ່ນສິ່ງພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງປະຊາຄົມພາສີສາກົນ ດ້ວຍກຳລັງຄວາມສາມາດນຳພາ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ເຂົ້າໃນການຊຸກຍູ້ບັນດາຂໍ້ລິເລີ່ມສຳຄັນຂອງ WCO.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments