ຂ່າວສານຊີອາໄອ ລາຍງານ ໃນວັນທີ 15 ພຶດສະພານີ້ວ່າ: ອີງຕາມໂຕເລກຂໍ້ມູນທີ່ຄະນະກໍາມະການເລືອກຕັ້ງຟີລິບປິນ ເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນໄດ້ນັບຄະແນນສຽງຫຼາຍກວ່າ 97% ຊຶ່ງຜົນການນັບຄະແນນສຽງສະແດງໃຫ້ເຫັນວ່າ: ພັກທີ່ທ່ານ ເຟີດີນານ ມາຄົສ ປະທານາທິບໍດີຟີລິບປິນສັງກັດ ຊະນະ 6 ໃນ 12 ບ່ອນນັ່ງໃນສະພາສູງທີ່ເລືອກຕັ້ງໃໝ່ໃນການເລືອກຕັ້ງຄັ້ງນີ້ ຊຶ່ງບໍ່ບັນລຸຕາມຄາດໝາຍ. ຂະນະທີ່ຝ່າຍຄ້ານທີ່ ທ່ານ ໂຣດຣີໂກ ດູເຕີເຕ ອະດີດປະທານາທິບໍດີຟີລິປິນສັງກັດໄດ້ 5 ບ່ອນນັ່ງ, ສໍາລັບບ່ອນນັ່ງທີ່ເຫຼືອເປັນຂອງພັກຝ່າຍອື່ນໆ.
ນອກຈາກການເລືອກຕັ້ງສະພາສູງແລ້ວ, ການເລືອກຕັ້ງລັດຖະສະພາກາງສະໄໝເທື່ອນີ້ຍັງໄດ້ເລືອກຕັ້ງສະມາຊິກສະພາຕໍ່າທັງໝົດ ແລະ ຈະກໍານົດຕໍາແໜ່ງຂອງເຈົ້າໜ້າທີ່ທ້ອງຖິ່ນຢູ່ແຂວງ ແລະ ນະຄອນຕ່າງໆໃນທົ່ວປະເທດຕື່ມອີກ. ຄະນະກໍາມະການເລືອກຕັ້ງຟີລິບປິນແຈ້ງໃຫ້ຮູ້ວ່າ: ຄາດວ່າຈະປະກາດຜົນການເລືອກຕັ້ງຢ່າງເປັນທາງການໃນວັນທີ 17 ຫຼື 18 ພຶດສະພານີ້.