Wednesday, May 14, 2025
Homeຂ່າວຕ່າງປະເທດອະນຸມັດສັນຍາບໍ່ແຮ່ລະຫວ່າງອູແກຣນກັບສ.ອາເມລິກາ

ອະນຸມັດສັນຍາບໍ່ແຮ່ລະຫວ່າງອູແກຣນກັບສ.ອາເມລິກາ

ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 12 ພຶດສະພານີ້, ເວັບໄຊປະທານາທິບໍດີອູແກຣນ ເປີດເຜີຍໃຫ້ຮູ້ວ່າ: ທ່ານ ເຊເລນຊະກີ, ປະທານາທິບໍດີ ອູແກຣນ ໄດ້ລົງນາມໃນກົດໝາຍ ກ່ຽວກັບ ການອະນຸມັດ “ສັນຍາ ວ່າດ້ວຍການສ້າງຕັ້ງ ກອງທຶນ ການລົງທຶນ ເພື່ອສ້າງສາຄືນໃໝ່ ລະຫວ່າງ ອູແກຣນ-ສ.ອາເມລິກາ”.ໃນທ້າຍເດືອນເມສາ ຜ່ານມາ ສ.ອາເມລິກາ ແລະ ອູແກຣນ ໄດ້ຮ່ວມກັນ ລົງນາມ “ສັນຍາ ວ່າດ້ວຍ ການສ້າງຕັ້ງ ກອງທຶນ ການລົງທຶນ ເພື່ອສ້າງສາ ຄືນໃໝ່ ລະຫວ່າງ ສ.ອາເມລິກາ-ອູແກຣນ”, ນັ້ນຄື ອັນທີ່ວົງການຕ່າງໆ ເອີ້ນວ່າ “ສັນຍາບໍ່ແຮ່”. ວັນທີ 8 ພຶດສະພານີ້, ສະພາລາດາສູງສຸດ ຫລື ລັດຖະສະພາ ອູແກຣນ ສະໜັບ ສະໜູນ ອະນຸມັດ ສັນຍາ ດັ່ງກ່າວ ໂດຍເຫັນດີ 338 ຄະແນນສຽງ.ເຖິງວ່າ ສ.ອາເມລິກາ ແລະ ອູແກຣນ ລົງນາມ “ສັນຍາບໍ່ແຮ່” ທີ່ໂລກພາຍນອກ ເຫັນວ່າເປັນສັນຍານເພື່ອຜ່ອນຜັນສາຍພົວພັນ ລະຫວ່າງ ສອງປະເທດດັ່ງກ່າວກໍຕາມ, ແຕ່ປະສິດທິຜົນຕົວຈິງຍັງຕ້ອງສັງເກດຢູ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments