ຢູ່ເທິງຖ້ານປຶ້ມໃນຫ້ອງການຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ວາງຮູບຖ່າຍໃບໜຶ່ງ ເຊິ່ງໄດ້ບັນທຶກ ໄວ້ກ່ຽວກັບທ່ານ ສີຈິ້ນຜິງ ພ້ອມດ້ວຍທ່ານນາງເຜີງລີ້ຢວນ ພັນລະຍາຂອງເພິ່ນ ຢືນໃຊ້ມື ປະຄອງທ່ານນາງ ສີຊິ່ນ ຜູ້ເປັນແມ່. ສອງແມ່ລູກຈັບມືກັນຢ່າງແໜ້ນແກ່ນ ເຊິ່ງເປັນພາບທີ່ໜ້າຊາບຊຶ້ງໃຈຫຼາຍ.
ຄອບຄົວເປັນຫ້ອງຮຽນທຳອິດໃນຊີວິດຂອງຄົນ, ພໍ່ແມ່ເປັນຄູສອນຜູ້ທຳອິດຂອງລູກ.ໃນການສຶກສາ ແລະ ອົບຮົມບົ່ມສອນລູກເຕົ້າ, ທ່ານນາງ ສີຊິ່ນ ໄດ້ປະຕິບັດຕົວຈິງໂດຍຖືຕົນເອງເປັນແບບຢ່າງໃຫ້ລູກ, ສຶກສາ ແລະ ອົບຮົມບົ່ມສອນລູກທັງຫຼາຍ ດ້ວຍແບບແຜນຄອບຄົວທີ່ມີມູນເຊື້ອອັນດີງາມ. ການມີສະຕິຄວາມຮັບຜິດຊອບ ແລະ ສະຕິພາລະກຳຂອງທ່ານ ສີຈິ້ນຜິງ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນ ແມ່ນໄດ້ຮັບອິດທິພົນຈາກສະພາບແວດລ້ອມຄອບຄົວ ແລະ ຈໍ່ຕົວຂຶ້ນເທື່ອລະກ້າວມາຕັ້ງແຕ່ຕອນຍັງເຍົາໄວ.
ທ່ານ ສີຈິ້ຜິງ ເຄີຍໄດ້ແບ່ງປັນເລື່ອງລາວກ່ຽວກັບທ່ານນາງ ສີຊິ່ນ ຜູ້ເປັນແມ່ ທີ່ພາຕົນເອງໄປຊື້ປຶ້ມ. ເພິ່ນເລົ່າສູ່ຟັງວ່າ: ເມື່ອຕົນເອງອາຍຸປະມານ 5-6 ປີ, ແມ່ເຮັດວຽກຢູ່ໂຮງ ຮຽນທິດສະດີພັກຂັ້ນສູນກາງ, ຢູ່ກາງທາງ ທີ່ໄປໂຮງຮຽນທິດສະດີພັກຂັ້ນສູນກາງ ມີຮ້ານຂາຍປື້ມແຫ່ງໜຶ່ງ, “ໃນເວລານັ້ນຂ້າພະເຈົ້າຂີ້ຄ້ານບໍ່ຢາກຍ່າງ, ແມ່ກໍ່ເຈ່ຍເອົາ ແລ້ວເຂົ້າໄປໃນຮ້ານຂາຍປື້ມແຫ່ງນັ້ນ ເພື່ອຊື້ປື້ມປະກອບຮູບແຕ້ມກ່ຽວກັບເຢ້ເຟີຍ.”
ຕອນນັ້ນ, ປຶ້ມເລື່ອງລາວກ່ຽວກັບເຢ້ເຟີຍ ວິລະຊົນຂອງຊາດຈີນສະໄໝລາຊະວົງຊົ້ງໃຕ້ ມີສອງສະບັບ, ໜຶ່ງແມ່ນປຶ້ມ “ເຢ້ເຟີຍ” ທີ່ຊຸດໜຶ່ງມີຫຼາຍເຫຼັ້ມ, ໃນນັ້ນ ເຫຼ້ັມໜຶ່ງແມ່ນເລື່ອງ “ແມ່ເຢ້ເຟີຍສັກຕົວໜັງສືໃສ່ຫຼັງຂອງເຢ້ເຟີຍ”, ອີກສະບັບໜຶ່ງແມ່ນປຶ້ມສະເພາະເລື່ອງລາວກ່ຽວກັບເຢ້ເຟີຍ ຈົງຮັກພັກດີ ແລະ ຕອບບຸນແທນຄຸນປະເທດຊາດ. ທ່ານນາງ ສີຊິ່ນໄດ້ຊື້ປຶ້ມທັງສອງສະບັບດັ່ງກ່າວໃຫ້ທ່ານ ສີຈິ້ນຜິງ.
ເມື່ອຊື້ປື້ມມາແລ້ວ, ທ່ານນາງ ສີຊິ່ນ ກໍ່ເລົ່າເລື່ອງກ່ຽວກັບເຢ້ເຟີຍຈົງຮັກພັກດີ ແລະຕອບບຸນແທນຄຸນປະເທດຊາດ ແລະ ເລື່ອງກ່ຽວກັບ ແມ່ເຢ້ເຟີຍເອົາເຂັມສັກຕົວໜັງສື “ຕອບບຸນແທນຄຸນປະເທດຊາດ” ໃສ່ຫຼັງຂອງເຢ້ເຟີຍເພື່ອເປັນຄະຕິເຕືອນໃຈ.
ທ່ານ ສີຈິ້ນຜິງ ບອກໃຫ້ຮູ້ວ່າ: “ຂ້າພະເຈົ້າຖາມແມ່ວ່າ ປັກເຂັມໃສ່ຫຼັງ ບໍ່ເຈັບຫຼາຍບໍ! ແມ່ຕອບວ່າ, ເຈັບແທ້, ແຕ່ກໍ່ຈົດຈຳໄວ້ໃນໃຈ ໄດ້ດີ. ຄຳວ່າ ‘ຕອບບຸນແທນຄຸນປະເທດຊາດ’ ຂ້າພະເຈົ້າຈົດຈຳໄວ້ແຕ່ນັ້ນມາຈົນເຖິງປັດຈຸບັນ ແລະ ຄຳນີ້ກໍໄດ້ກາຍເປັນເປົ້າໝາຍທີ່ຂ້າພະເຈົ້າຈະມຸ່ງໝັ້ນສະແຫວງຫາຕະຫຼອດຊີວິດ.”
ເລື່ອງລາວກ່ຽວກັບແມ່ເຢ້ເຟີຍເອົາເຂັມສັກຕົວໜັງສື “ຕອບບຸນແທນຄຸນປະເທດຊາດ” ໃສ່ຫຼັງຂອງເຢ້ເຟີຍ ແມ່ນຖືກເລົ່າຂານກັນຢ່າງກວ້າງຂວາງຢູ່ຈີນ ເຊິ່ງເປັນເລື່ອງລາວປະຫວັດສາດກ່ຽວກັບໃນຈຸດເວລາອັນຕະລາຍທີ່ປະເທດຊາດຕົກຢູ່ໃນວິກິດການອັນຂ້ຽວຂາດ, ແມ່ຂອງເຢ້ເຟີຍໄດ້ກະຕຸກຊຸກຍູ້ໃຫ້ລູກຊາຍກ້າວຂຶ້ນສູ່ສະໜາມຮົບເພື່ອຕໍ່ສູ້ປ້ອງກັນປະເທດຊາດ. ນີ້ກໍແມ່ນມູນເຊື້ອທາງດ້ານນ້ຳໃຈຮັກຊາດ ຮັກຄອບຄົວ ແລະ ຮັກບ້ານເກີດເມືອງນອນ ທີ່ສືບທອດຈາກວັດທະນະທຳຈີນໃນປະຫວັດສາດພັນປີ ມາຈົນເຖິງທຸກມື້ນີ້ກໍຍັງມີຄຸນຄ່າສູງຍິ່ງຂຶ້ນ.
ຄຳບູຮານຈີນເວົ້າວ່າ: “ພື້ນຖານຂອງໂລກຂຶ້ນກັບປະເທດ, ພື້ນຖານຂອງປະເທດຂຶ້ນກັບຄອບຄົວ”. ຢູ່ໃນຄວາມມຸ່ງຫວັງຂອງທ່ານນາງ ສີຊິ່ນ ທີ່ມີຕໍ່ທ່ານ ສີຈິ້ນຜິງ ກໍມີສ່ວນກ່ຽວພັນກັບຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນເຊັ່ນກັນ.
ບຸນກຸດຈີນປີ 2001, ທ່ານ ສີຈິ້ນຜິງ ບໍ່ສາມາດກັບເມື່ອບ້ານເພື່ອຮ່ວມສະຫຼອງບຸນປີ ໃໝ່ກັບພໍ່ແມ່ທີ່ນະຄອນຫຼວງປັກກິ່ງ. ທ່ານນາງ ສີຊິ່ນ ໄດ້ໂທລະສັບທາງໄກລົມກັບທ່ານ ສີຈິ້ນຜິງ ຜູ້ເປັນລູກ ທີ່ເປັນເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນ. ຟີມສາລະຄະດີເລື່ອງ “ຈົງຮັກພັກດີ” ໄດ້ບັນທຶກເລື່ອງລາວດັ່ງກ່າວນີ້.
“ແມ່ຮູ້ສຶກພູມໃຈທີ່ເຫັນວ່າລູກມີວຽກຫຼາຍ, ສຳຄັນບໍ່ແມ່ນວ່າ ລູກຈະກັບມາຫຼືບໍ່, ຂໍພຽງແຕ່ລູກເຮັດວຽກໃຫ້ດີ ກໍ່ຖືວ່າແມ່ນຄວາມກະດັນຍູຕໍ່ພໍ່ແມ່ດີທີ່ສຸດແລ້ວ, ນີ້ຄືຄວາມຮັບຜິດຊອບຕໍ່ຄອບຄົວ ແລະ ຮັບຜິດຊອບຕໍ່ລູກເອງ.” ໃນການລົມໂທລະສັບ, ເມື່ອໄດ້ຮູ້ວ່າລູກບໍ່ສາມາດກັບເມືອຢາມບ້ານຍ້ອນຄາວຽກ, ທ່ານນາງ ສີຊິ່ນ ຊ້ຳພັດມີຄວາມດີໃຈ, ເພິ່ນຫວັງໃຫ້ລູກທຸ້ມເທເຮັດວຽກຢ່າງໝົດຈິດໝົດໃຈ ເພື່ອແບກຫາບໜ້າທີ່ອັນໜັກໜ່ວງໃຫ້ດີ.
ຫຼາຍປີຜ່ານມາ, ບໍ່ວ່າຕຳແໜ່ງວຽກງານຈະມີການປ່ຽນແປງຄືແນວໃດກໍຕາມ, ທ່ານ ສີຈິ້ນຜິງ ໄດ້ຈົດຈຳຄຳສັ່ງສອນຂອງແມ່ ແລະປະຕິບັດໃຫ້ເປັນຮູບປະທຳຢ່າງສະເໝີຕົ້ນສະເໝີປາຍ. ເພິ່ນກ່າວວ່າ: “ເປົ້າໝາຍຂອງພວກເຮົາເປັນເປົ້າໝາຍທີ່ຍິ່ງໃຫຍ່ ແລະ ລຽບງ່າຍ, ສະຫຼຸບແລ້ວແມ່ນເຮັດໃຫ້ປະຊາຊົນຈີນທຸກຖ້ວນໜ້າມີຊີວິດການເປັນຢູ່ທີ່ດີ. ”
ຄຳວ່າ “ຕອບບຸນແທນຄຸນປະເທດຊາດ” ໄດ້ຈາລຶກໄວ້ຢູ່ໃນຈິດໃຈຂອງທ່ານ ສີຈິ້ນຜິງ ຢ່າງເລິກເຊິ່ງ.
ທີ່ມາ: CMG FM93