ໃນລະຫວ່າງວັນທີ 03-07 ພຶດສະພາ 2025, ທ່ານ ນ. ວັດທະນາ ດາລາລອຍ, ຮັກສາການຜູ້ວ່າການ ທຫລ ໄດ້ນໍາພາຄະນະນໍາຂັ້ນສູງຂອງ ທຫລ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງສະພາຜູ້ວ່າການ ທະນາຄານພັດທະນາອາຊີ ຄັ້ງທີ 58 ແລະ ກອງປະຊຸມລະດັບລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ+3 ຄັ້ງທີ 28 ທີ່ເມືອງ ມິລານ, ປະເທດ ອີຕາລີ.
ກອງປະຊຸມປະຈໍາປີຂອງ ສະພາຜູ້ວ່າການ ADB ຄັ້ງທີ 58 ປະຈໍາປີ 2025 ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ການແລກປ່ຽນປະສົບການ ແລະ ການສ້າງອະນາຄົດ (Sharing Experience, Building Tomorrow). ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ເພື່ອເປັນເວທີ ແລະ ໂອກາດທີ່ດີໃຫ້ບັນດາການນໍາຂັ້ນສູງຂອງບັນດາປະເທດສະມາຊິກ, ຜູ້ຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມແລກປ່ຽນຄວາມຮູ້, ປະສົບການ ແລະ ຮ່ວມກັນຍົກສູງການຮ່ວມມື ໃນວຽກງານຊຸກຍູ້ການພັດທະນາແບບຍືນຍົງ. ກອງປະຊຸມດັ່ງກ່າວ, ຜູ້ແທນຈາກຫຼາຍປະເທດໄດ້ປຶກສາຫາລືຮ່ວມກັນກ່ຽວກັບຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ບັນຫາສະພາບການຟື້ນຕົວທາງດ້ານເສດຖະກິດ, ການປ່ຽນແປງດິນຟ້າອາກາດ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ ລວມເຖິງບັນຫາສໍາຄັນອື່ນໆ. ຕິດພັນກັບວຽກງານຂອງຂະແໜງການເງິນ ແລະ ການທະນາຄານ, ກອງປະຊຸມໄດ້ເນັ້ນໜັກກ່ຽວກັບວຽກງານການສົ່ງເສີມລະບົບການເງິນດິຈິຕອນ ເພື່ອຂະຫຍາຍໂອກາດໃນການເຂົ້າເຖິງການບໍລິການດ້ານການເງິນໃຫ້ປະຊາຊົນທຸກຊັ້ນຄົນ; ການສົ່ງເສີມຄວາມໝັ້ນຄົງທາງດ້ານການເງິນໃນຂົງເຂດພາກພື້ນ ຜ່ານການປັບປຸງບັນດາກົດໝາຍ, ນິຕິກໍາ ແລະ ລະບົບການຄຸ້ມຄອງທະນາຄານໃຫ້ມີຄວາມເຂັ້ມແຂງ; ການຊຸກຍູ້ ແລະ ສົ່ງເສີມການລົງທຶນແບບຍືນຍົງ ໂດຍຜ່ານການສະໜັບສະໜູນທຶນ ແລະ ການອອກພັນທະບັດສີຂຽວ ໃຫ້ໂຄງການທີ່ເປັນມິດກັບສິ່ງແວດລ້ອມ.

ພ້ອມນີ້, ທີ່ປະຊຸມ ທ່ານ ມາສາໂຕະ ຄັນດະ (Masato Kanda), ປະທານ ADB ໄດ້ເນັ້ນໜັກວ່າ: ການຮ່ວມມືລະຫວ່າງປະເທດ ແມ່ນຂໍກຸນແຈສໍາຄັນໃນການສ້າງອະນາຄົດທີ່ໝັ້ນຄົງ, ຍືນຍົງ ແລະ ມີຄວາມສີວິໄລສໍາລັບທຸກຄົນ. ໃນກອງປະຊຸມ, ທ່ານປະທານ ADB ໄດ້ປະກາດເພີ່ມທຶນການຊ່ວຍເຫຼືອໃຫ້ບັນດາປະເທດກໍາລັງພັດທະນາ ເພື່ອຮອງຮັບກັບບັນດາສິ່ງທ້າທາຍດ້ານສະພາບດິນຟ້າອາກາດ ແລະ ບັນຫາຄວາມທຸກຍາກ ຊຶ່ງສະແດງໃຫ້ເຫັນຄວາມມຸ່ງໝັ້ນ ແລະ ຕັ້ງໃຈຂອງ ADB ໃນການພັດທະນາພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍຜ່ານການແບ່ງປັນຄວາມຮູ້-ປະສົບການໃນການຈັດຕັ້ງປະຕິບັດນະໂຍບາຍທີ່ມີປະສິດທິຜົນ.

ຄຽງຄູ່ກັບກອງປະຊຸມດັ່ງກ່າວ, ການນໍາຂັ້ນສູງຂອງ ທຫລ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ຈາກປະເທດສະມາຊິກອາຊຽນ+3, 1 ເຂດປົກຄອງພິເສດ ຮົງກົງ, ສປ. ຈີນ, 1 ປະເທດສັງເກດການ (ຕີມໍ ເລັດສະເຕ້) ແລະ ກອງເລຂາອາຊຽນ (ASEC) ພ້ອມທັງຕາງໜ້າຈາກອົງການການເງິນສາກົນ ເຊັ່ນ: ADB, IMF ແລະ AMRO ຊຶ່ງແມ່ນກອງປະຊຸມທີ່ຈັດຂຶ້ນເປັນປະຈໍາ 01 ຄັ້ງ/ປີ ຄຽງຄູ່ກັບກອງປະຊຸມປະຈໍາປີຂອງສະພາຜູ້ວ່າການ ADB ຊຶ່ງມີຈຸດປະສົງເພື່ອ 1) ເປັນເວທີໃຫ້ການນໍາຂັ້ນສູງຂອງຂະແໜງການເງິນ-ທະນາຄານ ໄດ້ມີໂອກາດພົບປະແລກປ່ຽນທັດສະນະກ່ຽວກັບສະພາບເສດຖະກິດມະຫາພາກ ຮ່ວມກັບບັນດາອົງການການເງິນສາກົນ ເພື່ອກໍານົດນະໂຍບາຍການເງິນ-ເງິນຕາໃຫ້ແທດເໝາະ ແລະ ຮັບມືກັບສະພາບເງື່ອນໄຂເສດຖະກິດໃນແຕ່ລະໄລຍະ ແລະ 2) ຮັບຮອງ ແລະ ມີທິດຊີ້ນໍາຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານຮ່ວມມືທາງດ້ານການເງິນ ພາຍໃຕ້ຂອບວຽກງານອາຊຽນ+3 ເພື່ອເປັນຕາໜ່າງປ້ອງກັນໃນເວລາເກີດວິກິດການທາງດ້ານການເງິນພາຍໃນພາກພື້ນ ອາຊຽນ+3.
ຂ່າວ-ພາບ: ກົມຮ່ວມມືສາກົນ