ໃນຕອນເຊົ້າວັນທີ 27 ກໍລະກົດ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງທ່ານ ໂດ ວັນຈ້ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-28 ກໍລະກົດ 2022.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນຕີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ໂດ ວັນຈ້ຽນ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໂດຍສະເພາະ ເຮັດວຽກຮ່ວມກັບ ສູນກາງແນວລາວສ້າງຊາດ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ການປະກອບສ່ວນສຳຄັນຂອງ ທ່ານ ໂດ້ ວັນຈ້ຽນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈ ຈາກການນຳຂັ້ນສູງ ຂອງລາວ ແລະ ຫວຽດນາມ ເຊິ່ງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ທ່ານ ໂດ ວັນຈ້ຽນ ໃນໂອກາດຈັດພິທີສະເຫຼີມສະຫຼອງວັນ ສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນວັນທີ 18 ກໍລະກົດ ທີ່ຜ່ານມາ; ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ອັນພົ້ນເດັ່ນ ໃນການປະຕິບັດພາລະບົດບາດ ຂອງສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍສະເພາະ ການເຕົ້າໂຮມຄວາມສາມັກຄີ, ການມີສ່ວນຮ່ວມ ໃນການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການ, ການສະໜອງຂໍ້ມູນຕ່າງໆ ໃຫ້ແກ່ລັດຖະບານ ກໍ່ຄືກົນໄກການເຮັດວຽກ ຮ່ວມກັບລັດຖະບານ ແລະ ອື່ນໆ ເຊິ່ງຜົນສຳເລັດດັ່ງກ່າວ ຈະກາຍເປັນຜົນດີ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໄດ້ຖອດຖອນເປັນບົດ ຮຽນ; ໄດ້ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ພັກ, ລັດ ແລະ ປະຊາຊົນລາວ ຢ່າງສະເໝີຕົນສະເໝີປາຍ ຕະຫຼອດມາ; ນອກຈາກນັ້ນ, ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງສປປ ລາວ ໂດຍສະເພາະ ພາຍໃຕ້ການບໍລິຫານວຽກງານ ຂອງຄະນະລັດຖະບານ ຊຸດທີ 9.

ໃນໂອກາດດຽວກັນ, ທ່ານ ໂດ ວັນຈ້ຽນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ; ພ້ອມທັງ ນຳສະເໜີໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດເບື້ອງຕົ້ນ ໃນການເຮັດວຽກຮ່ວມກັບສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ; ຜົນສຳເລັດອັນພົ້ນເດັ່ນ ໃນການປະຕິບັດພາລະບົດບາດ ຂອງສູນກາງແນວໂຮມປະເທດຊາດຫວຽດນາມ ໃນໄລຍະທີ່ຜ່ານມາ; ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ໃນການປະກອບສ່ວນເພີ່ມພູນຄູນສ້າງ ແລະ ປົກປັກຮັກສາສາຍພົວພັນອັນດີງາມ ຂອງສອງຊາດ ຫວຽດນາມ ແລະ ລາວ ໃຫ້ໝັ້ນຄົງທະນົງແກ່ນ ຕະຫຼອດໄປ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here