ຕາມຂ່າວຈາກວໍຊີງຕັນ, ຄະນະກຳມະການນະໂຍບາຍການເງິນ ຂອງທະນາຄານກາງສະຫະລັດອາເມລິກາ (FOMC) ມີມະຕິ ເປັນເອກະພາບກັນຍັງຄົງຮັກສາອັດຕາດອກເບ້ຍ ໄວ້ທີ່ລະດັບ 4,25%-4,50% ຕາມຄາດການໃນກອງປະຊຸມ ເມື່ອບໍ່ດົນມານີ້ ພ້ອມທັງເຕືອນຄວາມສ່ຽງດ້ານເງິນເຟີ້ ແລະ ອັດຕາການຫວ່າງງານເລີ່ມມີທ່າອຽງເພີ່ມສູງຂຶ້ນ ສະທ້ອນໃຫ້ເຫັນຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນໃນເສດຖະກິດປັດຈຸບັນ.

ຂະນະທີ່ທະນາຄານກາງສະຫະລັດອາເມລິກາ (Fed) ຜະເຊີນກັບຄວາມທ້າທາຍຈາກນະໂຍບາຍພາສີ ຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີສະຫະລັດອາເມລິກາ ເຮັດໃຫ້ເກີດຄວາມບໍ່ແນນອນໃນສະພາບການເສດຖະກິດໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ