ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນຖານະເປັນເຈົ້າໜ້າທີ່ອາວຸໂສກອງປະຊຸມສະຫວັດດີການ ແລະ ການພັດທະນາ (SOMSWD) ຈັດກອງປະຊຸມ ກ່ຽວກັບການພັດທະນາແບບມີສ່ວນຮ່ວມຂອງຊຸມຊົນ (CBID) ສໍາລັບຄົນພິການໃນພາກພື້ນອາຊຽນ ຜ່ານລະບົບທາງໄກ (Video Conference) ນະຄອນ ຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ໃນນາມເປັນຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຂອງ ສປປ ລາວ, ທ່ານ ວິໄລ ນັນທະສອນ ຮັກສາການຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸູສງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫລວງພະບາງ, ມີຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ອົງການຈັດຕັ້ງທາງສັງຄົມ ແລະ ບັນດາອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການ CBM Global ປະຈໍາ ສປປ ລາວ.

ກອງປະຊຸມໃນຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຢູ່ໃນແຜນງານຈັດຕັ້ງປະຕິບັດງານເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄຍລະປີ 2021-2025, ຈຸດປະສົງຂອງກອງປະຊຸມ ແມ່ນໄດ້ແລກປ່ຽນບົດຮຽນທີ່ດີໃນການຈັດຕັ້ງປະຕິບັດວຽກງານພັດທະນາແບບມີສ່ວນຮ່ວມຂອງຊຸມຊົນ (CBID) ສໍາລັບຄົນພິການ ຂອງບັນດາປະເທດອາຊຽນ ລວມທັງການແລກປ່ຽນບົດຮຽນຈາກຊ່ຽວຊານຕ່າງປະເທດຂອງມະຫາວິທະຍາໄລເມວເບີນ ປະເທດອົດສະຕຣາລີ, ຊ່ຽວຊານຈາກອົງການມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້, ຊ່ຽວຊານຈາກອົງການ CBM Global ປະຈໍາ ສປປ ລາວ ຊຶ່ງໄດ້ມີການແລກປ່ຽນບົດຮຽນກ່ຽວກັບ ປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນຂອງວຽກງານ CBID, ການຈັດຕັ້ງປະຕິບັດວຽກງານ CBID ຂອງບັນດາປະເທດອາຊຽນ, ສິ່ງທ້າຍທາຍ ແລະ ວິທີການແກ້ໄຂທີ່ກ່ຽວຂ້ອງໃນວຽກງານ CBID.

ໃນໂອກາດນີ້, ທ່ານ ວິໄລພົງ ສີສົມຫວັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາປະເທດສະມາຊິກອາຊຽນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຂອບໃຈ ມາຍັງພາກສ່ວນທີ່ໃຫ້ສະໜັບສະໜູນ ຊຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ສາມາດບັນລຸຜົນສໍາເລັດຕາມຄາດ ໝາຍທີ່ວາງໄວ້.
ຂໍ້ມູນ-ພາບ: ຮສສ