Thursday, May 8, 2025
Homeຂ່າວຕ່າງປະເທດUN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ; ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານສະບັບລ້າສຸດລະບຸວ່າ: ຄວາມກ້າວໜ້າຂອງການພັດທະນາມະນຸດທົ່ວໂລກກຳລັງຊ້າລົງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. ໂດຍເພີ່ມຂຶ້ນໜ້ອຍທີ່ສຸດນັບແຕ່ປີ 1990.

ທ່ານ ຟາຣຮານ ຮັດ ຮອງໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ແທນທີ່ໂລກຈະສືບຕໍ່ຟື້ນຟູຢ່າງຕໍ່ເນື່ອງຫຼັງຈາກວິກິດການຕ່າງໆທີ່ເກີດຂຶ້ນໃນໄລຍະປີ 2020-2021, ແຕ່ພົບວ່າຄວາມຄືບໜ້າດ້ານການພັດທະນາຍັງອ່ອນແອກວ່າທີ່ຄາດໄວ້. ໂດຍອີງຕາມບົດລາຍງານການພັດທະນາມະນຸດ ຂອງອົງການພັດທະນາແຫ່ງສະຫະລັດປະຊາຊົນ (UNDP).

ທ່ານ ອາຄິມ ສະໄຕເນີ ຜູ້ອຳນວຍການໃຫຍ່ອົງການ UNDP ກ່າວວ່າ: ການຄາດຄະເນສຳລັບປີ 2024 ເປີດເຜີຍໃຫ້ເຫັນວ່າຄວາມກ້າວໜ້າດ້ານດັດຊະນີການພັດທະນາມະນຸດ (HDI) ໄດ້ຢຸດສະງັກໃນທຸກຂົງເຂດທົ່ວໂລກ. ຖ້າຫາກທ່າອ່ຽງການເຕີບໂຕທີ່ຊ້າລົງນີ້ກາຍເປັນເລື່ອງປົກກະຕິໃໝ່ ໂລກຈະປະເຊີນກັບຄວາມອ່ອນແອຫຼາຍຂຶ້ນ. ທັງໃນດ້ານຄວາມໝັ້ນຄົງ, ວິກິດການເສດຖະກິດ ແລະ ສິ່ງແວດລ້ອມ

ບົດລາຍງານສະບັບນີ້ວິເຄາະຄວາມກ້າວໜ້າຂອງການພັດທະນາຜ່ານຕົວຊີ້ວັດຕ່າງໆເຊັ່ນ: ສຸຂະພາບ, ການສຶກສາ ແລະ ລະດັບລາຍຮັບ.

ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ: ຄວາມບໍ່ສະເໝີພາບລະຫວ່າງປະເທດທີ່ມີຄ່າ HDI ຕ່ຳ ກັບປະເທດທີ່ມີ HDI ສູງຫຼາຍ ໄດ້ສືບຕໍ່ຂະຫຍາຍຕົວເປັນປີທີ 4 ຕິດຕໍ່ກັນ. ໂດຍສິ່ງທ້າທາຍສໍາລັບປະເທດທີ່ມີ HDI ຕ່ໍາສຸດນັ້ນທະວີຄວາມຮຸ່ນແຮງຂຶ້ນຈາກຄວາມເຄັ່ງຕຶງດ້ານການຄ້າ, ວິກິດການໜີ້ສິນທີ່ເພີ່ມຂຶ້ນ ແລະ ທ່າອ່ຽງການພັດທະນາອຸດສາຫະກຳທີ່ບໍ່ມີການຈ້າງງານ.

ບົດລາຍງານຍັງໄດ້ເປີດເຜີຍຜົນການສຳຫຼວດໃໝ່ທີ່ສະແດງໃຫ້ເຫັນວ່າ: ຜູ້ຄົນເບິ່ງໂລກຕາມຄວາມເປັນຈິງ. ແຕ່ໃນຂະນະດຽວກັນກໍຍັງມີຄວາມຫວັງຕໍ່ການປ່ຽນແປງທີ່ເກີດຈາກ AI, ໂດຍຫົກໃນສິບຄົນ ຄາດວ່າ AI ຈະສົ່ງຜົນດີຕໍ່ການຈ້າງງານ ແລະ ອາດຈະສ້າງໂອກາດໃນອາຊີບທີ່ຍັງບໍ່ມີຢູ່ໃນປັດຈຸບັນ.

ທັງນີ້, ບົດລາຍງານດັ່ງກ່າວສະໜັບສະໜູນວິທີການໃຊ້ AI ທີ່ຖືມະນຸດເປັນສູນກາງ. ພ້ອມທັງສະເໜີ 3 ດ້ານທີ່ສຳຄັນທີ່ຕ້ອງໄດ້ດຳເນີນການແກ້ໄຂຄື: ສ້າງເສດຖະກິດທີ່ມະນຸດຮ່ວມມືກັບ AI ແທນທີ່ຈະແຂ່ງຂັນກັນ, ການເສີມຂະຫຍາຍບົດຂອງມະນຸດຕະຫຼອດວົງຈອນຊີວິດຂອງ AI, ຕັ້ງແຕ່ການອອກແບບໄປຈົນເຖິງການໃຊ້ງານ ແລະ ການປັບປຸງລະບົບການສຶກສາ ແລະ ສຸຂະພາບ ໃຫ້ທັນສະໄໝເພື່ອຕອບສະໜອງຄວາມຕ້ອງການຂອງສະຕະວັດທີ 21.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments