Tuesday, May 6, 2025
Homeຂ່າວຕ່າງປະເທດລາຄາອາຫານທົ່ວໂລກ ແພງຂຶ້ນໃນເດືອນເມສາປີນີ້

ລາຄາອາຫານທົ່ວໂລກ ແພງຂຶ້ນໃນເດືອນເມສາປີນີ້

ຕາມຂ່າວຈາກອີຕາລີ, ດັດຊະນີລາຄາອາຫານທົ່ວໂລກປັບຕົວແພງຂຶ້ນ ໃນເດືອນເມສາ ເນື່ອງຈາກລາຄາທັນຍາພືດ, ຊີ້ນສັດ ແລະ ຜະລິດຕະພັນນົມປັບຕົວສູງຂຶ້ນ ໃນລະດັບ 128,3 ຈຸດ ໃນເດືອນເມສາ ເພີ່ມຂຶ້ນ 1,0 ຈາກເດືອນມີນາ ແລະ ເພີ່ມຂຶ້ນ 7,6% ຈາກເດືອນດຽວກັນຂອງປີກາຍນີ້. ອີງຕາມຂໍ້ມູນຈາກອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ມີສໍານັກງານໃຫຍ່ ຢູ່ນະຄອນຫລວງໂຣມ (Rome) ຂອງອີຕາລີ ລາຍງານວ່າ: ລາຄາປະເພດເມັດພືດ ແລະ ທັນຍາພືດ, ຜະລິດຕະພັນນົມ ແລະ ຊີ້ນສັດ ປັບຕົວຂຶ້ນ 1,2% ຈາກເດືອນມີນາ ເນື່ອງຈາກຣັດເຊຍ ເຂັ້ມງວດການສົ່ງອອກ ດັດຊະນີລາຄາເຂົ້າເພີ່ມຂຶ້ນຫລາຍຍ້ອນຄວາມຕ້ອງການເພີ່ມສູງຂຶ້ນເຊັ່ນດຽວກັນກັບແປ້ງສາລີທີ່ເພີ່ມຂຶ້ນ ເນື່ອງຈາກ ສ.ອາເມລິກາ ເຂັ້ມງວດປະລິມານສິນຄ້າສົ່ງອອກ. ການເໜັງຕີງ ຂອງຄ່າສະກຸນເງິນ ສົ່ງຜົນກະທົບຕໍ່ລາຄາຕະຫລາດໂລກ.ໃນຂະນະທີ່ການປ່ຽນແປງນະໂຍບາຍພາສີເຮັດໃຫ້ຕະຫລາດມີຄວາມບໍ່ແນ່ນອນຫລາຍຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments