ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຊຸດທີ 32 ໃນລະຫວ່າງວັນທີ 5 ພຶດສະພາ ຫາ 22 ກໍລະກົດ 2025 ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາ ຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າ ສະຖາບັນ, ຫົວໜ້າພະແນກ ຖວທ ນະຄອນຫລວງ, ຜູ້ຕາງໜ້າຈາກສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານ ນຳທ່ຽວ ເຂົ້າຮ່ວມ.

ທ່ານ ນາງ ເພັນປະພາ ພົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມ ໃນຄັ້ງນີ້, ແນໃສ່ສ້າງຖັນແຖວພະນັກງານນຳທ່ຽວ ໃຫ້ມີຄວາມເຂັ້ມແຂງ ແລະ ມີຈຳນວນພຽງພໍກັບຄວາມຕ້ອງການຕົວຈິງຂອງການທ່ອງທ່ຽວ ໃນ ສປປ ລາວ ໂດຍສຳມະນາກອນ ເຂົ້າຮ່ວມທັງໝົດ 90 ກວ່າຄົນ ຈະໄດ້ຮຽນຮູ້ ໃນຫລາຍວິຊາ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍການລົງພື້ນທີ່ແຫລ່ງທ່ອງທ່ຽວ ແລະ ສະແດງບົດບາດສົມມຸດເປັນພະນັກງານນຳທ່ຽວ ໃນພື້ນທີ່ແຫລ່ງທ່ອງທ່ຽວຕົວຈິງ ໂດຍມີຄະນະກຳມະການຕິດຕາມໃຫ້ຄະແນນ ຕາມເກນທີ່ກຳນົດໄວ້ ໂດຍໄດ້ເຊື້ອເຊີນຜູ້ບັນຍາຍພິເສດຈາກກົມກອງກ່ຽວຂ້ອງເພື່ອມາໃຫ້ ຄວາມຮູ້ເພີ່ມເຕີມກ່ຽວກັບການທ່ອງທ່ຽວລາວ ເປັນຕົ້ນ ຈາກກົມຄຸ້ມຄອງທຸລະກິດທ່ອງທ່ຽວ, ກົມພັດທະນາການ ທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ ລວມເຖິງສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານນຳທ່ຽວ. ພິເສດ ຍັງໄດ້ເຊີນເອົາອາຈານຈາກວິທະຍາໄລ ຈຽງຊູ ສປ ຈີນ ມາຮ່ວມບັນຍາຍກ່ຽວກັບວັດທະນະທຳ ແລະ ພຶດຕິກຳນັກທ່ອງທ່ຽວຈີນ ອີກດ້ວຍ. ພາຍຫລັງທີ່ສຳເລັດການຝຶກອົບຮົມແລ້ວ. ສະຖາບັນສື່ມວນຊົນ, ວັດທະນະ ທຳ ແລະ ທ່ອງທ່ຽວ ຈະໄດ້ ສົ່ງລາຍຊື່ສໍາມະນາກອນທີ່ໄດ້ຮັບການຢັ້ງຢືນການຝຶກອົບຮົມ ໃຫ້ກົມຄຸ້ມຄອງທຸລະກິດທ່ອງທ່ຽວ ເພື່ອອອກບັດນຳທ່ຽວ ໃນຂັ້ນຕໍ່ໄປ.

ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບ ກໍຄື ສະຖາບັນ ສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆ ເຮັດໃຫ້ຊຸດ ຝຶກອົບຮົມຄັ້ງນີ້ ເປີດຂຶ້ນຕາມວັນເວລາທີ່ໄດ້ກຳນົດໄວ້ ເຊິ່ງຊຸດຝຶກອົບຮົມຄັ້ງນີ້, ມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ສໍາລັບວຽກງານພັດທະ ນາບຸກຄະລາກອນທ່ອງທ່ຽວລາວ ໃຫ້ມີຄວາມເຂັ້ມແຂງ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວເປັນເສດຖະກິດປາຍແຫລມ ຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການອື່ນ ທີ່ເປັນຕ່ອງໂສ້ການບໍລິການໃຫ້ມີການພັດທະນາໄປພ້ອມໆກັນ, ຂະຫຍາຍການລົງທຶນເຂົ້າໃສ່ບັນດາກິດຈະການຕ່າງໆ ເປັນຕົ້ນ ການຂົນສົ່ງນັກທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງເສີມສຸຂະພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳປິ່ນອ້ອມການທ່ອງທ່ຽວ ທີ່ພົວພັນທາງກົງ ແລະ ທາງອ້ອມຂອງການບໍລິການ, ສົ່ງເສີມໃຫ້ເກີດການຜະລິດພາຍໃນຢ່າງກວ້າງຂວາງ, ສາມາດສ້າງວຽກເຮັດງານທໍາ ແລະ ກະຈາຍລາຍຮັບຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍສະເພາະໃນເຂດທີ່ການທ່ອງທ່ຽວມີການຂະຫຍາຍຕົວ. ໃນນັ້ນ, ກໍລວມມີອາຊີບພະນັກງານນໍາທ່ຽວ ເຊິ່ງນໍາເອົາເງິນຕາຕ່າງປະເທດມາສູ່ປະເທດຊາດ ຂອງພວກເຮົາ ເປັນຈໍານວນຫລາຍພໍສົມຄວນ, ຊ່ວຍປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າຕາມນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກເທື່ອລະກ້າວ.