ໃນຕອນເຊົ້າຂອງ ວັນທີ 27 ກໍລະກົດ 2022 ທີ່ ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມເຜີຍແຜ່ ດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະ ຄໍາແນະນໍານິຕິກໍາ ທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ໂດຍການເປັນປະທານ ຂອງທ່ານ ບຸນເຫລືອ ພັນດານຸວົງ, ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຈຳນວນ 120 ກວ່າທ່ານ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມມະຕິ ຂອງ ຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໃນການຜັນຂະຫຍາຍຜົນກອງປະຊຸມວຽກງານການຕ່າງປະເທດຄັ້ງ 14 ແລະ ເພື່ອຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບກັນໃນທົ່ວປະເທດ ແນໃສ່ເຮັດໃຫ້ພະນັກງານກະຊວງການຕ່າງປະເທດ ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບ ດໍາລັດວ່າດ້ວຍລົດຂອງລັດ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນກ່ຽວກັບການນໍາໃຊ້ລົດຂອງລັດ ແລະ ເອົາໃຈໃສ່ຊີ້ນຳໃນການຈັດຕັ້ງປະຕິບັດ ໂດຍໄດ້ແນະນໍາເຜີຍແຜ່ ດໍາລັດດັ່ງກ່າວໃຫ້ເຂົ້າໃຈທົ່ວເຖິງ, ໄດ້ອອກດໍາລັດວ່າດ້ວຍລົດຂອງລັດ ເລີ່ມແຕ່ປີ 2021 ເປັນຕົ້ນມາ, ມີຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຈໍານວນ 01 ສະບັບ ແລະ ຄໍາແນະນໍາກ່ຽວກັບ ການຄຸ້ມຄອງ ແລະ ນໍາໃຊ້ ລົດບໍລິຫານຂອງລັດ ຈຳນວນ 01 ສະບັບ.

ຜ່ານການຈັດຕັ້ງປະຕິບັດບັນດານິຕິກໍາດັ່ງກ່າວ ເຫັນວ່າ ໂດຍລວມວຽກງານຄຸ້ມຄອງ ແລະ ການນໍາໃຊ້ລົດຂອງລັດ ໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ ແລະ ມີຜົນສໍາເລັດໂດຍພື້ນຖານ. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຍິ່ງຂຶ້ນ ຖືເປັນບາດກ້າວອັນສໍາຄັນຂອງ ດໍາລັດ ວ່າດ້ວຍລົດຂອງລັດ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ເພື່ອໃຫ້ເຂົ້້າໃຈດໍາລັດດັ່ງກ່າວ ໃຫ້ເປັນອັນລະອຽດ ແລະ ຈະແຈ້ງໃນການຈັດຕັ້ງປະຕິບັດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here