Wednesday, April 30, 2025
Homeຂ່າວໜ້າໜຶ່ງຄອສພ ສະຫຼອງວັນສ້າງຕັ້ງພັກ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ຄອສພ ສະຫຼອງວັນສ້າງຕັ້ງພັກ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ວັນສ້າງຕັ້ງ ສາຍພົວພັນການທູດລາວ-ຈີນ ຄົບຮອບ 64 ປີ (25 ເມສາ 1961- 25 ເມສາ 2025) ຂຶ້ນໃນວັນທີ 29 ເມສານີ້ ທີ່ສະໂມສອນ ຄອສພ ໂດຍມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທັງເປັນທີ່ປຶກສາ ສະພາທິດສະດີສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ, ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ມີ ບັນດາສະຫາຍ ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ອົງການອ້ອມຂ້າງ ສູນກາງພັກເຂົ້າຮ່ວມ.

ໃນພິທີ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນການສ້າງຕັ້ງພັກປະຊາຊົນລາວ ໃນວັນທີ 22 ມີນາ 1955 ເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ບົ່ງບອກວ່າແຕ່ນີ້ຕໍ່ໄປ ພັກປະຕິວັດລາວເອງ ເປັນຜູ້ຮັບເອົາພາລະກຳປະຫວັດສາດອັນສະກະລະບູຊາ ແຫ່ງການນໍາພາປະຕິວັດຂອງລາວກ້າວຂຶ້ນ. ການກຳເນີດຂອງພັກປະຊາຊົນລາວ ເປັນການສົບທົບ ລະຫວ່າງ ຂະບວນການຕໍ່ສູ້ຮັກຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ ປະທານ ໂຮ່ຈິມິນ ນໍາມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນການສືບທອດພາລະກິດ ທີ່ມີກຽດສະຫງ່າຂອງພັກກອມມູນິດອິນດູຈີນ, ຮັບເອົາພາລະກຳປະຫວັດສາດອັນແສນຫຍຸ້ງຍາກ ແຕ່ສະຫງ່າລາສີ ແຫ່ງການນໍາພາຕໍ່ສູ້ຂອງປະຊາຊົນລາວ, ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາຄັນຍິ່ງໃນ ປະຫວັດສາດຂອງການປະຕິວັດລາວ.

ສະຫາຍ ກິແກ້ວ ໄຂຄຳພິທູນ ກ່າວຕື່ມອີກວ່າ: ການສ້າງຕັ້ງພັກປະຊາຊົນລາວ ກັບການ ວາງນະໂຍບາຍແຜນດໍາເນີນງານ 12 ຂໍ້ໄດ້ກາຍເປັນຂະບວນປະຫວັດສາດສໍາຄັນຂອງຊາດ ກາຍເປັນບາດລ້ຽວ ຂອງການປະຕິວັດລາວ ຊຶ່ງໄດ້ກຳນົດທິດທາງ, ບາດກ້າວເດີນອັນຈະແຈ້ງ ໃຫ້ພາລະກິດປະຕິວັດ, ພັກເຮົາ ໄດ້ເດີນຕາມເສັ້ນທາງຂອງລັດທິມາກ-ເລນິນ, ເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ທີ່ແທ້ຈິງ; ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດນໍາພື້ນຖານໃນການເຄື່ອນໄຫວຂອງຕົນ. ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າ: “ພັກເຮົາ ໄດ້ກຳເນີດເກີດຂຶ້ນ ໂດຍການ ປະສານສົມທົບ ລະຫວ່າງ ລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກຳມະຊີບອັນຜ່ອງໃສ”.

ສະຫາຍນາງ ຟາງຫົງ ກໍໄດ້ກ່າວຄຳເຫັນ ຕໍ່ການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ວ່າ: ໂດຍຕະຫຼອດໄລຍະ 64 ປີຜ່ານມາ, ສອງປະເທດ ຈີນ-ລາວ ຍາມໃດກໍໄດ້ຮ່ວມເຮືອລໍາດຽວກັນ ຜ່ານຜ່າພາຍຸລົມແດງ ແລະ ຈັບມືກັນຕໍ່ສູ້, ໄດ້ສະໜັບສະໜູນການຕໍ່ສູ້ການປະຕິວັດ ແລະ ການສ້າງສາປະເທດຊາດ ເຊິ່ງກັນ ແລະ ກັນ, ໄດ້ກາຍເປັນຄວາມຊົງຈໍາ ທາງປະຫວັດສາດ ແລະ ເປັນຊັບສົມບັດ ອັນລໍ້າຄ່າຮ່ວມກັນຂອງພວກເຮົາ. ດັ່ງທີ່ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ອອກວ່າ: “ນໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ ໄດ້ກໍ່ເກີດຂຶ້ນແຕ່ດົນ ນັບ ແຕ່ໃນໄລຍະທີ່ສອງປະເທດ ດໍາເນີນການຕໍ່ສູ້ປະຕິວັດ ເພື່ອພາລະກິດປົດປ່ອຍຊາດ ແລະ ປົດປ່ອຍປະຊາຊົນ”; ອະດີດການນໍາສູງສຸດຂອງປະເທດລາວ ກໍໃຊ້ປະໂຫຍກຄໍາເວົ້າວ່າ “ຮ່ວມເປັນຮ່ວມຕາຍ, ຮ່ວມທຸກຮ່ວມສຸກ”ມາສັງລວມນໍ້າໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ, ກໍເປັນຄໍາເວົ້າທີ່ເລິກເຊິ່ງເຖິງຖອງທີ່ສຸດ.

ໃນໂອກາດນີ້, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ມີຄໍາເຫັນວ່າ: ການກຳເນີດ ພັກປະຊາຊົນ ປະຕິວັດລາວ ໃນວັນທີ 22 ມີນາ 1955 ໄດ້ເປີດປະຫວັດສາດໜ້າໃໝ່ ແຫ່ງ ການຕໍ່ສູ້ອັນຍືດເຍື້ອຍາວນານ ຕ້ານກັບພວກລ່າເມືອງ ຂຶ້ນຕ່າງດ້າວ ຂອງປະຊາຊົນລາວ. ພາຍໃຕ້ການນໍາພາຂອງພັກປະຊາຊົນລາວ ທີ່ມີ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່, ປະຊາຊົນລາວໃນຂອບເຂດທົ່ວປະເທດ ໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ ໂດຍສົມ ທົບກັນ ທັງການຕໍ່ສູ້ດ້ວຍອາວຸດ, ການຕໍ່ສູ້ທາງດ້ານການເມືອງ ແລະ ການສະໜັບສະໜູນຊ່ວຍເຫຼືອ ຈາກເພື່ອນມິດຕ່າງປະເທດ ທັງໃກ້ ແລະ ໄກ, ຊຶ່ງປະເທດໜຶ່ງ ທີ່ໃຫ້ການສະໜັບສະໜູນ ການປະຕິວັດລາວຢ່າງ ຮອບດ້ານນັ້ນ ກໍແມ່ນ ສປ ຈີນ, ພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກ, ດ້ວຍຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນທັງຊາດ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດ, ຈຶ່ງສາມາດປົດປ່ອຍຊາດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975. ພ້ອມນີ້, ກໍໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຈີນ ໃນຕະຫຼອດໄລຍະຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments