Wednesday, April 30, 2025
Homeຂ່າວໜ້າໜຶ່ງປະດັບຫຼຽນກາລະນຶກ ພັກປະຊາຊົນປະຕິວັດລາວ 70 ປີໃຫ້ແກ່ບັນດາສະຫາຍສະມາຊິກພັກປະຈໍາການ ແລະ ບໍານານ

ປະດັບຫຼຽນກາລະນຶກ ພັກປະຊາຊົນປະຕິວັດລາວ 70 ປີໃຫ້ແກ່ບັນດາສະຫາຍສະມາຊິກພັກປະຈໍາການ ແລະ ບໍານານ

ພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ຈັດຂຶ້ນໃນວັນທີ 29 ເມສາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີສະມາຊິກພັກປະຈຳການ ແລະ ບຳນານເຂົ້າຮ່ວມຮັບຫຼຽນກາລະນຶກ ຈຳນວນ 79 ສະຫາຍ.

ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນ ປະຕິວັດລາວ ມອບໃຫ້ແກ່ບັນດາສະຫາຍສະມາຊິກພັກ ປະຈໍາການ ແລະ ບໍານານ ທີ່ມີຜົນງານອັນໃຫຍ່ຫຼວງ, ມີວິລະກໍາອັນລ້ຳເລີດ, ເປັນແບບຢ່າງອັນປະເສີດໃຫ້ແກ່ຮຸ່ນຄົນສືບທອດ ໂດຍໄດ້ປະກອບສ່ວນອຸທິດເຫື່ອແຮງ ສະຕິປັນຍາໃຫ້ແກ່ພັກ-ລັດ, ການປະຕິວັດ ແລະ ປະເທດຊາດ.

ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຄຳເຫັນວ່າ : ການຈັດຕັ້ງພິທີປະດັບຫຼຽນກາລະນຶກ 70 ປີ ໃຫ້ສະມາຊິກພັກປະຈຳການ ແລະ ບຳນານ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງຂອງບັນດາສະຫາຍທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຕໍ່ບັນດາສະຫາຍ.

ຜົນງານຄຸນງາມຄວາມດີ ແລະ ວິລະກໍາອັນລໍ້າເລີດຂອງບັນດາສະຫາຍຍັງສະຫວ່າງສະໄຫວຢູ່ໃນດວງໃຈ ຂອງພະນັກງານທົ່ວກະຊວງຖະຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຈະຖືກຈາລຶກໄວ້ໃນປະຫວັດຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ໃນໜ້າປະຫວັດສາດຄໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ປະຫວັດສາດຂອງຊາດລາວຕະຫຼອດໄປ.

ພວກເຮົາຜູ້ທີ່ເປັນຄົນຮຸ່ນສືບທອດຈະຮ່ຳຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະຫຼະເຫື່ອແຮງ ແລະ ທຸ້ມເທຈິດໃຈເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງບັນດາສະຫາຍ; ຄວາມຊື່ສັດບໍລິສຸດ ຈົງຮັກພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈຕໍ່ການນໍາພາຂອງພັກຂອງບັນດາສະຫາຍໄວ້ເປັນແວ່ນແຍງ ບົນເສັ້ນທາງແຫ່ງການກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມນີ້ຕະຫຼອດໄປ. ພວກເຮົາຈະພ້ອມກັນຍືດໝັ້ນໃນອຸດົມການ, ຮັກສາທາດແທ້, ລັກສະນະຊົນຊັ້ນຂອງພັກ; ສ້າງຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments