ທ່ານ ເອັນຣິເກ ເຊເຣໂຊ່ ປະທານສະໂມສອນ ແອດເລຕິໂກ ມາດຣິດ ອອກມາຢືນຢັນແລ້ວວ່າ ບໍ່ໄດ້ມີຄວາມສົນໃຈທີ່ຈະເຊັນສັນຍາກັບ ຄຣິສເຕຍໂນ ໂຣນັນໂດ ດາງດັງຂອງ ແມນເຊສເຕີ ຢູໄນເຕັດ ທີ່ກໍາລັງດີ້ນຮົນຫາທີມໃໝ່ຢູ່ໃນຂະນະນີ້.

ໂຣນັນໂດ ບໍ່ໄດ້ກັບຄືນມາຝຶກຊ້ອມກ່ອນລະດູການກັບທີມແມນຢູ ຫຼັງຕ້ອງການຍ້າຍທີມເພື່ອໂອກາດລົງຫຼິ້ນໃນ ຢູຟ່າ ແຊັມປຽນລີກ.

ໃນລະຫວ່າງທີ່ດາວເຕະປອກຕຸຍການ ເດີນທາງກັບໄປເຈລະຈາອະນາຄົດທີ່ ແຄຣິງຕັນ ເມື່ອວັນອັງຄານ ທ່ານ ເຊເຣໂຊ ປະທານຂອງແອດເລຕິໂກ ມາດຣິດ ໄດ້ອອກມາປະຕິເສດຂ່າວລືເລື່ອງສະໂມສອນໃຫ້ຄວາມສົນໃຈ ໂຣນັນໂດ ແລ້ວ.

“ຂ້ອຍບໍ່ຮູ້ວ່າໃຜເປັນຄົນສ້າງເລື່ອງ ຄຣິສເຕຍໂນ ໂຣນັນໂດ ຈະຍ້າຍມາ ແອດເລຕິໂກ ມາດຣິດ ຂຶ້ນມາ ເຊິ່ງມັນບໍ່ແມ່ນຄວາມຈິງແທ້ໆ ” ທ່ານ ເຊເຣໂຊ ກ່າວ.

” ເກືອບເປັນໄປບໍ່ໄດ້ເລີຍ ທີ່ເຂົາຈະຍ້າຍມາ ແອດເລຕິໂກ ມາດຣິດ “

ການອອກມາປະຕິເສດໃນຄັ້ງນີ້ ເຮັດໃຫ້ສະຖານະການຍ້າຍທີມຂອງ ໂຣນັນໂດ ເພີ່ມຄວາມສັບຊ້ອນຫຼາຍຂຶ້ນໄປອີກ ເນື່ອງຈາກເຫຼືອບໍ່ເທົ່າໃດທີມແລ້ວທີ່ມີສັກກະຍະພາບຫຼາຍພໍທີ່ຈະດຶງເຂົາມາຮ່ວມທີມໄດ້ ຫຼັງຍອດທີມດັງຢ່າງ ປາຣີ ແຊັງ-ແຊັກແມັງ, ບາເຢິນ ມິວນິກ, ເຊວຊີ ແລະ ຣີວ ມາດຣິດ ໄດ້ອອກມາປະຕິເສດໂອກາດໃນຄັ້ງນີ້ໄປແລ້ວ.

LEAVE A REPLY

Please enter your comment!
Please enter your name here