ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ຈັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ພາຍໃຕ້ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ຈັດຂຶ້ນ ລະຫວ່າງວັນທີ 28-30 ເມສາ 2025 ເຊິ່ງຈະມີ 5 ສາຂາຊ່າງ ທີ່ມາຈາກສະຖານພັດທະນາສີມີແຮງງານ, ສະຖານອາຊີວະສຶກສາ ຈາກສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດເຂົ້າຮ່ວມ, ປະກອບມີ ສາຂາວິຊາ ເວັບເຕັກໂນໂລຊີ, ສາຂາວິຊາ ການຕິດຕັ້ງໄຟຟ້າ, ສາຂາວິຊາ ປຸງແຕ່ງອາຫານ, ສາຂາວິຊາ ກລາບຟຣິກດີຊາຍ ແລະ ສາຂາວິຊາ ໄມ້ເຄື່ອງເຮືອນ.

ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ການແຂ່ງຂັນສີມືແຮງງານແຫ່ງຊາດ ເປັນກິດຈະກຳໜື່ງທີ່ຖືກຈັດທຸກໆປີ ເພື່ອສົ່ງເສີມການພັດທະນາສີມືແຮງງານໃຫ້ແກ່ບັນດາຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານບົດຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນອຸດສາຫະກຳ 4.0. ນອກຈາກນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນຫລາຍຂຶ້ນ, ເປັນວຽກງານໜຶ່ງທີ່ນອນຢູ່ໃນວຽກພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ແມ່ນການພັດທະນາສີມືແຮງງານ. ຜ່ານການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ສໍາເລັດຈະໄດ້ນັກແຂ່ງຂັນສີມືແຮງງານ ສາຂາລະ 3 ທ່ານ ໂດຍແມ່ນຜູ້ທີ່ໄດ້ຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງ ຂອງແຕ່ລະສາຂາຊ່າງ ເພື່ອນໍາໄປຝຶກຊ້ອນ ແລະ ຄັດເລືອກເອົາຜູ້ມີຄວາມຮູ້ ຄວາມສາມາດ ແລະ ຄຸນສົມບັດດີເດັ່ນ ຈໍານວນ 2 ທ່ານ ເປັນຕົວແທນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14 (14th WorldSkills ASEAN ) ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 22-25 ສິງຫາ 2025 ທີ່ສູນການຄ້າສາກົນ ມະນີລາ ປະເທດຟີລິບປິນ, ຄາດວ່າ ສປປ ລາວ ຈະສົ່ງເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ 5 ສາຂາຊ່າງ.

ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ການແຂ່ງຂັນສີມືແຮງງານ ເປັນວຽກໜຶ່ງຂອງການສົ່ງເສີມ ການພັດທະນາສີມືແຮງງານ ໃຫ້ກ້າວສູ່ມາດຕະຖານຂອງພາກພື້ນ, ກະຕຸ້ນການພັດທະນາທ່າແຮງ ຄວາມສາມາດຂອງແຮງງານ ອັນນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດ ບົນເວທີຂອງພາກພື້ນ ແລະ ສາກົນ ລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບ ໄດ້ສະແດງຄວາມຮູ້ ຄວາມສາມາດດ້ານສີມືແຮງງານໃນເວທີການແຂ່ງຂັນ ເຊິ່ງການແຂ່ງຂັນສີມືແຮງງານຖືເປັນເວທີ ໃຫ້ຊາວໜຸ່ມ, ແຮງງານລາວ ບັນດາເຜົ່າໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ, ສີມື ແລະ ພ້ອມດຽວກັນກໍເປັນການຊຸກຍູ້ສົ່ງເສີມ ໃຫ້ບັນດາຊາວໜຸ່ມເຫັນເຖິງຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ຫລາຍຂຶ້ນ. ນອກຈາກນັ້ນ, ພັກ ແລະ ລັດຖະບານລາວ ຍາມໃດກໍຖືເອົາການພັດທະນາຄົນເປັນບັນຫາສຳຄັນ ແລະ ເປັນໃຈກາງຂອງທຸກວຽກງານ ເຊິ່ງການພັດທະນາເສດຖະກິດ-ສັງຄົມ ຈະປະສົບຜົນສຳເລັດໄດ້ນັ້ນ ແມ່ນປະກອບດ້ວຍຫລາຍປັດໄຈ, ແຕ່ປັດໄຈທີ່ຕັດສິນກວ່າໝູ່ ແມ່ນຄົນທີ່ມີຄວາມຮູ້, ຄວາມສາມາດ, ສີມື, ມີລະບຽບວິໃນການອອກແຮງງານຢ່າງເຂັ້ມງວດ ແລະ ມີຄຸນສົມບັດສິນທຳປະຕິວັດ ບວກກັບຫົວຄິດປະດິດສ້າງ, ກ້າເຮັດ, ກ້າຮັບຜິດຊອບ.